ສະຫາຍຮອງຫົວໜ້າກົມໂຄສະນາອົບຮົມ ລົງຊຸກຍູ້ຂະບວນການຢູ່ກອງພັນໃຫຍ່ 642
ເວລາອອກຂ່າວ: 2019-09-11 09:24:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:
ວັນທີ 5 ກັນຍານີ້, ສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມ ຄະນະໄດ້ເຄື່ອນໄຫວລົງຊຸກຍູ້ ວຽກງານໂຄສະນາຢູ່ກອງພັນ ໃຫຍ່ 642, ເປັນກຽດຕ້ອນຮັບ ຂອງ ສະຫາຍ ພັນເອກ ແສງມະ
ນີວອນ ຄໍາມະນີ ຫົວໜ້າການ ເມືອງກອງພັນໃຫຍ່ ພ້ອມຄະນະ.
ໂອກາດນີ້, ສະຫາຍ ພັນໂທ ຄໍາໃສ ແພງຄູນ ຫົວໜ້າພະແນກ ການເມືອງ ກໍໄດ້ຂຶ້ນຜ່ານບົດລາຍ ງານໂດຍຫຍໍ້ ເປັນຕົ້ນວຽກງານ ການເມືອງ-ນໍາພາແນວຄິດ, ການ
ປະຕິບັດຂໍ້ກໍານົດກົດລະບຽບ ຂອງກອງທັບ, ຈັດຕັ້ງເພີ່ມພູນ
ຜະລິດຜົນຕາມລະດູການ ເປັນ
ຕົ້ນປູກເຂົ້ານາແຊງ-ນາປີ, ສວນ
ປູກມັນຕົ້ນ ແລະ ລ້ຽງສັດປະເພດ ຕ່າງໆ, ລ້ຽງໄກ່ພັນໄຂ່ສາມາດ ຕອບສະໜອງເຂົ້າເຮືອນຄົວລວມ ແລະ ຈໍາໜ່າຍອອກຂາຍ, ຂະບວນ
ການແຂ່ງຂັນກີລາແມ່ນໄດ້ຈັດ
ຕັ້ງຢ່າງຕໍ່ເນື່ອງໃນໄລຍະນີ້ກົມ ກອງພວກເຮົາແມ່ນໄດ້ສໍາເລັດ ການແຂ່ງຂັນກີລາເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງພັນໃຫຍ່ 642 ຄົບຮອບ 27 ປີ, ຊຸກຍູ້ຊີ້
ນໍາຊາວໜຸ່ມ-ແມ່ຍິງສ້າງຂະບວນ
ການຖາມ-ຕອບໃນວັນສໍາຄັນ ຕ່າງໆ ແລະ ກະກຽມກໍາລັງຕອບ ຕ້ານໄພພິບັດທີ່ອາດຈະເກີດຂຶ້ນ ໃນລະດູຝົນ, ພ້ອມທັງອອກເຄື່ອນ ໄຫວສ້າງຂະບວນການອື່ນໆກັບ ກົມກອງອ້ອມຂ້າງ ແລະ ບັນດາ ບ້ານຮາກຖານເປັນປົກກະຕິ.
ສະຫາຍຮອງຫົວໜ້າກົມໂຄ ສະນາອົບຮົມ ກົມໃຫຍ່ການເມືອງ
ກອງທັບ ກໍໄດ້ຮຽກຮ້ອງໃຫ້ຄະ ນະພັກ-ຄະນະບັນຊາ ແລະ ພະ ແນກການວິຊາສະເພາະທີ່ກ່ຽວ
ຂ້ອງເອົາໃຈໃສ່ຍູ້ແຮງຂະບວນ ການວຽກງານໂຄສະນາໃຫ້ເຂັ້ມ ແຂງກວ້າງຂວາງກວ່າເກົ່າ ຖື ເອົາການສຶກສາອົບຮົມການ ເມືອງນໍາພາແນວຄິດເປັນກົກ ພ້ອມກັນເອົາໃຈໃສ່ໃນການລົງ ໂຄສະນາເຜີຍແຜ່ແນວທາງຂອງ ພັກ-ລັດ ແລະ ມູນເຊື້ອພິລາດອາດ ຫານຂອງກອງທັບ ເພື່ອເຮັດໃຫ້
ພະນັກງານ-ນັກຮົບໃນກົມກອງ ເຂົ້າໃຈຈະແຈ້ງ ເຊື້ອໝັ້ນຕໍ່ການ
ນໍາພາຂອງພັກ, ລະບຽບກົດໝາຍ ຂອງລັດ, ມີແນວຄິດຫຼັກໝັ້ນ, ມີສະຕິລະວັງຕົວ, ມີນໍ້າໃຈຮັກ ຊາດຮັກລະບອບໃໝ່, ຈໍາແນກ
ໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ພ້ອມກັນຕັ້ງໜ້າບຸກບືນຫ້າວຫັນ ຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງ ມອບໝາຍໃຫ້ດ້ວຍຄວາມຮັບຜິດ ຊອບສູງ, ສຶບຕໍ່ເສີມຂະຫຍາຍ ມູນເຊື້ອດຸໝັ່ນຂະຫຍັນພຽນເພື່ອ ພັດທະນາຕົນເອງ ແລະ ກົມກອງ
ໃຫ້ກາຍເປັນກົມກອງວັດທະນະ ທໍາ-ນັກຮົບວັດທະນະທໍາໃນຕໍ່ໜ້າ ຢ່າງຖືກຕ້ອງຕາມເປົ້າໝາຍ. ໃນ ໂອກາດທີ່ລົງມາຢ້ຽມຢາມ ແລະ ຊຸກຍູ້ຂະບວນການຢູ່ກອງພັນ ໃຫຍ່ 642 ນີ້, ສະຫາຍຮອງຫົວ ໜ້າກົມໂຄສະນາອົບຮົມ ກົມໃຫຍ່ ການເມືອງກອງທັບໄດ້ມອບ ຄອມພິວເຕີຕັ້ງໂຕະຈໍານວນ 1 ຊຸດ ໃຫ້ກອງພັນໃຫຍ່ 642 ເພື່ອ ນໍາໃຊ້ເຂົ້າໃນວຽກງານຂອງ ກົມກອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ