ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກມທ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2019-08-19 09:16:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ວັນທີ 16 ສິງຫາ 2019 ນີ້, ກົມໃຫຍ່ການເມືອງກອງທັບ (ກມທ), ໄດ້ຈັດປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະ ຫວັດສາດຂອງຊາດ ຄື: ວັນຍຶດ ອໍານາດ ຄົບຮອບ 44 ປີ (23 ສິງຫາ 1975-23 ສິງຫາ 2019) ແລະ ວັນລັດຖະທໍາມະ ນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15/8/1991-15/8/ 2019), ຢູ່ທີ່ສະໂມສອນ ກມທ, ໂດຍການເປັນປະທານ ແລະ ປາ ຖະກະຖາຂອງ ສະຫາຍ ພົນຈັດ ຕະວາ ບຸນຍົງ ດາດົງໄຊ ຄະນະ ພັກ ກມທ, ປະທານສານທະຫານ ຂັ້ນສູງ, ມີຄະນະພັກກົມໃຫຍ່ ກມທ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການທີ່ຂຶ້ນກັບ ກມທ, ພ້ອມດ້ວຍບັນດາພະນັກ ງານ-ນັກຮົບ ຈາກກົມກອງອ້ອມ ຂ້າງກົມໃຫຍ່ ກມທ ເຂົ້າຮ່ວມຢ່າງ ພ້ອມພຽງ. ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ໄດ້ຫວນຄືນໃຫ້ເຫັນ ເຖິງວັນຍຶດອໍານາດ 23 ສິງຫາ 1945 ເຊິ່ງເປັນວັນທີ່ປະຊາຊົນ ບັນດາເຜົ່າ, ໄດ້ລຸກຮື້ຂຶ້ນເດີນຂະ ບວນຕໍ່ສູ້ເພື່ອຄວາມເປັນເອກະ ລາດ,ສິດເສລີພາບ ແລະ ດ້ວຍນໍ້າ ໃຈອັນຮັກຊາດ, ດ້ວຍຄວາມຄຽດ ແຄ້ນຕໍ່ການຮຸກຮານ ແລະ ການ ກົດຂີ່ຂູດຮີດຂອງພວກລ່າເມືອງ ຂຶ້ນ, ຕໍ່ສູ້ຈົນໄດ້ຮັບໄຊຊະນະ ແລະ ມັນໄດ້ເປັນໄຊຊະນະຄັ້ງປະຫວັດ ສາດຂອງຊາດລາວ ເຊິ່ງມັນໄດ້ ມີຄວາມໝາຍຄວາມສໍາຄັນທີ່ ສຸດຕໍ່ປະຊາຊົນລາວ ເພາະວ່າມັນ ໄດ້ເປັນຂີດໝາຍອັນສໍາຄັນໃນ ການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສາລະພາບຂອງປະຊາ ຊົນລາວຄັ້ງທໍາອິດ, ທີ່ສາມາດ ທັບມ້າງແອກປົກຄອງຂອງລັດທິລ່າເມືອງຂຶ້ນຝຣັ່ງ ແລະ ເປັນການ ເປີດສາກໃຫ້ແກ່ການເຄື່ອນໄຫວ ປະຕິວັດລາວກ້າວໄປສູ່ໄລຍະ ໃໝ່. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ ຈັກກະພັດອາເມຣິກາກໍກະໂດດເຂົ້າມາແທນ, ຕໍ່ມາຮອດ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ກໍຄື ປະຊາຊົນລາວບັນດາເຜົ່າໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການ ປະກາດສ້າງຕັ້ງອໍານາດການ ປົກຄອງປະຕິວັດນະຄອນຫຼວງ ວຽງຈັນ ເພື່ອຍຶດອຳນາດ ໂຄ່ນ ລົ້ມອໍານາດການປົກຄອງເກົ່າ ແລະ ສ້າງຕັ້ງອໍານາດການປົກ ຄອງໃໝ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນປ່ຽນ ແທນ, ເຊິ່ງການຊຸມນຸມຍຶດອໍາ ນາດ ໃນວັນດັ່ງກ່າວໄດ້ຢັ້ງຢືນ ແລະ ເປັນຂີດໝາຍວ່າອໍານາດ ການປົກຄອງເກົ່າ ໄດ້ຖືກໂຄ່ນລົ້ມ ໃນຂອບເຂດທົ່ວປະເທດ. ວັນທີ 23 ສິງຫາ ແມ່ນໝາກຜົນຂອງ ການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວ ນານພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວທີ່ເຕັມໄປ ດ້ວຍຄວາມພິລະອາດຫານ ແລະ ການເສຍສະຫຼະຊີວິດເລືອດເນື້ອ ຂອງປະຊາຊົນລາວບັນດາເຜົ່າ ບໍ່ຈັກວ່າເທົ່າໃດ, ແມ່ນໝາກຜົນ ຂອງການນຳໃຊ້ສາມບາດຄ້ອນ ຍຸດທະສາດບຸກໂຈມຕີສັດຕູ ແລະ ການໝູນໃຊ້ທິດສະດີມາກ-ເລນິນ ຢ່າງປະດິດສ້າງ, ແທດເໝາະກັບ ຈຸດພິເສດ ແລະ ສະພາບເງື່ອນໄຂ ຂອງປະເທດລາວ, ເປັນການໄຂ ສັງກາດໃໝ່ ອັນສະຫວ່າງສະ ໄຫວທີ່ປະຊາຊົນລາວ ກໍຄືຊາວ ນະຄອນຫຼວງວຽງຈັນ ໄດ້ມີ ຄວາມເປັນເອກະລາດ, ມີອຳນາດ ອະທິປະໄຕ, ເປັນເຈົ້າຕົນເອງ, ເປັນເຈົ້າຂອງປະເທດຊາດ ຢ່າງ ສະຫງ່າອົງອາດ, ພາຍຫຼັງໄດ້ຮັບ ໄຊຊະນະໃນການຍຶດອຳນາດສຳ ເລັດການໂຄ່ນລົ້ມລະບອບສັກ ດີນາລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່, ສ້າງຕັ້ງລະບອບ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວແລ້ວ ການປະຕິວັດ ລາວ ໄດ້ກ້າວສູ່ໄລຍະໃໝ່ປະຕິບັດ ສອງໜ້າທີ່ຍຸດທະສາດ ຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ບຸນຍົງ ດາດົງໄຊ ຍັງໄດ້ຍົກ ໃຫ້ເຫັນເຖິງຄວາມໝາຍ, ຄວາມ ສຳຄັນຂອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ, ເຊິ່ງລັດຖະທໍາ ມະນູນແຫ່ງ ສປປ ລາວ ໄດ້ຖືກ ຮັບຮອງ ໃນກອງປະຊຸມຄັ້ງທີ VI ຂອງສະພາປະຊາຊົນສູງສຸດ ໃນຊຸດທີ II ປີ 1991 ແລະ ໄດ້ປະ ກາດໃຊ້ ໃນວັນທີ 15 ສິງຫາ 1991 ມາຮອດປີ 2003 ກອງ ປະຊຸມສະພາຊຸດທີ V ໄດ້ຮັບຮອງ ເອົາການປັບປຸງລັດຖະທຳມະ ນູນສະບັບດັ່ງກ່າວ ໃຫ້ຄົບຖ້ວນ ແລະ ສົມບູນກວ່າເກົ່າ, ການປະ ກາດໃຊ້ລັດຖະທຳມະນູນແມ່ນ ມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ປະເທດຊາດເພາະວ່າລັດຖະທຳ ມະນູນແມ່ນກົດໝາຍພື້ນຖານສຳ ຄັນຂອງຊາດໃນການຫັນແນວ ທາງປ່ຽນແປງໃໝ່ຢ່າງຮອບ ດ້ານທີ່ມີຫຼັກການຂອງພັກປະ ຊາຊົນ ປະຕິວັດລາວ, ເປັນການ ສຶກສາອົບຮົມປະຊາຊົນໃນການ ຍົກສູງນຳ້ໃຈຮັກຊາດ, ຮັກລະ ບອບປະຊາທິປະໄຕ, ເພີ່ມທະວີຄວາມປອງດອງທົ່ວປວງຊົນລາວທັງຊາດ, ເຊີດຊູບົດບາດ ແລະ ຄວາມສາມາດເປັນເຈົ້າປະ ເທດຊາດຂອງປະຊາຊົນລາວ ບັນດາເຜົ່າ, ການປະກາດໃຊ້ ລັດຖະທໍາມະນູນ ເປັນເຫດການ ການເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍໃໝ່ ໃນການຫັນ ໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງ ສັງຄົມດ້ວຍກົດໝາຍ ແລະ ສ້າງໃຫ້ເປັນລັດແຫ່ງກົດໝາຍ ເທື່ອລະກ້າວ, ມັນໄດ້ສ່ອງແສງ ໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະ ຊາຊົນລາວ ພາຍໃຕ້ການນຳພາ ອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວ ທັງເປັນການຢືນ ຢັນຕໍ່ໂລກກ່ຽວກັບຄວາມເປັນເອ ກະລາດ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງຊາດລາວ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ