ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສື່ມວນຊົນອ້ອມຂ້າງສູນກາງ ແລະ ທ້ອງຖິ່ນໄດ້ຮັບການຍົກລະດັບ ດ້ານການຜະລິດລາຍການວິທະຍຸ - ໂທລະພາບອອນລາຍ
ເວລາອອກຂ່າວ: 2019-07-07 13:41:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ອົງການສື່ມວນຊົນ 15 ພາກ ສ່ວນຄື: ວິທະຍຸກະຈາຍສຽງ ແຫ່ງຊາດ, ໂທລະພາບແຫ່ງຊາດ, ໜັງສືພິມພາສາຕ່າງປະເທດ, ສຳນັກຂ່າວສານປະເທດລາວ, ໜັງສືພິມປະຊາຊົນ, ໜັງສືພິມ ກອງທັບປະຊາຊົນລາວ, ໜັງສືພິມເສດຖະກິດ-ການຄ້າ, ໜັງສື ພິມລາວພັດທະນາ, ໜັງສືພິມ ວຽງຈັນໃໝ່, ວິທະຍຸ-ໂທລະພາບ ປກສ, ວິທະຍຸ-ໂທລະພາບກອງ ທັບ, ວິທະຍຸສາກົນແຫ່ງປະເທດ ຈີນ CRI ປະຈຳນະຄອນຫຼວງ ວຽງຈັນ, ຫ້ອງການຖະແຫຼງຂ່າວ ເມືອງວັງວຽງ ແຂວງວຽງຈັນ ຫ້ອງການຖະແຫຼງຂ່າວເມືອງ ປາກລາຍ ແຂວງໄຊຍະບູລີ ແລະ ກົມສື່ມວນຊົນກະຊວງຖະແຫຼງ ຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ຈຳນວນ 50 ກວ່າຄົນໄດ້ເຂົ້າ ຮ່ວມການອົບຮົມຍົກລະດັບທາງ ດ້ານການຜະລິດລາຍການວິທະ ຍຸ ແລະ ໂທລະພາບອອນລາຍ ຈຸດປະສົງເພື່ອແນໃສ່ພັດທະນາ ທັກສະຄວາມຮູ້ກ່ຽວກັບການ ຜະລິດຂ່າວວິທະຍຸ ແລະ ໂທລະ ພາບໂດຍນຳໃຊ້ສື່ແບບໃໝ່ ຫຼື ທີ່ ມີຊື່ເອີ້ນໃນພາສາອັງກິດວ່າ: Mobile Journalism ຫຼື Mojo, ພ້ອມດຽວກັນນີ້ບັນດານັກສຳມະ ນາກອນໄດ້ຮຽນຮູ້ເຕັກນິກວິ ທີການນຳໃຊ້ເຄື່ອງມືສື່ສານແບບ ໃໝ່, ໂດຍສະເພາະໂທລະສັບມືຖື ເພື່ອເກັບກຳ, ຜະລິດ ແລະ ລາຍ ງານຂ່າວດ້ວຍຄວາມສະດວກ ວ່ອງໄວ ແລະ ທັນສະໄໝກວ່າ ເກົ່າໃນທຸກຮູບແບບ ແລະ ສະຖາ ນະການຕ່າງໆ, ໂດຍສາມາດຮັບ ປະກັນຄຸນນະພາບ ແລະ ປະສິດ ທິພາບໄດ້ເປັນຢ່າງດີ. ຊຸດອົບຮົມດັ່ງກ່າວຈັດຂຶ້ນໃນ ລະຫວ່າງວັນທີ 2-4 ກໍລະກົດ 2019 ນີ້ທີ່ວິທະຍຸກະຈາຍສຽງ ແຫ່ງຊາດລາວ ໂດຍການຮ່ວມ ມືລະຫວ່າງສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສະມາ ຄົມນັກຂ່າວວິທະຍຸ-ໂທລະພາບ ແຂວງເພັດສະບູນ ປະເທດໄທ, ໂດຍມີທ່ານ ໂພສີ ແກ້ວມະນິວົງ ຜູ້ອຳນວຍການໃຫຍ່ວິທະຍຸກະ ຈາຍສຽງແຫ່ງຊາດລາວ, ທ່ານ ສີພາ ນົງລາດ ຮອງປະທານສະ ມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ທອງຫຼໍ່ ດວງສະຫວັນ ຫົວ ໜ້າບັນນາທິການໃຫຍ່ໜັງສືພິມ ພາສາຕ່າງປະເທດ, ທ່ານ ອົງ ອາດ ລານຈັນ ຫົວໜ້າ ແລະ ແອັດມິນ ສື່ອອນລາຍສະກາຍນິວສ໌, ຫົວ ໜ້າຄະນະວິທະຍາກອນຈາກວິ ທະຍຸ-ໂທລະພາບແຂວງເພັດສະ ບູນ ປະເທດໄທ ແລະ ມີນັກສຳ ມະນາກອນບັນດາອົງການສື່ຂັ້ນ ສູນກາງ ແລະ ທ້ອງຖິ່ນຂອງ ລາວເຂົ້າຮ່ວມອົບຮົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ