ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບໃບຢັ້ງຢືນ ແລະ ຍ້ອງຍໍກອງຮາກຖານເຂັ້ງເເຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ທົ່ວໂຮງຮຽນກໍ່ສ້າງນາຍສີບເລກ 1
ເວລາອອກຂ່າວ: 2019-08-12 08:45:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ພິທີມອບໃບຢັ້ງຢືນນາມມະ ຍົດກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານສົກ 2017-2018 ທົ່ວໂຮງຮຽນກໍ່ ສ້າງນາຍສິບເລກ 1 ກອງທັບໄດ້ ຈັດຂຶ້ນໃນວັນທີ 7 ສິງຫາ 2019 ນີ້ ໂດຍການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພັນເອກ ສີ ລາວົງ ບູນມີໄຊ ເລຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, 4 ກອງພັນນັກ ຮຽນ, ຕະຫຼອດຮອດສະມາຊິກ ພັກສົມບູນ-ສໍາຮອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຮຽງ ພິມະ ວົງ ຫົວໜ້າພະແນກຈັດຕັ້ງພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຂຶ້ນຜ່ານບົດສະຫຼຸບທັງສອງ ພາກ ແລະ ວາງທິດທາງແຜນ ການໃນປີ 2019-2020 ເຊິ່ງ ບົດສະຫຼຸບໄດ້ຍົກໃຫ້ເຫັນວຽກ ງານການສຶກສາອົບຮົມການ ເມືອງນຳພາ-ແນວຄິດໃຫ້ສະມາ ຊິກພັກ-ນັກຮົບເປັນບັນຫາສໍາ ຄັນ ແລະ ຂອດການຊີ້ນໍາ-ນໍາພາ ໂດຍຖືເອົາ 5 ເນື້ອໃນພື້ນຖານ ຂອງພັກ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກມາຈັດ ຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດ ວຽກງານຕົວຈິງ ແລະ ເປັນບ່ອນ ອີງໃຫ້ແຕ່ລະໜ່ວຍພັກ ນໍາໄປຈັດ ຕັ້ງປະຕິບັດປັບປຸງກໍ່ສ້າງພັກຢູ່ ໃນກົມກອງຂອງຕົນໃຫ້ຖືກຕ້ອງ ຕາມລະບຽບການ ແລະ ໄດ້ຮັບ ຜົນດີ. ປັດຈຸບັນທົ່ວໂຮງຮຽນກໍ່ສ້າງ ນາຍສິບເລກ 1 ມີ 1 ຄະນະພັກ, ມີ 4 ຄະນະພັກຮາກຖານ, ມີ 23 ໜ່ວຍພັກທີ່ຂຶ້ນກັບ, ໃນນີ້ມີ ໜ່ວຍພັກເອກະລາດ ຜົນໄດ້ຮັບ ຈາກການປັບປຸງກໍ່ສ້າງກອງ ຮາກຖານປອດໃສ ເຂັ້ມແຂງ ໜັກ ແໜ້ນ ຂອງຄະນະພັກໂຮງຮຽນ ເລກ 1 ປະຈຳສົກ 2017-2018 ມີດັ່ງນີ້: ໄດ້ຮັບນາມມະຍົດຈາກ ຄະນະພັກກະຊວງປ້ອງກັນປະ ເທດ ເປັນກອງຮາກຖານເຂັ້ມ ແຂງໜ່ວຍພັກ ຮູ້ນໍາພາຮອບດ້ານ ຈໍານວນ 15 ໜ່ວຍພັກ, ມອບ ຍ້ອງຍໍສັນລະເສີນຜົນງານຂອງ ກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍການຮັບຮອງກອງຮາກຖານ ເຂັ້ມແຂງໜ່ວຍພັກຮູ້ນໍາພາຮອບ ດ້ານ 2-3 ຄັ້ງຕິດຕໍ່ກັນຈໍານວນ 6 ໜ່ວຍພັກ ແລະ ໜ່ວຍພັກທີ່ຮັກ ສາໄດ້ 3-4 ຄັ້ງຕິດຕໍ່ ກັນຈໍານວນ 5 ໜ່ວຍພັກ, ມອບ ທຸງໄຊຂອງກະ ຊວງປ້ອງກັນປະເທດໃຫ້ໜ່ວຍ ທີ່ຮັກສາໄດ້ 5 ຄັ້ງຕິດຕໍ່ກັນຈໍາ ນວນ 1 ໜ່ວຍພັກ ແລະ ມອບ ບັດໃຫ້ສະມາຊິກພັກສົມບູນບັນ ດາກົມກອງທີ່ຂຶ້ນກັບຄະນະພັກໃຫ້ໂຮງ ຮຽນກໍ່ສ້າງນາຍສິບເລກ 1 ຈໍາ ນວນ 36 ສະຫາຍຢ່າງສົມກຽດ. ໃນພິທີສະຫາຍ ພັນໂທ ບຸນຈັນ ໂສລາວັນ ຄະນະປະຈໍາພັກ ຫົວ ໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານ ເນື້ອໃນຂໍ້ແຂ່ງຂັນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ໃນທົ່ວກອງທັບ ເລກທີ 2752/ກມທ, ນະຄອນຫຼວງວຽງ ຈັນ, ລົງວັນທີ 13/6/2019 ແລະ ຕາງໜ້າ 23 ໜ່ວຍພັກ ຂຶ້ນຈັບມື ຮັບເອົາເນື້ອໃນຂໍ້ແຂ່ງຂັນດັ່ງກ່າວ. ໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້ກໍໄດ້ຮັບຟັງການ ໂອ້ລົມຂອງ ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ເລຂາຄະນະ ພັກ ຫົວໜ້າການເມືອງໂຮງຮຽນ ກ່ອນອື່ນສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ແຕ່ລະໜ່ວຍພັກຍາດມາໄດ້ຕະ ຫຼອດໄລຍະຜ່ານມາ ແລະ ເນັ້ນ ໜັກໃຫ້ຄະນະໜ່ວຍພັກທຸກຂັ້ນ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດ ຊອບ, ເພີ່ມທະວີບົດບາດການນໍາ ພາຂອງພັກ ໃນຂົງເຂດວຽກ ງານປັບປຸງກໍ່ສ້າງຮາກຖານພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໃນທຸກດ້ານສາມາດເປັນແກນນໍາ ຢ່າງແທ້ຈິງຢູ່ໃນກົມກອງຮາກ ຖານພັກ, ສຸມໃສ່ການກໍ່ສ້າງໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ບັນດາຕົວເລກຄາດໝາຍ ທີ່ຄະນະພັກໂຮງຮຽນວາງອອກ ລົບລ້າງໜ່ວຍພັກກາງ, ອ່ອນ ໃຫ້ ໄດ້ຢ່າງສິ້ນເຊີງ ໃນສົກ 2019- 2020 ແລະ ສືບຕໍ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ IV ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ, ໂດຍສະເພາະ ແມ່ນ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງກະຊວງປ້ອງກັນປະ ເທດ, ຕິດພັນກັບເນື້ອໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງ ຄະນະພັກ ໂຮງຮຽນໃຫ້ປະກົດ ຜົນເປັນຈິງ. ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ປັບປຸງກໍ່ສ້າງຮາກຖານພັກປະຕິບັດແຜນການບາດກ້າວວິທີສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ບັນລຸໄດ້ຕາມລະດັບຄາດໝາຍ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ