ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີລົງນາມການໃຫ້ທຶນຂອງປະເທດອົສຕຣາລີ ເພື່ອເກັບກູ້ລະເບີດບໍ່ທັນແຕກໃນລາວ
ເວລາອອກຂ່າວ: 2019-06-28 09:59:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ພິທີລົງນາມບົດບັນທຶກຄວາມ ເຂົ້າໃຈເພື່ອໃຫ້ທຶນດຳເນີນການສຳ ຫລວດເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ ສປປ ລາວ, ເຊິ່ງໄດ້ຈັດຂຶ້ນໃນ ວັນທີ 27 ມິຖຸນາ 2019 ນີ້, ຢູ່ທີ່ ຫ້ອງປະຊຸມລ້ານຊ້າງສຳນັກງານ ສປຊ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເຊັນບົດ ບັນທຶກມີທ່ານ ນາງ ເຈນແຊນເລີ ອຸປະທູດ ອົສຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຣິຄາຣດາ ຣີເດເກີ ຕາງຫນ້າອົງການສະຫະ ປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີລົງນາມຄັ້ງນີ້, ລັດຖະ ບານອົສຕຣາລີ ໄດ້ປະກາດໃຫ້ ທຶນ 407.000 ໂດລາອົສຕຣາລີ ຫລື 2,5 ຕື້ກີບ ເພື່ອປະກອບສ່ວນ ເຂົ້າໃນການເກັບກູ້ລະເບີດທີ່ບໍ່ທັນ ແຕກ ຢູ່ເມືອງສະຫນາມໄຊ ແຂວງ ອັດຕະປື, ເຊິ່ງໄດ້ເລີ່ມແຕ່ເດືອນ ກັນຍາ 2018 ເປັນຕົ້ນມາ. ໂດຍ ກ່ອນຫນ້ານີ້ລັດຖະບານອົສຕຣາ ລີ ໄດ້ໃຫ້ການຊ່ວຍເຫລືອແລ້ວ ເປັນມູນຄ່າ 200.000 ໂດລາ ອົສຕຣາລີ ເພື່ອແກ້ໄຂຜົນກະທົບ ຈາກໄພນຳ້ຖ້ວມ ແລະ ເຮັດໃຫ້ ຍອດທຶນການຊ່ວຍເຫລືອ ຈາກ ລັດຖະບານອົສຕຣາລີ ສຳລັບເກັບ ກູ້ລະເບີດທີ່ຍັງບໍ່ທັນແຕກເພີ່ມຂຶ້ນ ເປັນ 607.000 ໂດລາອົສຕຣາ ລີ. ໃນໂອກາດນີ້ທ່ານນາງ ເຈນ ແຊນເລີ ໄດ້ກ່າວວ່າ: ການສະ ຫນັບສະຫນູນທຶນເກັບກູ້ລະເບີດບໍ່ ທັນແຕກຢູ່ແຂວງອັດຕະປືເປັນຜົນ ຈາກການລົງທຶນຫລາຍໆປີຂອງ ອົສຕຣາລີ ໃນການຊ່ວຍເຫລືອ ລັດຖະບານລາວ ແກ້ໄຂບັນຫາ ລະເບີດທີ່ຍັງບໍ່ທັນແຕກ ແລະ ເພື່ອ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ. ທ່ານ ນາງ ຣີຄາຣດາ ຣີເອເກີ ຜູ້ຕາງຫນ້າອົງການ ສປຊ ເພື່ອ ການພັດທະນາປະຈຳລາວ ຕີລາ ຄາສູງໃນການຊ່ວຍເຫລືອຂອງ ລັດຖະບານອົສຕຣາລີ ທີ່ໃຫ້ທຶນ ເພີ່ມເຕີມ ໃນການແກ້ໄຂລະເບີດ ທີ່ຍັງບໍ່ທັນແຕກ ຢູ່ໃນລາວ, ກໍຄື ຢູ່ຂົງເຂດເມືອງສະຫນາມໄຊ ແຂວງອັດຕະປື.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ