ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວາງສີລາລຶກ ການກໍ່ສ້າງທາງເບຕົງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2019-07-05 08:24:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ພິທີວາງສີລາລຶກການກໍ່ສ້າງ ທາງເບຕົງ ແລະ ເດີີ່ນໜ້າຫ້ອງ ການກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 4 ກໍລະ ກົດນີ້ ໂດຍການເຂົ້າຮ່ວມຂອງສະ ຫາຍ ພົນຈັດຕະວາ ສີພອນ ຈັນ ສົມວົງ ຫົວໜ້າການເມືອງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ, ມີ ສະຫາຍ ພົນຈັດຕະວາ ຫງວຽນ ຈ້ອງ ຈ໋ຽນ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດ ນາມ ພ້ອມດ້ວຍຄະນະ, ມີສະຫາຍ ພັນໂທ ຫງວຽນ ມິງ ຫາຍ ເລຂາ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ, ສະຫາຍ ພັນເອກ ໂສວັດ ສັນຕິສຸກ ຮອງຫົວໜ້າກົມພົວພັນຕ່າງປະ ເທດ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານບໍລິສັດຮ່ວມມືກໍ່ສ້າງ ເສດຖະກິດ ທະຫານເຂດ 4 ສສ ຫວຽດນາມເຂົ້າຮ່ວມ. ໂຄງການກໍ່ສ້າງເສັ້ນທາງເບ ຕົງໜ້າຫ້ອງການ ກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນຄັ້ງນີ້ ເຊິ່ງມີມູນຄ່າທັງໝົດ 12 ຕື້ດົງ ( ສະກຸນເງິນຫວຽດນາມ) ການກໍ່ສ້າງໃຊ້ເວລາ 4 ເດືອນ ຈຶ່ງຈະສຳເລັດ, ໂດຍແມ່ນບໍລິ ສັດກໍ່ສ້າງໂອເອໂກລາວຈຳກັດ ສັງກັດສະຫະບໍລິສັດຮ່ວມມືເສດ ຖະກິດ ທະຫານເຂດ 4 ສສ ຫວຽດນາມ ເປັນຜູ້ລົງມືກໍ່ສ້າງ ໂດຍກົງ ແລະ ດ້ວຍຄວາມຮັບ ຜິດຊອບສູງ ຮັບປະກັນທາງດ້ານ ຄຸນນະພາບ, ປານີດ ມີສິລະປະ ຄວາມວ່ອງໄວຕາມການອອກ ແບບໃຫ້ໄດ້ຮັບຜົນສູງ ເຮັດສຳ ເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ໂອກາດນີ້, ສະຫາຍຫົວໜ້າ ການເມືອງ ທະຫານນະຄອນຫຼວງ ວຽງຈັນ ກໍໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະບັນຊາກົມກອງຂອງ ຕົນຂຶ້ນກ່າວຮັບສະແດງຄວາມ ຂອບໃຈຕໍ່ກອງບັນຊາການທະ ຫານນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍ ເຫຼືອໂຄງການກໍ່ສ້າງດ້ວຍນໍ້າໃຈ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ເວລາໃດກໍເຫັນໄດ້ຄວາມ ໝາຍ, ຄວາມສຳຄັນຕໍ່ວຽກງານ ປ້ອງກັນຊາດຂອງສອງກຳລັງ ປະກອບອາວຸດ ເວົ້າລວມ, ເວົ້າ ສະເພາະກໍຄືຄວາມສາມັກຄີພິ ເສດລະຫວ່າງກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ກັບກອງບັນຊາການທະຫານນະ ຄອນຫຼວງຮ່າໂນ້ຍ ທີ່ສືບຕໍ່ເສີມ ຂະຫຍາຍມິດຕະພາບອັນຍິ່ງ ໃຫຍ່ການຮ່ວມມືຮອບດ້ານໃຫ້ ນັບມື້ນັບແໜ້ນແຟ້ນຂຶ້ນ, ພ້ອມ ທັງໄດ້ອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພົນຈັດຕະວາ ຫງວຽນ ຈ້ອງ ຈ໋ຽນ ຫົວໜ້າ ການເມືອງ ກອງບັນຊາການທະ ຫານນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມຄະນະຈົ່ງມີ ຄວາມຜາສຸກໃນໜ້າທີ່ວຽກງານ ອັນມີກຽດຂອງສະຫາຍ ແນໃສ່ ເຮັດໃຫ້ສາຍພົວພັນມິດຕະພາບ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ກໍຄືກອງບັນຊາ ການທະຫານນະຄອນຫຼວງ ວຽງຈັນ ກັບ ກອງບັນຊາການທະ ຫານນະຄອນຫຼວງຮ່າໂນ້ຍ ໃຫ້ ນັບມື້ນັບແໜ້ນແຟ້ນຂຶ້ນຢ່າງບໍ່ ຢຸດຢັ້ງ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ