ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 645 ອັດຊຸດອົບຮົມ - ຫັດແອບທະຫານໃໝ່ຊຸດທີ III ປະຈຳປີ 2019
ເວລາອອກຂ່າວ: 2019-07-07 13:45:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ໃນວັນທີ 4 ກໍລະກົດ 2019 ນີ້, ກອງພັນໃຫຍ່ 645 ໄດ້ຈັດຕັ້ງອັດຊຸດອົບຮົມ-ຫັດ ແອບທະຫານໃໝ່ຊຸດທີ III ປະ ຈຳປີ 2019 ຢູ່ທີ່ກອງພັນ 607 ທີ່ຂຶ້ນກັບກອງພັນໃຫຍ່ 645 ພາຍຫຼັງທີ່ໄດ້ອົບຮົມ-ຫັດແອບມາເປັນເວລາ 90 ວັນ, ພາຍໃຕ້ ການເປັນປະທານຂອງ ສະຫາຍ ພັນເອກ ສົມລິດ ສີຫາບຸດ ຫົວ ໜ້າການທະຫານກອງພັນໃຫຍ່ 645 , ມີຄະນະພັກ-ຄະນະບັນ ຊາກອງພັນໃຫຍ່ 645, ຄະນະ ພະແນກການພ້ອມດ້ວຍຄູອາ ຈານ ແລະ ອ້າຍນ້ອງທະຫານ ໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ຄຳໄພ ແກ້ວວິ ລະວົງ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 645 ໄດ້ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບທະຫານ ໃໝ່ໃນຊຸດນີ້ແມ່ນໄດ້ຮັບການຊີ້ ນຳຢ່າງໃກ້ຊິດຕິດແທດຈາກ ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 645 ກໍຄືຂະແໜງອົບ ຮົມ ແລະ ໄດ້ປະຕິບັດຫຼັກສູດ ການອົບຮົມ-ຫັດແອບຕາມຄຳ ສັ່ງແນະນຳຂອງກົມອົບຮົມກໍຄື ກົມໃຫຍ່ເສນາທິການກອງທັບ, ເຊິ່ງໃນນັ້ນໄດ້ອົບຮົມຫັດແອບ ຢູ່ 3 ພາກໃຫຍ່ຄື: ພາກການ ເມືອງ, ພາກການທະຫານ ແລະ ພະລາທິການ-ເຕັກນິກ ເຊິ່ງມີ ທະຫານໃໝ່ເຂົ້າຮ່ວມອົບຮົມ 30 ສະຫາຍ ຜ່ານການອົບຮົມ ຫັດແອບຕົວຈິງເຫັນວ່າບັນລຸ ໄດ້ຕາມລະດັບຄາດໝາຍໃນ ນັ້ນປະເພດເກັ່ງ 27 ສະຫາຍ ກາງ 3 ສະຫາຍ ສະເລ່ຍການ ອົບຮົມບັນລຸໄດ້ 95% ຂອງ ແຜນການ. ການອົບຮົມຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ອ້າຍນ້ອງ ທະຫານໃໝ່ໄດ້ຮຽນຮູ້ລະບຽບ ວິໄນຂອງກອງທັບ, ຄວາມໝາຍ ຄວາມສຳຄັນໃນໜ້າທີ່ວຽກ ງານປ້ອງກັນຊາດ ທັງເປັນການ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນພະນັກງານສືບທອດປ່ຽນ ແທນທີ່ດີໃນອະນາຄົດ. ໂອກາດເຂົ້າຮ່ວມອັດຊຸດອົບ ຮົມດັ່ງກ່າວ ສະຫາຍ ພັນເອກ ສົມລິດ ສີຫາບຸດ ໄດ້ຮຽກຮ້ອງ ໃຫ້ທະຫານໃໝ່ ຈົ່ງເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຊື່ສັດບໍລິສຸດຕໍ່ພັກຕໍ່ປະເທດຊາດ, ມີນ້ຳໃຈເສຍສະຫຼະ ແລະ ນຳ ເອົາບົດຮຽນທີ່ໄດ້ຮຽນມາເພື່ອ ປະກອບສ່ວນເຂົ້າໃນການປະຕິ ບັດໜ້າທີ່ໃຫ້ມີຜົນສຳເລັດ. ໂດຍ: ສາຍສະໝອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ