ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດສູນການຄ້າຂາຍສົ່ງບາຊາ - ບີ ແຫ່ງທຳອິດ
ເວລາອອກຂ່າວ: 2018-11-20 09:41:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 139586443 | ຄວາມນິຍົມ:



ໃນຕອນຄໍ່າຂອງວັນທີ 16 ພະຈິກ 2018, ຢູ່ທີ່ຖະໜົນດອນ ນົກຂຸ້ມ-450 ປີ, ໜ່ວຍ 18, ບ້ານດອນກອຍ ເມືອງສີສັດຕະ ນາກ, ສູນການຄ້າຂາຍສົ່ງບາ ຊາ-ບີ (Bazaar-B Cash and Carry) ໄດ້ໄຂຂຶ້ນຢ່າງ ເປັນທາງການເປັນກຽດເຂົ້າ ຮ່ວມຕັດແຖບຜ້າຂອງທ່ານພົນ ຕີ ສົມແກ້ວ ສີລາວົງ ລັດຖະມົນ ຕີກະຊວງປ້ອງກັນຄວາມສະ ຫງົບ, ທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ທ່ານ ພົງປຣະເສີດ ກັນລະຍາ ປະ ທານບໍລິສັດ ບາຊາ-ບີ, ມີບັນດາ ແຂກຖືກເຊີນ, ສື່ມວນຊົນລາວ ນັກຮ້ອງ-ນັກສະແດງທີ່ມີຊື່ສຽງ ຈາກເພື່ອນບ້ານ, ພ້ອມດ້ວຍ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ພົງປຣະເສີດ ກັນລະຍາ ໄດ້ກ່າວບາງຕອນວ່າ: ເມື່ອໂລກ ປ່ຽນພຶດຕິກຳຂອງຜູ້ບໍລິໂພກກໍ ປ່ຽນແປງຕາມຈຶ່ງປະຕິເສດບໍ່ ໄດ້ວ່າໃນຊີວິດປະຈຳວັນຂອງ ຄົນເຮົາຕ້ອງໄດ້ມີການຈັບຈ່າຍ ໃຊ້ສອຍຊື້ສິນຄ້າຈາກຮ້ານຄ້າ ຕະຫລອດເຖິງບັນດາສູນການ ຄ້າທີ່ເປັນແຫລ່ງລວມຂອງສິນ ຄ້າອຸປະໂພກ-ບໍລິໂພກຂອງກິນ ຂອງໃຊ້ປະເພດຕ່າງໆ.ພວກເຮົາ ຈຶ່ງເປັນອີກທາງເລືອກໃໝ່ທີ່ຈະ ຊ່ວຍສ້າງຄວາມສະດວກ, ສ້າງ ຄຸນະພາບມາດຕະຖານ, ສ້າງ ຮອຍຍິ້ມ ແລະ ສ້າງສິ່ງທີ່ດີທີ່ ສຸດຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າດ້ວຍການເປັນ ສູນການຄ້າຂາຍສົ່ງທີ່ໃຫຍ່ທີ່ສຸດ ໃນນະຄອນຫລວງວຽງຈັນ (Bazaar-B Cash and Carry) ເຊິ່ງເປັນແຫລ່ງລວມ ສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ຫລາກຫລາຍຊະນິດມີເຖິງ 30.000 ກວ່າລາຍການ ແລະ ເປັນສະຖານທີ່ອຳນວຍຄວາມສະດວກທາງດ້ານເວລາເປີດໃຫ້ບໍລິ ການທຸກວັນນັບແຕ່ 6:00 ໂມງ ຫາ 0:00 ໂມງ ສະຖານທີ່ຕັ້ງຢູ່ ໃນເຂດຊຸມຊົນດ້ວຍເນື້ອທີ່ກວ້າງ ປະມານ 8.400 ຕາແມັດ, ມີ ເດີ່ນຈອດລົດກວ້າງຂວາງສະ ດວກສະບາຍ ແລະ ອາຄານມີ ການອອກແບບມາເພື່ອຮອງຮັບ ຈຳໜ່າຍສິນຄ້າທີ່ໄດ້ມາດຕະ ຖານສາກົນ, ມີລະບົບການຈັດ ການສິນຄ້າທີ່ທັນສະໄໝ, ການ ຈັດວາງສິນຄ້າມີຄວາມເປັນລະ ບຽບງ່າຍຕໍ່ການເລືອກຊື້, ມີການ ຮຽນຮູ້ ແລະ ການເຝິກອົບຮົມ ພັດທະນາບຸຄະລາກອນ ເພື່ອໃຫ້ ມີຄວາມພ້ອມ ແລະ ເຂົ້າໃຈໃນ ການບໍລິການແກ່ລູກຄ້າ. ສິນຄ້າ ທຸກໆຢ່າງທີ່ວາງຈຳໜ່າຍໄດ້ ຜ່ານການຄັດສັນຄຸນະພາບ,ກວດ ສອບອາຍຸ ແລະ ມີການເກັບ ມ້ຽນສິນຄ້າໄວ້ບ່ອນທີ່ມີການ ຄວບຄຸມອຸນຫະພູມ ເພື່ອໃຫ້ໝັ້ນ ໃຈໄດ້ວ່າຜູ້ບໍລິໂພກຈະໄດ້ສິນຄ້າ ທີ່ສົດໃໝ່ ແລະ ມີຄຸນະພາບຢູ່ ສະເໝີ. ການດຳເນີນທຸລະກິດຂອງ ສູນຈຳໜ່າຍສິນຄ້າລະບົບສະມາ ຊິກແບບຈ່າຍເງິນສົດ ແລະ ບໍລິ ການດ້ວຍຕົນເອງ, ຕອບໂຈດ ແກ່ລູກຄ້າທຸກປະເພດທັງຮ້ານ ຄ້າ, ພັດຕະຄານ, ຮ້ານອາຫານ, ໂຮງແຮມລວມໄປເຖິງພໍ່ບ້ານ ແມ່ເຮືອນທີ່ຕ້ອງການຊື້ສິນຄ້າ ໃນລາຄາທີ່ປະຢັດກວ່າ ແລະ ເປັນການຫລຸດຜ່ອນຄ່າໃຊ້ຈ່າຍ ໃນການເດີນທາງໄປຊື້ສິນຄ້າ ຈາກປະເທດໃກ້ຄຽງ. ນອກ ຈາກເປັນສູນການຄ້າຂາຍສົ່ງ ແລະ ການໃຫ້ບໍລິການແລ້ວຍັງ ມີຄວາມມຸ່ງໝັ້ນຕັ້ງໃຈທີ່ຈະພັດ ທະນາສິ່ງໃໝ່ໆນຳເອົາຄວາມ ທັນສະໄໝເຂົ້າມາ ເພື່ອສ້າງມາດ ຕະຖານຊີວິດ ແລະ ຄຸນະພາບ ໃຫ້ທຽບເທົ່າສາກົນ, ສະໜັບສະ ໜູນສົ່ງເສີມອຸດສາຫະກຳ-ກະສິ ກຳ ແລະ ບຸຄະລາກອນໃຫ້ມີ ວຽກເຮັດງານທຳ ເພື່ອຍົກລະ ດັບຄຸນະພາບຊີວິດສັງຄົມ ແລະ ເສດຖະກິດຂອງ ສປປ ລາວ ໃຫ້ ກ້າວໄປທາງໜ້າຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ