ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນັກຮຽນແພດປະລິນຍາຕີຊຸດທີ V ສອບເສັງຍິງລູກປືນແທ້
ເວລາອອກຂ່າວ: 2018-11-21 09:06:17 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ພາຍຫຼັງໄດ້ເປີດຊຸດຮຽນ ໃນວັນທີ 4 ກັນຍາ 2018 ຫາ ວັນທີ 15 ພະຈິກ 2018 ນີ້, ວິທະ ຍາຄານການແພດກອງທັບໄດ້ ອົບຮົມວິຊາການທະຫານໃຫ້ນັກ ຮຽນຫ້ອງແພດປະລິນຍາຕີ ຊຸດທີ V ໄລຍະສັ້ນລວມທັງຫມົດ 28 ວັນ ໂດຍປະຕິບັດຕາມແຜນການ ອົບຮົມຫັດແອບຂອງລະບຽບຮູບ ແຖວຈັງວະວິຊາງົດງາມ, ລະ ບຽບຮູບແຖວບຸກຄົນ ແລະ ສິລະ ປະຍຸດ-ຍຸດທະວິທີ ໃຫ້ມີຄວາມ ຊຳນິຊຳນານຄ່ອງແຄ້ວ, ດັ່ງນັ້ນ ແຜນການອົບຮົມພວກເຮົາຈຶ່ງມີ ຄວາມຈຳເປັນທີ່ຈະຕ້ອງນຳເຂົ້າ ຫຼັກສູດການທະຫານປະກອບ ເຂົ້າໃນວິຊາສະເພາະໃຫ້ມີຄວາມ ເຂັ້ມແຂງ ຈຸດປະສົງເພື່ອແນໃສ່ ໃຫ້ນັກຮຽນນັກສຶກສາທີ່ເຂົ້າຮ່ຳ ຮຽນຢູ່ວິທະຍາຄານການແພດ ກອງທັບໄດ້ຮຽນຮູ້ກ່ຽວກັບສິລະ ປະຍຸດ-ຍຸດທະວິທີຂອງທະຫານ ເພື່ອເປັນຄວາມຮູ້ພື້ນຖານເຂົ້າ ຊ່ວຍໃນດ້ານວິຊາການແພດ ແລະ ຮູ້ກົດລະບຽບຂໍ້ກຳນົດຕ່າງໆ ຂອງກອງທັບ ເພື່ອເປັນພື້ນຖານ ໃຫ້ແກ່ຕົນເອງ ຜ່ານການໄດ້ຈັດ ຕັ້ງສອບເສັງຍິງລູກປືນແທ້ຜົນ ການສອບເສັງປະເພດເກັ່ງມີ 4 ສະຫາຍ ເທົ່າກັບ 7,70%, ແຂງ 3 ສະຫາຍ ເທົ່າກັບ 5,76%,ກາງ 32 ສະຫາຍ ເທົ່າກັບ 61,54% ແລະ ຄາດຫມາຍ 13 ສະຫາຍ ເທົ່າກັບ 25,00%. ໂດຍ: ຄຳພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ