ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການໄອຍະການທະຫານກອງທັບປະຊາຊົນລາວ - ຫວຽດນາມສຶບຕໍ່ພົວພັນຮ່ວມມື
ເວລາອອກຂ່າວ: 2018-11-20 09:37:24 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 5779 | ຄວາມນິຍົມ:



ເນື່ອງໃນໂອກາດທີ່ຄະນະຜູ້ ແທນອົງການໄອຍະການທະ ຫານສູນກາງກອງທັບປະຊາຊົນ ຫວຽດນາມ ນຳໂດຍສະຫາຍ ພົນຈັດຕະວາ ຕ້າກວາງຄາຍ ຮອງຫົວຫນ້າອົງການໄອຍະ ການທະຫານສູນກາງກອງທັບ ປະຊາຊົນຫວຽດນາມ ເດີນ ທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-23 ພະຈິກ 2018 ນີ້, ໃນ ວັນທີ 19 ພະຈິກນີ້, ຄະນະດັ່ງ ກ່າວໄດ້ພົບປະແລກປ່ຽນບົດ ຮຽນວຽກງານໄອຍະການກັບ ອົງການໄອຍະການທະຫານ ຂັ້ນສູງກອງທັບປະຊາຊົນລາວ ນຳ ໂດຍສະຫາຍພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວຫນ້າ ອົງການໄອຍະການປະຊາຊົນສູງ ສຸດ ຫົວຫນ້າອົງການໄອຍະການ ທະຫານຂັ້ນສູງ. ໃນການພົບປະຄັ້ງນີ້ທັງສອງ ຝ່າຍໄດ້ລາຍງານໃຫ້ກັນຊາບ ໂດຍຫຍໍ້ສະພາບທີ່ຕັ້ງ, ພາລະ ບົດບາດ, ລວມທັງການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ ຈາກນັ້ນກໍໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນໃນຂົງເຂດ ວຽກງານໄອຍະການເປັນຕົ້ນ ແມ່ນການຕິດຕາມກວດກາ, ການອອກນິຕິກຳຕ່າງໆຂອງ ບັນດາກົມກອງກຳລັງຫລວງກຳ ລັງທ້ອງຖິ່ນ, ການຄັດເລືອກ, ການຮັບ, ການກໍ່ສ້າງພະນັກ ງານໄອຍະການ, ການປະສານ ສົບທົບລະຫວ່າງເຈົ້າຫນ້າທີ່ສືບ ສວນ-ສອບສວນທະຫານ, ໄອ ຍະການທະຫານ, ສານທະຫານ ໃນການແກ້ໄຂວຽກງານວິຊາສະເພາະທີ່ພົບຄວາມຫຍຸ້ງຍາກ ແລະ ການລາຍງານສະຖິຕິຈຳ ນວນພົນ, ປະຫວັດພະນັກງານ ໄອຍະການທະຫານສົ່ງໃຫ້ອົງ ການປະຊາຊົນສູງສຸດ, ທັງສອງ ຝ່າຍເຫັນດີໃຫ້ມີການພົບປະ ແລກປ່ຽນບົດຮຽນຄະນະຜູ້ແທນ ເຊິ່ງກັນ ແລະ ກັນອີກດ້ວຍ,ພ້ອມ ດຽວກັນນີ້ຝ່າຍອົງການໄອຍະ ການທະຫານຂັ້ນສູງກອງທັບ ປະຊາຊົນລາວ ຍັງໄດ້ສະເຫນີ ໃຫ້ອົງການໄອຍະການທະຫານ ສູນກາງກອງທັບປະຊາຊົນ ຫວຽດນາມ ຊ່ວຍກໍ່ສ້າງບໍາລຸງ ຍົກລະດັບໃຫ້ແກ່ພະນັກງານວິ ຊາການໄລຍະສັ້ນ, ໄລຍະຍາວ ແລະ ສະຫນອງວັດຖຸເຕັກນິກ ຮັບໃຊ້ວິຊາສະເພາະໃຫ້ແກ່ອົງ ການໄອຍະການກອງທັບປະຊາ ຊົນລາວ ເພື່ອຫມູນໃຊ້ເຂົ້າໃນ ການປະຕິບັດຫນ້າທີ່ຂອງອົງ ການໄອຍະການກອງທັບປະຊາ ຊົນລາວໃຫ້ໄດ້ຮັບຫາກຜົນສູງ ກວ່າເກົ່າ. ການຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ຄັ້ງນີ້ໄດ້ເປັນ ການປະກອບສ່ວນເພີ່ມພູນຄູນ ສ້າງ ແລະ ຮັດແຫນ້ນສາຍພົວ ພັນມິດຕະພາບ, ຄວາມສາມັກ ຄີແບບພິເສດອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງ ທັບເວົ້າລວມເວົ້າສະເພາະສອງ ອົງການໄອຍະການທະຫານ ສອງກອງທັບໃຫ້ນັບມື້ແຫນ້ນ ແຟ້ນ ແລະ ເລິກເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ