ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຊຽງຂວາງ ເຜີຍແຜ່ຄຳສັ່ງເເນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ
ເວລາອອກຂ່າວ: 2019-07-09 09:01:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຈັດຕັ້ງ ເຜີຍແຜ່ຄຳສັ່ງແນະນຳຂອງກະ ຊວງປ້ອງກັນປະເທດກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປະກັນສັງຄົມຂຶ້ນ ໃນວັນທີ 3 ກໍລະກົດ 2019 ນີ້, ຢູ່ທີ່ສະໂມສອນຂອງຕົນ ໂດຍ ການເຂົ້າຮ່ວມຂອງສະຫາຍ ພັນເອກ ບຸນຊູ ໄຊລາສີ ກຳມະ ການຄະນະປະຈຳພັກແຂວງ, ຫົວໜ້າການທະຫານກອງບັນ ຊາການທະຫານແຂວງ, ມີບັນດາ ສະຫາຍຄະນະພັກ-ຄະນະບັນ ຊາໃນອົງການ 5 ຫ້ອງກອງບັນ ຊາການ, ຕະຫຼອດຮອດພະນັກ ງານ-ນັກ ຮົບທົ່ວກອງບັນຊາການ ແລະ ກອງຮ້ອຍ 157 ເຂົ້າຮ່ວມ 200 ກວ່າສະຫາຍ. ໃນພິທີ ສະຫາຍ ພັນໂທ ແສງ ເພັດ ພັນທຸວົງ ຫົວໜ້າພະແນກ ປະກັນສັງຄົມ ຫ້ອງການເມືອງ ກໍໄດ້ຂຶ້ນອະທິບາຍບາງເນື້ອໃນ ກ່ຽວກັບການອຸດໜູນປະກັນສັງ ຄົມປະເພດຕ່າງໆ, ການຄຸ້ມຄອງ ເງິນກອງທຶນ ປະກັນສັງຄົມ ກອງທັບ ແລະ ວິທີການຈັດຕັ້ງ ປະຕິບັດໃຫ້ຊັດເຈນຂຶ້ນຕື່ມ ເພື່ອ ແນໃສ່ໃຫ້ພະນັກງານ-ນັກຮົບ ແລະ ສະມາຊິກປະກັນສັງຄົມມີ ຄວາມເຂົ້າໃຈທີ່ຖືກຕ້ອງ, ຊັດ ເຈນ ແລະ ເປັນເອກະພາບ ໃນ ການຈັດຕັ້ງປະຕິບັດໃນທົ່ວກອງ ທັບ, ເພາະຜ່ານມາໄດ້ມີພະນັກ ງານ-ນັກຮົບຫຼາຍສະຫາຍເຂົ້າ ໃຈວ່າເງິນ 8% ແມ່ນໃຊ້ສະ ເພາະແຕ່ການປິ່ນປົວເທົ່ານັ້ນ. ແຕ່ຄວາມຈິງແລ້ວການອຸດໜູນ ປະກັນສັງຄົມປະກອບມີ 9 ປະ ເພດເປັນຕົ້ນແມ່ນການອຸດໜູນ ປິ່ນປົວສຸຂະພາບ, ການອຸດໜູນ ຈາກການສູ້ຮົບ, ຮັບໃຊ້ສູ້ຮົບ, ອຸບັດຕິເຫດແຮງງານ, ພະຍາດ ອາຊີບ, ການອອກລູກ-ລຸລູກ, ການເສຍກຳລັງແຮງງານ- ເສຍອົງຄະ, ການບຳນານ-ບຳ ເນັດອອກທະຫານ, ການເສຍ ຊີວິດ, ສະມາຊິກຄອບຄົວຜູ້ປະ ກັນຕົນ (ໝ້າຍ, ລູກກຳພ້າ, ພໍ່ແມ່, ຜູ້ດູແລ), ປ່ວຍການ, ວ່າງງານ. ເຊິ່ງກົດໝາຍວ່າດ້ວຍປະກັນສັງ ຄົມປະກອບມີ 12 ພາກ, 16 ໝວດ ແລະ 123 ມາດຕາ ເຊິ່ງ ໃນນີ້ໄດ້ແນະນຳບາງເນື້ອໃນ ໃນພາກທີ I, II, III, IV, V, VI, VII ສ່ວນເນື້ອໃນອື່ນໆ ທີ່ບໍ່ ໄດ້ແນະນໍາໃນຄໍາສັ່ງສະບັບນີ້ ແມ່ນໃຫ້ປະຕິບັດຕາມກົດໝາຍ ເພາະໄດ້ກຳນົດຈະແຈ້ງແລ້ວ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານ- ສະມາຊິກປະກັນສັງຄົມ ໃນທົ່ວ ກຳລັງປະກອບອາວຸດທ້ອງຖິ່ນ ແຂວງຊຽຂວາງ ໄດ້ຮັບຮູ້-ເຂົ້າ ໃຈແຈ້ງ ຕໍ່ວຽກງານປະກັນສັງ ຄົມໃນຖັນແຖວກອງທັບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກ ຕ້ອງຕາມຫຼັກການ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ