ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດຢູ່ທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2019-08-22 08:40:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ວັນທີ 21 ສິງຫາ 2019 ນີ້, ຄະນະອະນຸກໍາມະການ ສະກັດ ກັ້ນການຄ້າມະນຸດກະຊວງປ້ອງ ກັນປະເທດໄດ້ລົງເຜີຍແຜ່ວຽກ ງານສະກັດກັ້ນ ແລະ ຕ້ານ ການຄ້າມະນຸດໃຫ້ແກ່ນາຍ ແລະ ພົນທະຫານຢູ່ກອງບັນຊາການ ທະຫານແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາສີ ວົງຄໍາ ຊາວ ກຳມະການຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ, ຫົວໜ້າຄະ ນະອະນຸກໍາມະການສະກັດກັ້ນ ການຄ້າມະນຸດ, ໂດຍມີ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງສະຫວັນ ນະເຂດ, ມີບັນດາອະນຸກໍາມະ ການສະກັດກັ້ນການຄ້າມະນຸດ ກະຊວງປ້ອງກັນປະເທດ, ຜູ້ຕາງ ຈາກພະແນກການສົນທິສັນຍາ ຫຼາຍຝ່າຍ ແລະ ຜູ້ຕາງໜ້າພະແນກສົນທິສັນຍາສອງຝ່າຍ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ຜູ້ ຕາງໜ້າພະແນກການກົມທະ ຫານຊາຍແດນ, ຜູ້ຕາງໜ້າກົມ ຕໍາຫຼວດສະກັດກັ້ນ ແລະ ຕ້ານ ການຄ້າມະນຸດກະຊວງປ້ອງ ກັນຄວາມສະຫງົບ, ຜູ້ຕາງໜ້າ ກອງບັນຊາການທະຫານເມືືອງ ທົ່ວແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ກອງບັນຊາການທະຫານແຂວງສະຫວັນນະເຂດເຂົ້າຮ່ວມ. ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ກ່າວເປີດກອງປະຊຸມໃຫ້ຮູ້ວ່າ: ການເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດນີ້, ກໍ ເພື່ອຢາກໃຫ້ປະຊາຊົນລາວບັນ ດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນສະກັດກັ້ນບໍໃຫ້ມີການ ຄ້າມະນຸດເກີດຂຶ້ນໃນສັງຄົມລາວ ຂອງພວກເຮົາ, ແນໃສ່ເຮັດໃຫ້ ສັງຄົມມີຄວາມສະຫງົບ, ເປັນລະ ບົບລະບຽບ, ທຸກຄົນມີກຽດສັກ ສີເທົ່າທຽມກັນ, ມີຊີວິດ-ສຸຂະ ພາບທີ່ດີ, ເພື່ອປະກອບສ່ວນເຂົ້າ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ເຊິ່ງການຄ້າມະນຸດນັ້ນກໍ ແມ່ນການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼື ການນໍາສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼືຕ່າງປະເທດ, ການໃຫ້ບ່ອນ ພັກເຊົາ ຫຼື ລີ້ຊ່ອນດ້ວຍການຂົນ ຂວາຍ, ແນະນໍາ, ຕົວະຍົວະຫຼອກ ລວງ, ຊື້ຈ້າງຈອບອອຍ, ຍຸຍົງ, ສວຍໃຊ້ອໍານາດ, ບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ການເອົາ ເດັກມາລ້ຽງ ຫຼື ເອົາເດັກມາເປັນ ລູກລ້ຽງແບບແອບແຝງ, ໜັ້ນ ໝາຍແບບແອບແຝງ, ການຖືກ ນໍາພາ, ຂໍທານ, ການຖ່າຍຮູບ ພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫຼື ດ້ວຍຮູບການອື່ນໆ, ເພື່ອຂູດ ຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງ ຄັບໃຫ້ເປັນໂສເພນີ, ເອົາອະໄວຍະວະເພດຕ່າງໆຂອງຮ່າງກາຍໄປຂາຍ ຫຼື ເອົາໄປເຮັດສິ່ງອື່ນໆ ທີ່ຂັດກັບກົດໝາຍ ແລະ ວັດທະ ນະທໍາອັນດີງາມຂອງຊາດ ຫຼື ຈຸດປະສົງອື່ນໆ ເພື່ອຜົນປະ ໂຫຍດສວນຕົົວ. ສະນັ້ນພວກ ເຮົາທຸກຄົນຕ້ອງໄດ້ລະມັດລະ ວັງ ເປັນຫູເປັນຕານໍາກັນ ເພື່ອສະ ກັດກັ້ນ ແລະ ຕ້ານການຄ້າມະມຸດ ໂດຍການປົກປ້ອງ, ການດໍາເນີນ ຄະດີໃສ່ຜູ້ກະທໍາຜິດໃນສະຖານະການຄ້າມະນຸດ, ປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ດ້ວຍ ການປະສານສົມທົບລະຫວ່າງ ການຈັດຕັ້ງ ພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ພາກພື້ນ ແລະ ສາກົນ. ສະຫາຍ ພັນໂທ ວິລະວົງ ມະ ນີແສງ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນ ຊາການທະຫານ ແຂວງສະຫວັນ ນະເຂດກໍໄດ້ລາຍງານສະພາບ ການເຄື່ອນໄຫວ ແລະ ສະກັດ ກັ້ນການຄ້າມະນຸດຢູ່ແຂວງສະ ຫວັນນະເຂດ ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ ກໍຄືປັດຈຸບັນບັນຫາ ການຄ້າມະນຸດຍັງເປັນສິ່ງທ້າທາຍຕໍ່ອໍານາດການປົກຄອງ ຂອງລັດ ໂດຍສະເພາະແມ່ນກໍາ ລັງ ປກສ-ປກຊ ຂອງພວກເຮົາ, ເພາະຍັງມີປະຊາຊົນຈໍານວນໜຶ່ງ ຍັງບໍ່ທັນຮັບຮູ້-ເຂົ້າໃຈຈະແຈ້ງ, ຍັງມີຄວາມຮູ້ເທົ່າບໍ່ເຖິງການ ຫຼົງ ເຊື່ອກົນອຸບາຍຂອງກຸ່ມຄົນບໍ່ດີ ຈົນຕົກເປັນເຄື່ອງມືຂອງພວກ ເຂົາເຫຼົ່ານັ້ນເປັນຕົ້ນແມ່ນ ມີພວກ ນາຍໜ້າຮັບເອົາເງິນຈາກພວກ ນາຍທຶນທີ່ຢູ່ປະເທດໃກ້ຄຽງ ເພື່ອມາຂົນຂວາຍເອົາຊາວໜຸ່ມ-ແມ່ຍິງ ທີ່ມີອາຍຸຕໍ່າກວ່າ 18 ປີ ອອກໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດໄທ, ນອກນັ້ນ ຍັງມີກຸ່ມຄົນອີກຈໍານວນ ໜຶ່ງທີ່ເປີດຮ້ານຂາຍບໍລິການ ດ້ວຍການເປີດຮ້ານກິນດື່ມເປັນ ສິ່ງບັງໜ້າເພື່ອປົກປິດການກວດ ກາຂອງເຈົ້າໜ້າທີ່ ແລະ ຂຶ້ນຖະ ບຽນການຄ້າພາຍຫຼັງທີ່ໄດ້ເປີດ ແລ້ວກໍຊອກຫາເອົາຍິງສາວ ຢູ່ພາຍໃນແຂວງ, ຕ່າງແຂວງ ຫຼື ຕ່າງປະເທດ ເປັນຕົ້ນແມ່ນຍິງ ສາວປະເທດຫວຽດນາມມາຢູ່ ຮ້ານ ເພື່ອຂາຍບໍລິການທາງເພດ. ເຊິ່ງວຽກງານດັ່ງກ່າວນີ້, ໄລຍະ ຜ່ານມາກໍາລັງທະຫານແຂວງ ກໍໄດ້ສົມທົບກັບພາກສ່ວນກ່ຽວ ຂ້ອງເຄື່ອນໄຫວເກັບກໍາສະພາບ ດັ່ງກ່າວ ດ້ວຍຫຼາຍຮູບການທີ່ ແຕກຕ່າງກັນ ໂດຍສະເພາະແມ່ນ ຢູ່ຂອບເຂດລຽບຕາມຊາຍແດນ ລາວ-ໄທ, ລາວ-ຫວຽດນາມ ແລະ ເຂດຫ່າງໄກສອກຫຼີກບ່ອນ ທີ່ສົງໄສວ່າກຸ່ມຄົນບໍດີສວຍໃຊ້ ໂອກາດຢູ່, ສວຍໃຊ້ຊ່ອງຫວ່າງ ແລະ ເງື່ອນໄຂຕ່າງໆ, ທີ່ເປັນຜົນ ລົບຕໍ່ສັງຄົມ, ເປັນການເຄື່ອນ ໄຫວຫາຜົນປະໂຫຍດໂດຍບໍ່ ຊອບທໍາ ແລະ ບໍ່ຄໍານຶງເຖິງ ກົດໝາຍ, ຂາດຄວາມເປັນມະ ນຸດສະທໍາ, ຜິດກັບຮີດຄອງປະ ເພນີອັນດີງາມຂອງຊາດ. ສ່ວນແຜນການໃນຕໍ່ໜ້າກອງ ບັນຊາການທະຫານແຂວງສະຫວັນນະເຂດແມ່ນຈະສືບຕໍ່ປະສານສົມທົບກັບ ປກສ ແຂວງ ໂດຍມອບໃຫ້ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດຈັດເອົາ ກໍາລັງລົງປະຈໍາຢູ່ແຕ່ລະດ່ານ, ແບ່ງໜ້າທີ່ຄວາມຮັບຜິດຊອບ ຂອງຄະນະກໍາມະການຕ້ານການ ຄ້າມະນຸດຂັ້ນແຂວງໃຫ້ລະອຽດ, ສືບຕໍ່ຊຸກຍູ້ຢູ່ບັນດາເມືອງໃຫ້ມີ ການເຄື່ອນໄຫວຢ່າງເປັນປົກກະ ຕິ, ແບ່ງໜ້າທີ່ຄວາມຮັບຜິດ ຊອບຂອງຄະນະກໍາມະການຕ້ານ ການຄ້າມະນຸດຂັ້ນເມືອງຕາມ ດໍາລັດ ເລກທີ 245/ນຍ. ໂດຍ: ແສງເດືອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ