ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະມາຊິກສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍເອກະສານ
ເວລາອອກຂ່າວ: 2019-06-21 09:09:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງເປັນມື້ທີ 12 ໃນ ຕອນເຊົ້າຂອງວັນທີ 20 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມສະພາ ແຫ່ງຊາດ, ນະຄອນຫຼວງວຽງ ຈັນ, ໂດຍການເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະ ລາດ ຮອງປະທານສະພາແຫ່ງ ຊາດ, ມີບັນດາທ່ານຮອງປະທານ ສະພາແຫ່ງຊາດ, ສະມາຊິກສະ ພາແຫ່ງຊາດ, ຄະນະລັດຖະບານ ແລະ ຄະນະຮັບຜິດຊອບຮ່າງກົດ ໝາຍເຂົ້າຮ່ວມ. ໃນວາລະຂອງການດຳເນີນ ກອງປະຊຸມທ່ານ ຄຳໝັ້ນ ສູນວິ ເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີລາຍງານຕໍ່ກອງປະຊຸມ ວ່າ: ກົດໝາຍວ່າດ້ວຍເອກະສານ ເປັນກົດໝາຍສ້າງຂຶ້ນໃໝ່, ເຊິ່ງ ປະກອບດ້ວຍ 10 ພາກ, 16 ໝວດ ແລະ 100 ມາດຕາ ໂດຍ ໄດ້ກຳນົດບັນດາຫລັກການ, ລະ ບຽບການ ແລະ ມາດຕາການ ກ່ຽວກັບການສ້າງການຄຸ້ມຄອງ ນຳໃຊ້ ແລະ ຕິດຕາມກວດກາ ວຽກງານເອກະສານ, ເພື່ອໃຫ້ ວຽກງານດັ່ງກ່າວເປັນລະບົບມີ ປະສິດທິພາບ ແລະ ເປັນເອກະ ພາບໃນຂອບເຂດທົ່ວປະເທດ, ແນໃສ່ເພື່ອປົກປັກຮັກສາ ແລະ ອະນຸລັກເອກະສານທີ່ມີຄຸນຄ່າ ທາງດ້ານວັດທະນະທຳ, ປະຫວັດ ສາດ, ສັງຄົມ ແລະ ອື່ນໆ ເພື່ອປະ ກອບເປັນຂໍ້ມູນຂ່າວສານໃນການ ຄົ້ນຄວ້າ ແລະ ຫລັກຖານໃນການ ອ້າງອີງ. ເອກະສານແມ່ນຂໍ້ມູນຂ່າວ ສານທີ່ສ່ອງແສງເຖິງເຫດການ ແລະ ປາກົດການຕ່າງໆສ້າງຂຶ້ນ ໃນຂະບວນແຫ່ງການເຄື່ອນໄຫວ ຂອງອົງການຈັດຕັ້ງພັກ, ລັດ ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງສັງ ຄົມ, ບຸກຄົນ, ນິຕິບຸກຄົນ ເພື່ອເປັນ ເຄື່ອງມື ແລະ ພາຫະນະໃນການ ຄຸ້ມຄອງລັດ, ເສດຖະກິດ-ສັງຄົມ ແລະ ຕິດຕໍ່ພົວພັນ ເຊິ່ງກັນ ແລະ ກັນ. ຖ້າຫາກວ່າກົດໝາຍສະບັບ ດັ່ງກ່າວຖືກຮັບຮອງ ແລະ ປະ ກາດນຳໃຊ້ຈາກສະພາແຫ່ງຊາດ ເຊື່ອວ່າຈະເປັນເຄື່ອງມືອັນຫນັກ ແຫນ້ນໃນການຄຸ້ມຄອງ ແລະ ຕິດຕາມກວດກາເອກະສານໃຫ້ ເປັນລະບົບຄົບຊຸດ ແລະ ມີປະສິດ ທິພາບ, ຄົບຖ້ວນຮັບປະກັນບໍ່ໃຫ້ ເອກະສານຕົກເຮ່ຍເສຍຫາຍ, ສາ ມາດບັນທຶກເຫດການຕ່າງໆໄດ້. ຫລັງຈາກນັ້ນປະທານກອງ ປະຊຸມໄດ້ມີຄຳຖາມເຈາະຈີ້ມ ແລະ ເນັ້ນຫນັກໃນບາງພາກ, ໝວດ ແລະ ມາດຕາຂອງກົດ ໝາຍສະບັບດັ່ງກ່າວ ເພື່ອເປັນ ບ່ອນອີງໃຫ້ແກ່ບັນດາທ່ານສະ ມາຊິກສະພາແຫ່ງຊາດ, ໃນແຕ່ ລະເຂດເລືອກຕັ້ງໄດ້ປະກອບຄຳ ຄິດເຫັນໃສ່ກົດໝາຍສະບັບດັ່ງ ກ່າວຢ່າງກົງໄປກົງມາ, ຍົກໃຫ້ ເຫັນຫລາຍດ້ານທີ່ເປັນບັນຫາອຸ ປະສັກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າ ທາຍຂອງການເກັບກຳ, ສ້າງ ແລະ ຕິດຕາມກວດກາ, ຄຸ້ມຄອງ ບັນດາເອກະສານ ໂດຍສະເພາະ ແມ່ນໄລຍະທີ່ຜ່ານມາເຫັນວ່າປະ ເທດຂອງພວກເຮົາຍັງຄຸ້ມຄອງບໍ່ ໄດ້ດີເທົ່າທີ່ຄວນ, ເປັນເຫດໃຫ້ ເອກະສານສຳຄັນຂອງປະເທດ ສູນຫາຍໄປຢ່າງຫນ້າເສຍດາຍທີ່ ສຸດ ສະນັ້ນຈຶ່ງມີຄວາມຈຳເປັນ ຫລາຍທີ່ຄວນມີກົດໝາຍວ່າດ້ວຍ ເອກະສານ ເພື່ອເຮັດໃຫ້ການເກັບ ກຳ, ຕິດຕາມກວດກາ ແລະ ຄຸ້ມ ຄອງເອກະສານໄດ້ມີປະສິດທິ ພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ. ໃນຕອນທ້າຍຂອງກອງປະ ຊຸມບັນດາທ່ານສະມາຊິກສະພາ ແຫ່ງຊາດໃນແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນໃຊ້ສິດແຫ່ງການເປັນ ຕົວແທນຂອງປະຊາຊົນບັນດາ ເຜົ່າລົງຄະແນນສຽງຮັບຮອງ ເອົາກົດໝາຍວ່າດ້ວຍເອກະສານ ດ້ວຍຄະແນນສ່ວນຫລາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ