ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຄະນະອະນຸກຳມະການເນື້ອໃນ ແລະ ຂະບວນການລົງຕິດຕາມຄວາມຄືບໜ້າການເຝີກຊ້ອມຂອງນ້ອງນັກຮຽນ
ເວລາອອກຂ່າວ: 2018-11-20 09:43:44 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ຂປລ. ໃນວັນທີ 15 ພະຈິກ 2018 ທ່ານ ກິແກ້ວ ໄຂຄໍາພິທູນ ຄະນະ​ເລຂາ​ທິການ​ສູນ​ກາງພັກ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ທັງເປັນຫົວໜ້າ​​ອະ ນຸກຳມະການເນື້ອໃນ ແລະ ຂະ ບວນການລະດັບຊາດ ໄດ້ລົງຕິດ ຕາມຊຸກຍູ້ຄວາມຄືບໜ້າຂອງ ການເຝິກຊ້ອມຟ້ອນສະດຸດີຂອງ ນັກຮຽນ 600 ນ້ອງ ເພື່ອກະ ກຽມສະແດງຮັບໃຊ້ໃຫ້ແກ່ການ ສະເຫລີມສະຫລອງວັນສ້າງຕັ້ງ ເມືອງວຽງໄຊ ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນພະຈິກນີ້. ທ່ານ ບົວເງິນ ຊາພູວົງ ຮອງ ລັດຖະມົນຕີກະຊວງ ຖວທ ທັງ ເປັນຄະນະຮັບຜິດຊອບງານສະ ແດງລະດັບຊາດ ໄດ້ລາຍງານ ວ່າ: ບົດຟ້ອນສະດຸດີ ທີ່ນຳມາ ເຝິກແອບໃສ່ຊື່ວ່າ: “ສັນລະເສີນ ເມືອງວຽງໄຊວີລະຊົນ” ປະກອບ ມີ 3 ພາກຄື: ພາກທີ່ໜຶ່ງມີເນື້ອໃນ ພັນລະນາເຖິງຄວາມອຸດົມສົມ ບູນ, ຄວາມສວຍສົດງົດງາມ, ວິຖີຊີວິດ, ຄວາມຮົ່ມເຢັນຂອງ ເມືອງວຽງໄຊ; ພາກທີສອງ ມີເນື້ອໃນເວົ້າເຖິງເມືອງວຽງ ໄຊ ເປັນຖານທີ່ໝັ້ນຂອງການ ປະຕິວັດລາວ, ໂດຍໄດ້ລວບລວມ ເອົານໍ້າໃຈຮັກຊາດຂອງນັກປະ ຕິວັດຢູ່ໃນທົ່ວປະເທດມາລວມ ກັນຢູ່ທົ່ງນາໄກ່, ເຕົ້າໂຮມຄວາມ ສາມັກຄີປອງດອງເປັນອັນດຽວ ກັນພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ແລະ ພາກທີສາມມີເນື້ອໃນ ເວົ້າເຖິງໄລ ຍະສ້າງສາພັດທະນາ ເມືອງວຽງ ໄຊ ໃຕ້ຮົ່ມຄັນທຸງຂອງພັກ. ການເຝິກຊ້ອມດັ່ງກ່າວ, ໄດ້ ເລີ່ມແຕ່ຕົ້ນ ເດືອນຕຸລາ ຜ່ານມາ ປັດຈຸບັນມີຄວາມຄືບໜ້າແລ້ວ 80%. ໂອກາດນີ້, ບໍລິສັດຈະເລີນ ເຊກອງ ພະລັງງານ ຈຳກັດ ໄດ້ ນຳເອົາເງິນຈຳນວນ 500 ລ້ານ ກີບ ມອບໃຫ້ກອງເລຂາຄະນະ ກະກຽມຈັດງານສະເຫລີມສະ ຫລອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ເພື່ອໝູນໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານໃຫ້ມີ ຜົນສຳເລັດ. ໂດຍ: ອາລຸນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ