ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍກຳລັງສຳຮອງປ້ອງກັນຊາດຢູ່ 4 ແຂວງພາກໃຕ້
ເວລາອອກຂ່າວ: 2019-08-09 09:45:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ກອງປະຊຸມປຶກສາຫາລືປະ ກອບຄຳເຫັນໃສ່ຮ່າງດຳລັດຂອງ ລັດຖະບານແຫ່ງ ສປປ ລາວ ວ່າ ດ້ວຍກຳລັງສຳຮອງປ້ອງກັນຊາດ ສຳລັບ 4 ແຂວງພາກໃຕ້ ຈັດຂຶ້ນຢູ່ ທີ່ກອງບັນຊາການທະຫານແຂວງ ຈໍາປາສັກ ລະຫວ່າງວັນທີ 1-2 ສິງຫາ 2019 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຮອງຫົວໜ້າກົມກົດໝາຍກະຊວງປ້ອງກັນປະ ເທດ, ພ້ອມດ້ວຍຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາຈາກແຂວງເຊກອງ, ສາລະວັນ, ອັດຕະປື ແລະ ຈຳປາ ສັກເຂົ້າຮ່ວມ. ສະຫາຍ ພັນໂທ ສົມໃຈ ມະໂນລາ ຮອງຫົວໜ້າກົມກົດ ໝາຍກະຊວງປ້ອງກັນປະເທດໄດ້ຜ່ານຮ່າງດຳລັດຂອງລັດຖະ ບານວ່າດ້ວຍກຳລັງສຳຮອງປ້ອງ ກັນຊາດ ລວມມີ 9 ໝວດ 49 ມາດຕາ ແລະ ຜູ້ເຂົ້າຮ່ວມໄດ້ປະ ກອບຄໍາຄິດຄໍາເຫັນໃສ່ຮ່າງດໍາ ລັດດັ່ງກ່າວເພື່ອໃຫ້ມີຄວາມ ໝາຍຄົບຖ້ວນ ແລະ ສົມບູນຂຶ້ນ ຕື່ມ. ຮ່າງດຳລັດດັ່ງກ່າວແມ່ນອີງ ຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ແລະ ກົດໝາຍວ່າດ້ວຍພັນທະປ້ອງ ກັນຊາດ ສະບັບເລກ ທີ 25/ສພຊ ລົງວັນທີ 13 ທັນວາ 2012. ກອງປະຊຸມດັ່ງກ່າວກໍເພື່ອຄົ້ນ ຄວ້າປຶກສາຫາລື ແລະ ປະກອບ ຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກຳລັງສຳຮອງປ້ອງກັນຊາດໃຫ້ມີ ຄວາມໝາຍຄົບຖ້ວນສົມບູນ ນັບແຕ່ທີ່ຕັ້ງພາລະບົດບາດ-ສິດ ແລະ ໜ້າທີ່ ການແຕ່ງຕັ້ງຜູ້ບັນ ຊາກຳລັງສຳຮອງ, ການອົບຮົມ-ຫັດແອບ, ການຄຸ້ມຄອງຂອງ ຄະນະພັກແຕ່ລະຂັ້ນຕໍ່ກໍາລັງ ສຳຮອງ ແລະ ການຮັບປະກັນພາ ຫະນະເຕັກນິກ ແລະ ພະລາທິ ການຕໍ່ກຳລັງສຳຮອງປ້ອງກັນ ຊາດທີ່ເປັນກຳລັງໜູນໃຫ້ແກ່ ກອງທັບໃນເວລາສົງຄາມກໍ ຄືພາວະສຸກເສີນ ເພື່ອເຮັດໃຫ້ ການນຳໃຊ້ດຳລັດທຸກມາດຕາ ຂອງຜູ້ຊີ້ນຳບັນຊາແຕ່ລະຂັ້ນໄດ້ ມີຄວາມສອດຄ່ອງ ແລະ ມີຄວາມ ເປັນເອກະພາບສູງ. ໂດຍ: ທິບມະນີວັນ ຄໍາວິເສດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ