ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຜີຍແຜ່ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ ພະນັກງານ 8 ແຂວງ ພາກເໜືອ
ເວລາອອກຂ່າວ: 2019-07-05 08:31:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ວັນທີ 02-03 ກໍລະກົດ 2019, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ກະຊວງ ການຕ່າງປະເທດຮ່ວມກັບກະ ຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວ ກັບການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ (ປພຍ/SDGs), ການຈັດຕັ້ງຜັນ ຂະຫຍາຍຜົນກອງປະຊຸມໂຕະມົນ ປະຈຳປີ 2018 ແລະ ວຽກງານ ກ່ຽວຂ້ອງຕ່າງໆໃຫ້ບັນດາເຈົ້າ ໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງ ພາກເໜືອ ເຊິ່ງລວມມີ: ແຂວງ ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ໄຊຍະບູລີ ແລະ ແຂວງຫຼວງພະ ບາງ. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງ ການ ໂດຍການກ່າວເປີດຂອງ ທ່ານ ສຸກັນ ບຸນຍົງ, ຮອງເຈົ້າ ແຂວງໆຫຼວງພະບາງ ແລະ ພາຍ ໃຕ້ການເປັນປະທານດຳເນີນ ກອງປະຊຸມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການ ຈັດຕັ້ງສາກົນ, ກະຊວງການ ຕ່າງປະເທດ, ຫົວໜ້າກອງເລຂາ ເປົ້າໝາຍການພັດທະນາແບບ ຍືນຍົງ ຫຼື ປພຍ ແຫ່ງຊາດ, ເຊິ່ງມີ ຜູ້ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນ, ພະແນກ ການຕ່າງປະເທດ ແລະ ຂະແໜງ ການກ່ຽວຂ້ອງອ້ອມຂ້າງ ຈາກ 08 ແຂວງພາກເໜືອ ເຂົ້າຮ່ວມ ຫຼາຍກ່ວາ 60 ທ່ານ. ກອງປະຊຸມຄັ້ງນີ້ ແມ່ນເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ຂະແໜງການກ່ຽວຂ້ອງ ຂອງພາກລັດກ່ຽວກັບບົດບາດ ຄວາມສຳຄັນໃນການຈັດຕັ້ງປະ ຕິບັດ ປພຍ ຂອງ ສປປ ລາວ ເພື່ອ ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມໃນລະດັບສູນ ກາງ ແລະ ທ້ອງຖິ່ນ. ໃນກອງປະ ຊຸມຄັ້ງນີ້ຄະນະຜູ້ແທນຈາກບັນ ດາແຂວງພາກເໜືອ ໄດ້ຮັບຟັງ ການເຜີຍແຜ່ ແລະ ແລກປ່ຽນບົດ ຮຽນວຽກງານການຈັດຕັ້ງປະ ຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນນັ້ນໄດ້ ຖືເອົາວຽກງານລຶບລ້າງຄວາມ ທຸກຍາກເປັນບູລິມະສິດຕົ້ນຕໍ ໂດຍສຸມໃສ່ການພັດທະນາແບບ ມີສ່ວນຮ່ວມຂອງຫຼາຍພາກສ່ວນ ເວົ້າລວມ, ເວົ້າສະເພາະແມ່ນ ໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງ ການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ. ໃນໂອ ກາດດຽວກັນ, ກອງປະຊຸມໄດ້ມີ ການປຶກສາຫາລືກ່ຽວກັບສະຖາ ນະພາບ ແລະ ຄວາມພະຍາຍາມ ໃນການຫຼຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາຂອງ ສປປ ລາວ ພ້ອມດ້ວຍທິດທາງ ແຜນການໃນຕໍ່ໜ້າ ເພື່ອກະ ກຽມໃຫ້ແກ່ຂະບວນການຂ້າມ ຜ່ານຂອງການຫຼຸດພົ້ນອອກ ຈາກສະຖານະພາບດັ່ງກ່າວໃຫ້ ມີຄວາມເຂັ້ມແຂງ ແລະ ຍືນຍົງ. ນອກຈາກນັ້ນ, ກອງປະຊຸມຍັງ ໄດ້ມີການເຜີຍແຜ່ ດຳລັດ 013/ນຍ ແລະ ຂໍ້ແນະນຳ 1064/ຕປທ. ຈສກ ວ່າດ້ວຍ ອົງການຈັດຕັ້ງ ສາກົນທີ່ບໍ່ສັງກັດລັດຖະບານ ພ້ອມດ້ວຍລະບຽບການອື່ນໆທີ່ ກ່ຽວຂ້ອງ, ເພື່ອຊຸກຍູ້ເຮັດໃຫ້ການ ປະກອບສ່ວນຂອງ ອສບລ ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງ ການດ້ານການພັດທະນາຂອງ ສປປ ລາວ ໂດຍສະເພາະຢູ່ ທ້ອງຖິ່ນ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການ ເຜີຍແຜ່ ແລະ ຜັນຂະຫຍາຍຜົນ ຂອງກອງປະຊຸມໂຕະມົນປະຈຳ ປີ 2018, ພ້ອມດ້ວຍການນຳສະເໜີຮ່າງແນວຄິດເບື້ອງຕົ້ນ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມສຳ ຄັນຂອງວຽກງານສະຖິຕິ ເພື່ອ ຕອບສະໜອງຕໍ່ການສ້າງນະ ໂຍບາຍດ້ານການພັດທະນາ ທີ່ສອດຄ່ອງ ແລະ ແທດເໝາະ ກັບສະພາບການພັດທະນາຕົວ ຈິງຂອງ ສປປ ລາວ ແລະ ບັນ ດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການ ຂອງຖະແຫຼງການວຽງຈັນ ວ່າ ດ້ວຍ ການເປັນຄູ່ຮ່ວມງານເພື່ອ ການພັດທະນາທີ່ມີປະສິດທິພາບ (2016 - 2025). ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນປະກອບ ສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນດາພະ ນັກງານທີ່ວາງແຜນພັດທະນາ ໃນລະດັບທ້ອງຖິ່ນຢູ່ແຂວງ ພາກເໜືອກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບ ວາລະ 2030 ເພື່ອການພັດທະນາ ແບບຍືນຍົງຂອງອົງການສະ ຫະປະຊາຊາດ, ພ້ອມທັງເປັນ ການສ້າງຄວາມເປັນເອກະພາບ ກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາ ຊົນລາວບັນດາເຜົ່າໃນການຈັດ ຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິ ຜົນສູງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດ ທະນາ ນັບຕັ້ງແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ