ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົດຕັງກອງທັບປະຊາຊົນລາວ ພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນກິລາການທະຫານນານາຊາດ ທີ ສ ຣັດເຊຍ
ເວລາອອກຂ່າວ: 2019-06-21 08:53:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງຫັດແອບທີມນັກກີລາລົດ ຕັງເພື່ອເຂົ້າຮ່ວມແຂ່ງກີລາການ ທະຫານນາໆຊາດທີ່ສະຫະພັນ ຣັດເຊຍ ເປັນເຈົ້າພາບ ແລະ ຈະ ໄດ້ຈັດຂຶ້ປນໃນເດືອນ ກໍລະກົດ 2019 ນີ້. ມາເຖິງປັດຈຸບັນນີ້ທີມ ນັກກີລາລົດຕັງກອງທັບປະຊາ ຊົນລາວ ແມ່ນມີຄວາມພ້ອມແລ້ວ ທີ່ຈະເຂົ້າຮ່ວມແຂ່ງຂັນ ພ້ອມທັງ ຕັ້ງເປົ້າໝາຍໃຫ້ໄດ້ຜົນງານອັນ ໃໝ່ມາສູ່ກອງທັບ. ເຊິ່ງການ ຫັດແອບດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 20 ມິຖຸນາ 2019 ນີ້, ຢູ່ທີ່ ສະໜາມຫັດແອບວິທະຍາຄານ ກົມມະດຳ ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະ ນະພັກກະຊວງ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວ, ມີຄະນະນໍາຈາກ 4 ກົມ ໃຫຍ່, ຫ້ອງວ່າການກະຊວງປ້ອງ ກັນປະເທດ, ຄະນະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງ ແລະ ເເຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ສົມຊາຍ ຈັນ ທິຍະວົງ ຫົວໜ້າຄູເຝິກລົດຕັງ ກຽມເຂົ້າຮ່ວມກີລາການທະ ຫານນາໆຊາດທີ່ປສະຫະພັນ ຣັດເຊຍໄດ້ໃຫ້ຮູ້ວ່າ: ການຫັດ ແອບຄັ້ງນີ້ ກໍເພື່ອເຮັດໃຫ້ທີມ ນັກຂັບຂີ່ລົດຕັງ-ນັກຍິງຮັບຮູ້ ເຕັກນິກ, ວິທີການ, ລະບຽບ ການ ແລະ ກະຕິກາຕ່າງໆໃນການ ແຂ່ງຂັນເພື່ອໃຫ້ມີຄວາມຊຳນິຊໍາ ນານໃນການໃຊ້ລົດຕັງແຕ່ລະ ປະເພດແນໃສ່ກຽມພ້ອມເຂົ້າ ຮ່ວມແຂ່ງຂັນກີລາການທະຫານ ນາໆຊາດທີ່ສະຫະພັນຣັດເຊຍ ເປັນເຈົ້າພາບ ແລະ ຈະຈັດຂຶ້ນ ໃນເດືອນ ກໍລະກົດ ນີ້, ໃນການ ຫັດແອບຄັ້ງນີ້ເຫັນວ່າ: ບັນດາ ນັກຂັບຂີ່ລົດຕັງ, ນັກຍິງແມ່ນ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຫ້າວຫັນໃນການເຝິກ ຊ້ອມ, ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ວິຊາສະເພາະຂອງ ຕົນ. ສຳລັບທີມງານທີ່ຈະເດີນ ທາງໄປຮ່ວມແຂ່ງຂັນຕົວຈິງມີ 21 ສະຫາຍ, ໃນນັ້ນມີຫົວໜ້າ ຄະນະ 3 ສະຫາຍ, ເຕັກນິກ 6 ສະ ຫາຍ, ຜູ້ບັນຊາ 4 ສະຫາຍ, ນັກ ຂັບຂີ່ 4 ສະຫາຍ ແລະ ນັກຍິງ4 ສະຫາຍ. ການຫັດແອບຂອງນັກ ກີລາລົດຕັງໃນຄັ້ງນີ້ມີສອງລາຍ ການຄື: ການຜ່ານສິ່ງຂີດຂວາງ ລົດ T72, ມີ 8 ສິ່ງຂີດຂວາງ, ຍິງ ສະແດງປືນ 12,7ມມ, 7,6 ມມ ຢູ່ເທິງລົດ T54, ຜ່ານການຫັດ ແອບຕົວຈິງ ສາມາດຕີລາຄາດັ່ງ ນີ້: ດ້ານຂັບຂີ່ໄດ້ 85-90%,ນັກ ບັນຊາ 90% ແລະ ນັກຍິງ 95% ແລະ ມາຮອດປັດຈຸບັນນີ້ການ ຫັດແອບເຂົ້າຮ່ວມແຂ່ງຂັນກີລາ ການທະຫານນາໆຊາດທີ່ສະຫະ ພັນຣັດເຊຍພ້ອມແລ້ວ 90%. ໂອກາດນີ້, ສະຫາຍ ພົນຕີ ປະ ສິດ ທ່ຽງທໍາກໍໄດ້ມີຄໍາເຫັນໂດຍ ໄດ້ກ່າວວ່າ: ການໄປເຂົ້າຮ່ວມ ແຂ່ງຂັນໃນຄັ້ງນີ້ສຸດທີ່ມີຄວາມ ໝາຍຄວາມສໍາຄັນເພາະເປັນ ການປະກອບສ່ວນໃນການເພີ່ມ ພູນຄູນສ້າງໂດຍກົງໃນການຮ່ວມ ມືທາງດ້ານການທະຫານ ລາວ- ຣັດເຊຍ ພ້ອມທັງໄດ້ຮຽກຮ້ອງ ໃຫ້ທີມງານທີ່ຈະເດີນເຂົ້າຮ່ວມ ແຂ່ງຂັນໃນຄັ້ງນີ້ສືບຕໍ່ຮັກສາມູນ ເຊື້ອທີ່ຍາດມາໄດ້ໃນໄລຍະຜ່ານ ມາ, ສູ້ຊົນສ້າງໃຫ້ໄດ້ຜົນງານອັນ ໃໝ່ມາໃຫ້ປະເທດຊາດກໍຄືກອງ ທັບປະຊາຊົນລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ