ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍອາກອນຊົມໃຊ້
ເວລາອອກຂ່າວ: 2019-06-20 09:06:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 83 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນ ທີ 19 ມິຖຸນາ 2019, ເຊິ່ງເປັນ ມື້ທີ 11 ຂອງການດຳເນີນກອງ ປະຊຸມດັ່ງກ່າວຢູ່ທີ່ຫ້ອງປະຊຸມ ສະພາແຫ່ງຊາດ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ພ້ອມ ດ້ວຍບັນດາທ່ານ ຮອງປະທານ ສະພາແຫ່ງຊາດ, ສະມາຊິກສະ ພາແຫ່ງຊາດໃນແຕ່ລະເຂດເລືອກ ຕັ້ງ, ຄະນະລັດຖະບານ ແລະ ອາ ນຸກຳມະການຮ່າງກົດໝາຍເຂົ້າ ຮ່ວມ. ໃນວາລະຂອງການດຳເນີນ ກອງປະຊຸມ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການເງິນໄດ້ລາຍ ງານຕໍ່ກອງປະຊຸມວ່າ: ກົດໝາຍ ວ່າດ້ວຍອາກອນຊົມໃຊ້ເປັນກົດ ໝາຍສ້າງຂຶ້ນໃໝ່, ເຊິ່ງປະກອບ ດ້ວຍ VIII ພາກ, 4 ໝວດ ແລະ 41 ມາດຕາ, ໂດຍໄດ້ກຳນົດບັນ ດາຫຼັກການ, ລະບຽບການ, ມາດ ຕາການ ແລະ ວິທີການ, ກ່ຽວ ກັບການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານຂອງອາກອນ ຊົມໃຊ້ເພື່ອເຮັດໃຫ້ວຽກງານດັ່ງ ກ່າວມີປະສິດທິພາບ ແລະ ປະ ສິດທິຜົນ, ແນໃສ່ເກັບລາຍຮັບ ເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ດັດສົມການຊົມໃຊ້ໃນ ສັງຄົມ, ປົກປ້ອງບັນຫາສຸຂະ ພາບຂອງພົນລະເມືອງ ແລະ ສິ່ງ ແວດລ້ອມ, ສ້າງເງື່ອນໄຂໃຫ້ແກ່ ການເຊື່ອມໂຍງເຂົ້າກັບບັນດາປະ ເທດໃນພາກພື້ນ ແລະ ສາກົນປະ ກອບສ່ວນເຂົ້າໃນການສ້າງສາ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ. ອາກອນຊົມໃຊ້ແມ່ນອາກອນ ທີ່ເກັບຈາກການຊົມໃຊ້ບາງປະ ເພດສິນຄ້າທີ່ນຳເຂົ້າ ຫຼື ຜະລິດຢູ່ ພາຍໃນ ແລະ ການບໍລິການຢູ່ ພາຍໃນປະເທດ, ເພື່ອເຮັດໃຫ້ ການຈັດເກັບລາຍຮັບມີຄວາມ ຮັດກຸ່ມ ໂປ່ງໃສ, ເປັນທຳ ແລະ ມີປະສິດທິພາບປະກອບສ່ວນ ເຂົ້າໃນການສ້າງສາ ແລະ ພັດ ທະນາປະເທດຊາດ. ຖ້າຫາກວ່າໄດ້ຖືກຮັບຮອງ ແລະ ປະກາດໃຊ້ຈາກສະພາ ແຫ່ງຊາດເຊື່ອວ່າຈະກາຍເປັນ ເຄື່ອງມືອັນໜັກແໜ້ນໃນການຄຸ້ມ ຄອງ ແລະ ຕິດຕາມກວດກາການ ເກັບລາຍຮັບຈາກອາກອນຊົມໃຊ້ ສິນຄ້າປະເພດຕ່າງໆໃຫ້ມີຄວາມ ຮັດກຸ່ມ,​ໂປ່ງໃສ, ມີຄວາມທັນສະ ໄໝ, ຍຸຕິທຳ ແລະ ມີປະສິດທິ ພາບສູງ, ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ຜູ້ປະກອບ ການ, ຫົວໜ່ວຍຜະລິດ ແລະ ຜູ້ ຊົມໃຊ້ສາມາດເຂົ້າເຖິງການບໍລິ ໂພກສິນຄ້າປະເພດຕ່າງໆທີ່ມີ ຄຸນນະພາບ ແລະ ສອດຄ່ອງກັບ ລະບຽບກົດໝາຍຍິ່ງໆຂຶ້ນ. ຫຼັງຈາກນັ້ນປະທານກອງປະ ຊຸມໄດ້ມີຄຳເຫັນເຈາະຈິ້ມ ແລະ ເນັ້ນໜັກໃສ່ບາງພາກ, ໝວດ ແລະ ມາດຕາຂອງກົດໝາຍດັ່ງ ກ່າວເພື່ອເປັນບ່ອນອີງໃຫ້ແກ່ບັນ ດາທ່ານສະມາຊິກສະພາແຫ່ງ ຊາດໃນແຕ່ລະເຂດເລືອກຕັ້ງໄດ້ ປະກອບຄຳຄິດເຫັນຢ່າງກົງໄປ ກົງມາ ຍົກໃຫ້ເຫັນບັນຫາຫຼາຍ ດ້ານທີ່ເປັນຜົນກະທົບອຸປະສັກ ແລະ ສິ່ງທ້າທາຍໃນການເກັບ ອາກອນຊົມໃຊ້ຈາກສິນຄ້າປະ ເພດຕ່າງໆ, ແນໃສ່ເພື່ອເຮັດໃຫ້ ກົດໝາຍສະປັບດັ່ງກ່າວມີເນື້ອ ໃນຄົບຖ້ວນ, ຮັດກຸມ ແລະ ສອດ ຄ່ອງກັບສະພາບຂອງການພັດ ທະນາໃນໄລຍະໃໝ່. ໃນຕອນທ້າຍຂອງກອງປະ ຊຸມ ບັນດາທ່ານສະມາຊິກສະພາ ແຫ່ງຊາດໄດ້ພ້ອມກັນໃຊ້ສິດແຫ່ງ ການເປັນຕົວແທນຂອງປະຊາຊົນ ບັນດາເຜົ່າລົງຄະແນນສຽງຮັບ ຮອງເອົາກົດໝາຍວ່າດ້ວຍອາ ກອນຊົມໃຊ້ໄດ້ສຽງສ່ວນຫຼາຍ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ