ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດໂຄລົມເບຍ
ເວລາອອກຂ່າວ: 2018-11-22 10:47:43 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ວັນທີ 20 ພະຈິກ 2018 ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການ ຕ່າງປະເທດໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ຂອງທ່ານ ນາງ ລູດສ ສະເຕັນລາ ຈາຣາ ໂປຣຕີຢາ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ໂຄລົມ ເບຍ ພ້ອມດ້ວຍຄະນະ, ເນື່ອງໃນ ໂອກາດທີ່ຄະນະເດີນທາງມາ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ ອາວຸໂສເວທີປຶກສາຫາລືດ້ານ ເສດຖະກິດລະຫວ່າງບັນດາປະ ເທດໃນຂົງເຂດອາຊີ ແລະ ອາ ເມຣິກາລາຕີນ (FEALAC) ຄັ້ງທີ 19 ເຊິ່ງຈັດຂຶ້ນໃນລະ ຫວ່າງວັນທີ 19-21 ພະຈິກ 2018. ສປປ ລາວ ແລະ ສ.ໂຄລົມ ເບຍໄດ້ສ້າງຕັ້ງສາຍພົວພັນການ ທູດຮ່ວມກັນໃນວັນທີ 30 ກັນຍາ 1988, ຕະຫຼອດໄລຍະທີ່ຜ່ານ ມາສອງປະເທດໄດ້ມີການພົວພັນ ຢ່າງປົກກະຕິ, ສອງຝ່າຍໄດ້ໃຫ້ ການຊ່ວຍເຫຼືອ ແລະ ສະໜັບສະ ໜູນເຊິ່ງກັນ ແລະ ກັນໃນກອບ ສອງຝ່າຍ ແລະ ຫຼາຍຝ່າຍໃນເວ ທີພາກພື້ນ ແລະ ສາກົນ. ການພົບປະກັນໃນຄັ້ງນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວ ກັບທິດທາງໃນຕໍ່ໜ້າໃນການ ເພີ່ມທະວີການຮ່ວມມືໃນດ້ານ ຕ່າງໆ ທີ່ສອງຝ່າຍມີທ່າແຮງ ເພື່ອປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ນຳ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດໃນອະນາຄົດ, ນອກຈາກນັ້ນ, ສອງຝ່າຍກໍໄດ້ ແລກປ່ຽນຄຳຄິດຄຳເຫັນຕໍ່ກັບ ບັນຫາທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນນຳອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ