ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ເວລາອອກຂ່າວ: 2019-06-26 12:11:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:



ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ຢາເສບຕິດ ເປັນໄພອັນຕະ ລາຍທີ່ຮ້າຍແຮງຕໍ່ຊາດກໍຄືຕໍ່ ມວນມະນຸດ, ເປັນສາເຫດຂອງປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ : ການກໍ່ອາຊະຍາກໍາ, ການປຸ້ນຈີ້ຊີງຊັບ, ການຂີ້ລັກ ງັດແງະ, ການຫຼິ້ນກິນຟຸມເ ຟືອຍ ແລະ ອື່ນໆ ຕະຫຼອດຮອດການ ປະລະການຮຽນ ແລະ ການເຄື່ອນ ໄຫວຜິດລະບຽບກົດໝາຍຂອງຊາວໜຸ່ມ-ເຍົາວະຊົນທີ່ເປັນຜູ້ສືບທອດ ອະນາຄົດຂອງຊາດໃຫ້ກາຍເປັນຄົນເສຍທາດຂາດຄຸນ. ຢາເສບຕິດ ຍັງເປັນເຄື່ອງມື ຫຼື ຊ່ອງທາງໃຫ້ກຸ່ມຄົນບໍ່ດີສວຍໃຊ້ຫາເງິນ, ຟອກເງິນ ແລະ ຂະຫຍາຍເຄືອຂ່າຍການເຄື່ອນໄຫວທີ່ຜິດກົດໝາຍ ເຊິ່ງໄດ້ສ້າງ ຄວາມບໍ່ສະຫງົບໃຫ້ແກ່ສັງຄົມທັງເປັນການກົດໜ່ວງຖ່ວງດຶງການ ພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່ ຫຼວງຕໍ່ຊາດກໍຄືຕໍ່ບຸກຄົນ ແລະ ຄອບຄົວຜູ້ທີ່ຕົກເປັນທາດຂອງຢາ ເສບຕິດ. ພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄືປະຊາຊາດໃນ ທົ່ວໂລກລ້ວນແຕ່ເປັນເອກະພາບກັນສະກັດກັ້ນ, ຕ້ານ ແລະ ແກ້ໄຂ ບັນຫາຢາເສບຕິດຢ່າງກວ້າງຂວາງທົ່ວໂລກ. ຍ້ອນເຫັນໄດ້ອັນຕະລາຍ ແລະ ຮັບຮູ້ວ່າບັນຫາຢາເສບຕິດຍັງເປັນ ໄພຄຸກຄາມຕໍ່ສັງຄົມລາວພັກ ແລະ ລັດຖະບານ ຈຶ່ງໄດ້ຖືເອົາການ ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນວຽກງານສຳ ຄັນ. ລັດຖະບານໄດ້ປະກາດສົງຄາມຕ້ານກັບເຄືອຂ່າຍຄ້າຂາຍຢາ ເສບຕິດ, ໄດ້ຈັບກຸມຄຸມຂັງຫົວໂປ່ຕົວການຄ້າຂາຍຢາເສບຕິດລາຍ ໃຫຍ່ຈຳນວນໜຶ່ງ ແລະ ດຳເນີນຄະດີຕາມກົດໝາຍ ແລະ ລະບຽບ ການ. ຄຽງຄູ່ກັນ ນັ້ນ, ລັດຖະບານ ກໍໄດ້ໂຄສະນາ, ສຶກສາອົບຮົມ ແລະ ສ້າງຈິດສຳນຶກໃຫ້ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເປັນຕົ້ນແມ່ນຊາວ ໜຸ່ມ-ເຍົາວະຊົນໃຫ້ຮັບຮູ້ ແລະ ເຂົ້າໃຈກວ້າງຂວາງກ່ຽວກັບພິດໄພ ແລະ ຜົນກະທົບຂອງຢາເສບຕິດ ພ້ອມທັງໄດ້ພົວພັນຮ່ວມມືຢ່າງ ໃກ້ຊິດກັບບັນດາປະເທດເພື່ອນມິດ ໂດຍສະເພາະກັບປະເທດບ້ານໃກ້ ເຮືອນຄຽງ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງເພື່ອສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ. ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 32 ປີ ໃນ ປີນີ້ ຕາງໜ້າໃຫ້ການນຳພັກ ແລະ ລັດຖະບານ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຂອບ ໃຈ ແລະ ຊົມເຊີຍທຸກພາກສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະກໍແມ່ນ ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພະນັກງານ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນ ບັນດາຊັ້ນຄົນໃນທົ່ວປະເທດທີ່ໄດ້ປະຕິບັດໜ້າທີ່ທີ່ຫຍຸ້ງຍາກ-ສ່ຽງ ໄພນີ້ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ. ຂໍຖືໂອກາດນີ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ອົງການຈັດ ຕັ້ງສາກົນ, ສະຖາບັນການເງິນລະຫວ່າງປະເທດ, ອົງການບໍ່ສັງກັດ ລັດຖະບານ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອລັດຖະບານ ແລະ ປະຊາຊົນລາວໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບ ຕິດເຮັດໃຫ້ການປະຕິບັດວຽກງານໃນດ້ານນີ້ມີຄວາມຄືບໜ້າ ແລະ ໄດ້ຮັບໝາກຜົນເປັນຂັ້ນໆມາ. ເພື່ອນຮ່ວມຊາດທີ່ຮັກແພງ, ເຖິງແມ່ນວ່າພັກ, ລັດຖະບານ, ປະ ຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນທັງໃກ້ ແລະ ໄກຈະເປັນ ເອກະພາບກ່ຽວກັບພິດໄພ ແລະ ຜົນກະທົບຂອງຢາເສບຕິດ, ເຫັນໄດ້ ຄວາມຈຳເປັນຕ້ອງໄດ້ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ກໍໄດ້ພ້ອມກັນດຳເນີນ ວຽກງານດ້ານນີ້ຢ່າງຈິງຈັງ ແລະ ມີ ໝາກຜົນກໍຕາມ, ແຕ່ບັນຫາຢາເສບຕິດຢູ່ປະເທດເຮົາ ກໍຄືຢູ່ປະເທດ ຕ່າງໆໃນໂລກກໍຍັງບໍ່ໝົດສິ້ນໄປ ແລະ ຍັງຈະສືບຕໍ່ເປັນໄພຄຸກຄາມ ຕໍ່ຄວາມສະຫງົບ, ຈອບທຳລາຍຊາວໜຸ່ມ-ເຍົາວະຊົນ ແລະ ສ້າງ ຄວາມເສຍຫາຍແກ່ສັງຄົມ. ດັ່ງນັ້ນ, ໃນນາມລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະ ຊາຊົນບັນດາເຜົ່າທຸກຊັ້ນຄົນ, ທຸກເພດໄວໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາ ບັນການສຶກສາ, ອົງການພຸດທະສາດສະໜາ ແລະ ສະຖາບັນຄອບ ຄົວ ຈົ່ງໄດ້ພ້ອມກັນເອົາໃຈໃສ່ເປັນເຈົ້າການ ແລະ ປະກອບສ່ວນຢ່າງ ແຂງແຮງເຂົ້າໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກສັງຄົມລາວ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ບັນດາປະເທດເພື່ອນມິດ, ອົງການ ຈັດຕັ້ງສາກົນ, ສະຖາບັນການເງິນລະຫວ່າງປະເທດ, ອົງການທີ່ບໍ່ ສັງກັດລັດຖະບານ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະ ເທດຈະສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ດ້ານທຶນຮອນ, ບົດຮຽນ ແລະ ປະສົບການແກ່ລັດຖະບານ ແລະ ປະ ຊາຊົນລາວ ກໍຄືອົງການທີ່ເຮັດໜ້າທີ່ສະກັດກັ້ນ, ຕ້ານ ແລະ ແກ້ ໄຂບັນຫາຢາເສບຕິດ ເພື່ອໃຫ້ສາມາດເຄື່ອນໄຫວ ແລະ ແກ້ໄຂບັນ ຫາຢາເສບຕິດໄດ້ຢ່າງມີປະສິດທິຜົນ ທັງປະກອບສ່ວນເຂົ້າໃນຂະ ບວນການລວມຂອງພາກພື້ນ ແລະ ສາກົນໃນການຕໍ່ສູ້, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ສູນຫາຍຈາກໂລກທີ່ສວຍ ງາມຂອງພວກເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ