ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ຄັ້ງທີIIຂອງໜ່ວຍສະຫະພັນແມ່ຍິງ ກອງບັນຊາການທະຫານເມືອງແບງ
ເວລາອອກຂ່າວ: 2018-11-22 10:00:12 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 239847648 | ຄວາມນິຍົມ:



ໜ່ວຍສະຫະພັນແມ່ຍິງກອງ ບັນຊາການທະຫານເມືອງແບງ ແຂວງອຸດົມໄຊ ໄດ້ເປີດກອງປະ ຊຸມໃຫຍ່ຄັ້ງທີ II ຂຶ້ນໃນວັນທີ 14 ພະຈິກ 2018 ນີ້ ໂດຍການເປັນ ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນຍັງ ວັນນະກຳ ຮອງປະທານ ສະຫະພັນແມ່ຍິງເມືອງແບງ, ມີ ພັນໂທ ວົງສິດ ວິໄລເກດ ຫົວໜ້າ ການເມືອງກອງບັນຊາການທະ ຫານເມືອງແບງ, ມີຄະນະພັກ-ຄະນະບັນຊາກົມກອງ, ເລຂາ ໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ເມືອງ, ຕະຫລອດຮອດເອື້ອຍ ນ້ອງສະມາຊິກສະຫະພັນແມ່ຍິງ ພາຍໃນກົມກອງ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ຜ່ານບົດສະຫຼຸບຕີລາຄາຄືນດ້ານ ດີ, ດ້ານອ່ອນ, ບົດຮຽນຖອດ ຖອນໄດ້ ແລະ ທິດທາງແຜນ ການໃນຕໍ່ໜ້າ; ເຊິ່ງໄດ້ຍົກໃຫ້ ເຫັນເຖິງຜົນງານການຈັດຕັ້ງປະ ຕິບັດວຽກງານຂອງສະຫະພັນ ແມ່ຍິງ ຍາດມາໄດ້ໃນຜ່ານມາ ເປັນຕົ້ນແມ່ນໄດ້ຖືເອົາວຽກງານ ສຶກສາອົບຮົມການ ເມືອງນຳ ພາແນວຄິດເປັນກົກຕິດພັນກັບ ການປະຕິບັດວຽກງານວິຊາສະ ເພາະຢູ່ແຕ່ລະຂະແໜງເປັນຕົ້ນ ແມ່ນການປະຕິບັດຂໍ້ແຂ່ງຂັນ 3 ດີ 4 ພັດທະນາ, ຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ດັ່ງກ່າວມາສາມາດປະເມີນຄັດ ເລືອກໄດ້ສະມາຊິກສະຫະພັນ ແມ່ຍິງ 3 ດີປະເພດ I ມີ 4 ສະຫາຍ, ປະເພດ II ມີ 2 ສະຫາຍ ແລະ ໄດ້ຮັບຮອງເປັນໜ່ວຍແມ່ຍິງ 3 ດີ 3 ສະໄໝຊ້ອນ.ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະຫນ່ວຍຊຸດໃໝ່ ໃນໂອກາດນີ້ ທ່ານ ນາງ ບຸນຍັງ ວັນນະກຳກໍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານ ແລະ ຜົນສໍາ ເລັດຂອງກອງປະຊຸມ; ພ້ອມທັງ ເນັ້ນໜັກໃຫ້ບັນດາສະມາຊິກແມ່ ຍິງຮັບຮູ້ຄວາມໝາຍຄວາມສໍາ ຄັນ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແມ່ຍິງລາວ ແລະ ສະ ມາຊິກທຸກຄົນຈົ່ງພ້ອມກັນເອົາ ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະ ກົດລະບຽບຂອງ ສະຫະພັນແມ່ຍິງລາວວາງອອກ , ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ພ້ອມກັນຈັດຕັ້ງປະຕິບັດ ວຽກງານສະຫະພັນແມ່ຍິງລາວ ແລະ ໜ້າທີ່ວິຊາສະເພາະໃຫ້ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປ ເລື້ອຍໆ. ໂດຍ: ທະນຸວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ