ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນ ຄະນະກວດກາສູນກາງພັກ - ອົງການກວດກາລັດຖະບານ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ
ເວລາອອກຂ່າວ: 2019-08-21 10:06:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ໃນລະຫວ່າງວັນທີ 15-18 ສິງຫາ 2019 ນີ້, ຄະນະຜູ້ ແທນຂັ້ນສູງຄະນະກວດກາສູນ ກາງພັກປະຊາຊົນປະຕິວັດລາວ, ນໍາໂດຍ ສະຫາຍ ປອ. ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ປະທານຄະນະ ກວດກາສູນກາງພັກປະຊາຊົນ ປະຕິວັດລາວ, ປະທານອົງການ ກວດກາລັດຖະບານ ສປປ ລາວ, ຫົວໜ້າອົງການຕ້ານການສໍ້ ລາດບັງຫຼວງຂັ້ນສູນກາງ ພ້ອມ ຄະນະໄດ້ເດີນທາງໄປຢ້ຽມ ຢາມ, ແລກປ່ຽນບົດຮຽນ ກັບຄະນະກໍາມະການກວດກາ ສູນກາງພັກກອມມູນິດຫວຽດ ນາມ ເຊິ່ງນໍາໂດຍ ສະຫາຍ ເຈີນ ເກີ້ມຕູ໋ ເລຂາທິການສູນກາງ ພັກ, ປະທານຄະນະກໍາມະການ ກວດກາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ, ທີ່ແຂວງຮ່າຕິ່ງ ສສ ຫວຽດນາມ. ໂອກາດດັ່ງກ່າວ, ສະຫາຍ ເຈີນເກີ້ມຕູ໋ ເລຂາທິການສູນກາງ ພັກ, ປະທານຄະນະກໍາມະການ ກວດກາສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ເລ ມິ່ງ ຄາຍ ກຳມະການສູນກາງ ພັກ, ປະທາອົງການກວດກາລັດ ຖະບານ ສສ ຫວຽດນາມໄດ້ຕີ ລາຄາສູງຕໍ່ການມາຢ້ຽມຢາມ, ແລກປ່ຽນບົດຮຽນເຮັດວຽກ ຂອງຄະນະຜູ້ແທນ, ຄະນະກວດ ກາສູນກາງພັກ ເຊິ່ງເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງ ລັດກໍຄື: ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະ ຫວ່າງຄະນະກວດກາສູນກາງ ພັກປະຊາຊົນປະຕິວັດລາວ ກັບ ຄະນະກໍາມະການກວດກາສູນ ກາງພັກກອມມູນິດຫວຽດນາມ ໃຫ້ໝັ້ນຄົງຖະນົງແກ່ນຕະຫຼອດ ໄປ. ການພົບປະແລກປ່ຽນບົດ ຮຽນຄັ້ງນີ້, ທັງສອງຝ່າຍໄດ້ຜັດ ປ່ຽນກັນແຈ້ງສະພາບວຽກງານ ການນຳພາຂອງພັກ, ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ການຈັດຕັ້ງ ປະຕິບັດໜ້າທີ່ວຽກງານກວດກາ ພັກ, ກວດກາລັດ ແລະ ວຽກ ງານຕ້ານການສໍ້ລາດບັງຫຼວງ ໃນໜຶ່ງປີທີ່ຜ່ານມາ ພ້ອມທັງ ແລກປ່ຽນຄໍາຄິດເຫັນກ່ຽວກັບ ບັນຫາທີ່ຕ່າງຝ່າຍໃຫ້ຄວາມສົນ ໃຈ. ເຊິ່ງທັງສອງຝ່າຍເຫັນກົງ ກັນວ່າ ວຽກງານກວດກາພັກ- ກວດກາລັດ ແລະ ຕ້ານການສໍ້ ລາດບັງຫຼວງ ເປັນວຽກງານໜຶ່ງ ທີ່ສໍາຄັນ ແລະ ຈໍາເປັນແມ່ນພາ ລະບົດບາດໜຶ່ງຂອງພັກ-ລັດ ໃນການຊີ້ນໍາ-ນໍາພາ, ເພື່ອປະ ກອບສ່ວນໃນການພັດທະນາ ເສດຖະກິດ-ສັງຄົມ, ສັງຄົມມີ ຄວາມສະຫງົບ ແລະ ຄວາມຢູ່ ເຢັນເປັນສຸກຂອງປະຊາຊົນບັນ ດາເຜົ່າ. ໃນໂອກາດໄປຢ້ຽມຢາມແລກ ປ່ຽນບົດຮຽນຢູ່ ສສ ຫວຽດນາມ ໃນຄັ້ງນີ້, ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກປະຊາ ຊົນປະຕິວັດລາວຍັງໄດ້ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ສະຫາຍ ເຈີນ ກັວກ ເຫວື່ອງ ຜູ້ປະຈໍາການຄະ ນະເລຂາທິການສູນກາງພັກ ກອມມູນິດຫວຽດນາມຢູ່ທີ່ນະ ຄະອນຫຼວງຮ່າໂນ້ຍ ແລະ ໄດ້ ໄປຢ້ຽມຊົມສະຖານທີ່ສໍາຄັນ ຂອງແຂວງ ຮ່າຕິ່ງ ເປັນຕົ້ນ ແມ່ນສະຖານທີ່ລະນຶກຂອງນັກ ກະວີຊື່ດັງ ຫງວຽນຊູ ແລະ ສະ ຖານທີ່ສັກກະລະບູຊາ ດົ້ງລົກ ອີກດ້ວຍ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ