ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ປອ ບຸນທອງ ຈິດມະນີ ພ້ອມຄະນະລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື
ເວລາອອກຂ່າວ: 2019-06-21 08:54:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ວັນ 18 ມິຖຸນາ 2019 ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການສູນ ກາງພັກ, ຮອງນາຍົກລັດຖະ ມົນຕີ, ປະທານຄະນະກວດ ກາສູນກາງພັກ, ປະທານອົງ ການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ ລາດບັງຫຼວງຂັ້ນສູນກາງ ພ້ອມ ຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງອັດຕະ ປື ໂດຍການຕ້ອນຮັບຂອງທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາ ພັກແຂວງ, ຮອງເຈົ້າແຂວງໆ ອັດຕະປື, ມີຄະນະພັກ, ຄະນະ ນໍາຂອງເມືອງ, ບັນດາຫ້ອງການ ອ້ອມຂ້າງເມືອງ, ພະນັກງານ,ທະຫານ, ຕໍາຫຼວດພ້ອມດ້ວຍປະ ຊາຊົນໃຫ້ການຕ້ອນຮັບ. ໂອກາດດັ່ງກ່າວ ທ່ານ ຮອງ ເຈົ້າແຂວງ ໄດ້ລາຍງານສະພາບ ລວມການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງຮອບດ້ານໃນໄລຍະ 3 ເດືອນຕົ້ນປີ ໂດຍສະເພາະ ແມ່ນການຈັດເກັບລາຍຮັບງົບ ປະມານໄດ້ທັງໝົດ 15,75 ຕື້ ກີບ, ເທົ່າກັບ 12,88% ຂອງ ແຜນການປີ, ລາຍຮັບພາຍໃນ ແຂວງປະຕິບັດໄດ້ 11,58 ຕື້ ກີບ, ເທົ່າກັບ 13,73% ຂອງ ແຜນການປີ, ມູນຄ່າການນໍາ ເຂົ້າ-ສົ່ງອອກປະຕິບັດໄດ້ 26,45 ລ້ານໂດລາ, ເທົ່າກັບ 22,07% ຂອງແຜນການ. ນອກຈາກນັ້ນ, ຍັງໄດ້ຮັບຟັງ ລາຍງານກ່ຽວກັບການກະກຽມ ກອງປະຊຸມໃຫຍ່ 3 ຂັ້ນຂອງອົງ ຄະນະພັກແຕ່ລະຂັ້ນ ເຊິ່ງໄດ້ຈັດ ຕັ້ງເຊື່ອມຊຶມບັນດານິຕິກໍາກໍ່ ສ້າງພັກ-ພະນັກງານໃຫ້ຄະນະ ພັກຮາກຖານ, ໜ່ວຍພັກຮາກ ຖານພ້ອມແຕ່ງຕັ້ງຄະນະຊີ້ນໍາ ເພື່ອຊີ້ນໍາ-ນໍາພາເປັນເອກະພາບ ແລະ ໄປລວງດຽວກັນ, ປັດຈຸບັນ ບັນດາຮາກຖານພັກອ້ອມຂ້າງ ແຂວງ ນັບທັງທະຫານ-ຕໍາຫຼວດ ມີທັງໝົດ 146 ຮາກຖານໄດ້ ສໍາເລັດກອງປະຊຸມໃຫຍ່ແລ້ວ ຈໍານວນ 47 ຮາກຖານເທົ່າກັບ 32,19% ເຊິ່ງໃນຕໍ່ໜ້າຄະນະ ພັກ-ຄະນະນໍາແຂວງຈະໄດ້ສືບຕໍ່ ຊີ້ນໍາ-ນໍາພາ ແລະ ຊຸກຍູ້ການກະ ກຽມດໍາເນີນກອງປະຊຸມໃຫຍ່ ຮາກຖານພັກອ້ອມຂ້າງແຂວງ, ອ້ອມຂ້າງເມືອງໃຫ້ສໍາເລັດພາຍ ໃນປີ 2019. ໂອກາດນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະພັກ- ຄະນະນໍາ ຂອງແຂວງ, ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ໂດຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ, ຄະນະນຳ ແຂວງ, ເມືອງທີ່ໄດ້ມີຄວາມຕັດ ສິນໃຈສູງໃນການຊີ້ນຳ-ນຳພາ ວຽກງານຮອບດ້ານ, ໂດຍສະ ເພາະແມ່ນຈັດຕັ້ງປະຕິບັດການ ຟື້ນຟູສະພາບການເປັນຢູ່ຂອງ ປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ຟື້ນຟູສະພາບແວດລ້ອມ- ສັງຄົມ ພາຍຫຼັງເຫດເຂື່ອນສັນ ນໍ້າ D ຂອງໂຄງການເຄື່ອນໄຟ ຟ້າເຊປຽນ-ເຊນໍ້ານ້ອຍເຂື່ອນພັງ ແລະ ໄດ້ເນັ້ນໃຫ້ຄະນະພັກ, ອົງ ການປົກຄອງແຕ່ລະຂັ້ນຈົ່ງພ້ອມ ກັນສືບຕໍ່ນຳພາ-ຊີ້ນຳການຈັດສັນ ພື້ນທີ່ທໍາການຜະລິດໃຫ້ແກ່ປະ ຊາຊົນ, ປຸກລະດົມໃຫ້ປະຊາຊົນ ຫັນມາປູກພືດເປັນສີນຄ້າເພື່ອ ສ້າງລາຍຮັບໃຫ້ຄອບຄົວ, ສຸມ ໃສ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໄປຄຽງຄູ່ກັບ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເພື່ອເຮັດໃຫ້ ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍ, ຮຽກຮ້ອງໃຫ້ຄະນະ ພັກ, ສະມາຊິກພັກ, ພະນັກງານ- ລັດຖະກອນຈົ່ງຕັ້ງໜ້າຈັດຕັ້ງປະ ຕິບັດວຽກງານຕາມໜ້າທີ່ຄວາມ ຮັບຜິດຊອບຂອງຕົນດ້ວຍຈັນຍາ ບັນ, ມີສະຕິຕໍ່ການຈັດຕັ້ງ, ເປັນ ເຈົ້າການເຄົາລົບ ແລະ ປະຕິບັດ ມະຕິ, ຄໍາສັ່ງ, ກົດລະບຽບຂອງ ພັກ, ກົດໝາຍ ແລະ ລະບຽບ ການຂອງລັດ ທັງສູ້ຊົນຈັດຕັ້ງ ປະຕິບັດວຽກງານ 3 ສ້າງໃຫ້ ປາກົດຜົນເປັນຈິງ, ພ້ອມກັນນັ້ນ ກໍໃຫ້ສືບຕໍ່ກະກຽມການດໍາເນີນ ກອງປະຊຸມໃຫຍ່ 03 ຂັ້ນຂອງ ອົງຄະນະພັກແຕ່ລະຂັ້ນໃຫ້ທວງ ທັນຕາມເວລາທີ່ໄດ້ກໍານົດໄວ້. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປືຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ພ້ອມຄະນະ ທີ່ໄດ້ໄປຢ້ຽມຢາມເມືອງສະ ໜາມໄຊ ແຂວງອັດຕະປື ໂດຍ ໄດ້ຮັບຟັງການລາຍງານສະ ພາບການຈັດຕັ້ງປະຕິບັດວຽກ ງານຮອບດ້ານຂອງຄະນະພັກ-ອໍານາດການປົກຄອງເມືອງສະ ໜາມໄຊ ໃນການກະກຽມສ້າງ ຂະບວນການດໍາເນີນກອງປະ ຊຸມໃຫຍ່ 2 ຂັ້ນ; ລາຍງານກ່ຽວ ກັບການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ແຕ່ລະຂັ້ນ ກໍຄື ການຈັດຕັ້ງປະຕິບັດແຜນພັດ ທະນະເສດຖະກິດ-ສັງຄົມຂອງ ເມືອງ ແລະ ຮັບຟັງລາຍງານ ກ່ຽວກັບສະພາບການຟື້ນຟູ ແລະ ການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ປະສົບໄພ ຈາກເຫດການເຂື່ອນ D ຂອງ ໂຄງການເຂື່ອນໄຟຟ້າເຊປຽນ- ເຊນໍ້ານ້ອຍແຕກພັງ ໂດຍສະ ເພາະແມ່ນວຽກງານຈັດສັນທີ່ ຢູ່ອາໄສໃຫ້ແກ່ປະຊາຊົນ ໂດຍ ໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນໄລຍະສຸກເສີນ ເຊິ່ງໄດ້ກອບກູ້ເອົາປະຊາຊົນຜູ້ ປະສົບໄພໄປເຕົ້າໂຮມກັນມີທັງ ໝົດ 11 ຈຸດພັກເຊົາ (ໃນນີ້ພາຍ ໃນແຂວງແມ່ນ 9 ຈຸດ), ໄລຍະ ທີ 2 ແມ່ນການຈັດສັນທີ່ພັກຊົ່ວ ຄາວ ເຊິ່ງມີເຮືອນເຫຼັກ ແລະ ເຮືອນສໍາເລັດຮູບໃນ 5 ສູນ (ສູນຫາດຍາວ ບ້ານໄໝ 133 ຄອບຄົວ; ສູນດົງບາກ ບ້ານໄໝ 68 ຄອບຄົວ, ບ້ານທ່າຫີນມີ 221 ຄອບຄົວ ແລະ ຄຸ້ມໂຄກ ກ່ອງ 50 ຄອບຄົວ; ສູນດອນ ບົກ ບ້ານທ່າແສງຈັນ 126 ຄອບ ຄົວ; ສູນຕະມໍຢອດ ບ້ານຫີນ ລາດ 176 ຄອບຄົວ ແລະ ບ້ານ ຕະມໍຢອດ 45 ຄອບຄົວ; ສູນ ປິນດົງ ບ້ານສະໝອງໃຕ້ ມີ 90 ຄອບຄົວ); ໄລຍະທີ 3 ແມ່ນ ການຈັດສັນທີ່ຢູ່ອາໄສຖາວອນ ເຊິ່ງມີເຮືອນ 5 ປະເພດ, ມີ 841 ຫຼັງ, ໄດ້ຈັດສັນດິນປຸກສ້າງໃຫ້ ແຕ່ລະຄອບຄົວ 20x40 ແມັດ ແລະ ຈັດສັນເນື້ອທີ່ທໍາການຜະ ລິດ 2.140 ເຮັກຕາ (ປັດຈຸບັນບຸກ ເບີກໄດ້ແລ້ວ 1.741 ເຮັກຕາ) ໂດຍໄດ້ແບ່ງຕາມແຮງງານສົມ ບູນຕົວຈິງຂອງແຕ່ລະຄອບຄົວ, ນອກຈາກນັ້ນ, ຍັງມີວຽກງານ ກໍ່ສ້າງພື້ນຖານໂຄງລ່າງເປັນ ຕົ້ນແມ່ນຂົວ, ທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ຫ້ອງການ ບ້ານ ພ້ອມສະໜອງເບ້ຍໄມ້ ກິນໝາກ ແລະ ແນວພັນເຂົ້າໃຫ້ ປະຊາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ