ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດລົງພົບປະຄະນະຮັບຜິດຊອບ ວຽກງານກວດ-ກູ້ລະເບີດກອງທັບລາວ-ຣັດເຊຍ
ເວລາອອກຂ່າວ: 2018-11-19 10:35:49 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ໄດ້ ລົງຢ້ຽມຢາມພົບປະໂອ້ລົມຄະນະ ຮັບຜິດຊອບວຽກງານກວດກູ້ ລະເບີດກອງທັບ ລາວ-ຣັດເຊຍ ຢູ່ເຂດບ້ານ ທ່າແວ້ງ ເມືອງຄຳ ເກີດ ແຂວງບໍລິຄຳໄຊ ໃນວັນທີ 17 ພະຈິກ 2018 ນີ້.​ ໃນໂອກາດລົງພົບປະຢ້ຽມ ຢາມຄັ້ງນີ້ີ້, ທ່ານລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ເນັ້ນ ໜັກໃຫ້ຄະນະຮັບຜິດຊອບໜ່ວຍ ງານກວດ-ກູ້ລະເບີດຈົ່ງພ້ອມກັນ ເອົາໃຈໃສ່ເຮັດວຽກງານປ້ອງກັນ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງມີຄວາມປອດໄພ 100%, ພ້ອມນັ້ນກໍຕ້ອງປະສານ ສົມທົບກັນຢ່າງແໜ້ນແຟ້ນ, ມີ ການແລກປ່ຽນບົດຮຽນຂໍ້ມູນ ຂ່າວສານ ເພື່ອສະດວກໃນການ ຈັດຕັ້ງປະຕິບັດ ໂດຍສະເພາະຝ່າຍ ລາວຕ້ອງເປັນເຈົ້າການໃນວຽກ ງານຮັບປະກັນດ້ານຕ່າງໆ, ສືບ ຕໍ່ພົວພັນສະໜິດແໜ້ນທັງພາຍ ໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ ໂດຍສະເພາະແມ່ນອຳນາດການ ປົກຄອງທ້ອງຖິ່ນ, ແຂວງ, ເມືອງ, ທະຫານ, ຕຳຫຼວດ ອຳ ນວຍຄວາມສະດວກໃຫ້ການຕິດ ຕາມຊ່ວຍເຫຼືອເບິ່ງແຍງຄະນະ ຮັບຜິດຊອບໜ່ວຍງານກວດກູ້ ລະເບີດ ໃນການເຄື່ອນໄຫວປະຕິ ບັດໜ້າທີ່ໃຫ້ມີຜົນສຳເລັດຕາມ ແຜນການ, ເພາະວ່າການກວດ ກູ້-ທຳລາຍລະເບີດບໍ່ທັນແຕກ ຮ່ວມກັບກອງທັບຣັດເຊຍຄັ້ງນີ້ ນອກຈາກຈະເປັນການຮັບປະ ກັນຄວາມປອດໄພໃຫ້ປະຊາຊົນ ລາວບັນດາເຜົ່າໃຫ້ດຳລົງຊີວະ ປັດສະຈາກຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກແລ້ວ ຍັງ ເປັນການປະກອບສ່ວນອັນສຳ ຄັນເຂົ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະວັດແຫ່ງ ການພັດທະນາຂອງລັດຖະບານ ແນໃສ່ລົບລ້າງຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ໃນປີ 2020. ໂອກາດນີ້, ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າການທະຫານ ກອງກວດກູ້ລະເບີດ 58, ຮອງ ຫົວໜ້າປະຕິບັດງານພາກສະ ໜາມ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດຕົວຈິງຢູ່ພາກສະ ໜາມ ເຊິ່ງໃນການກວດກູ້ເບື້ອງ ຕົ້ນແມ່ນ 100 ເຮັກຕາ, ຢູ່ເຂດ ບ້ານທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນນີ້ຄະນະປະ ຕິບັດງານກອງກວດກູ້ລະເບີດ 58 ແມ່ນຮັບຜິດຊອບຖາງປ່າ,, ປັກຫຼັກໝາຍ, ແຕ້ມແຜນວາດສະ ໜາມ ແລະ ວຽກງານທຳລາຍ ລະເບີດມາເຖິງປັດຈຸບັນຖາງປ່າ ໄດ້ເນື້ອທີ່ທັງໝົດ 22 ກວ່າເຮັດ ຕາ, ສ່ວນຄະນະຝ່າຍຣັດເຊຍ ຮັບ ຜິດຊອບກວດຄົ້ນຊອກຫາລະ ເບີດບໍ່ທັນແຕກເຮື້ອທີ່ທີ່ໄດ້ກຳ ນົດ ເຊິ່ງກວດກູ້ໄດ້ 3 ສະໜາມໃນ ເນື້ຶອທີ່ທັງໝົດ 14 ກວ່າເຮັກຕາ, ມາເຖິງປັດຈຸບັນສາມາດກວດກູ້ ພົບຊະນິດລະເບີດ ແລະ ທຳລາຍ ໄດ້ທັງໝົດ 63 ລູກ, ໃນນີ້ມີລະ ເບີດບອມບີ້ BLU26 ມີ 52 ໜ່ວຍ, ລະເບີດບອມບີ້ BLU3B ມີ 2 ໜ່ວຍ, ລະເບີດບອມບີ້ BLU63 ມີ 4 ໜ່ວຍ, ລູດຈະຫຼວດ 2,75 ນີ້ວ 1 ລູກ,​ ລູກປືນ 12,7 ມມ 3 ລູກ, Fuze:SBU-30 ໄດ້ 1 ຟີວ, ນອກນີ້ໜ່ວຍງານກວດ ກູ້ລະເບີດ 58 ຍັງໄດ້ອອກທຳ ລາຍລະເບີດບໍ່ທັນແຕກຊ່ວຍປະ ຊາຊົນທີ່ພົບເຫັນຢູ່ຕາມ ໄຮ່ນາຮົ້ວ ສວນ ຈຳນວນ 2 ໜ່ວຍ. ໂອກາດລົງເຄື່ອນໄຫວໃນຄັ້ງ ນີ້, ທ່ານລັດຖະມົນຕີກະຊວງປ້ອງ ກັນປະເທດ ຍັງໄດ້ລົງເບິ່ງສະ ໜາມກວດກູ້ລະເບີດ, ທີ່ພັກ ຂອງຝ່າຍຣັດເຊຍ, ຫ້ອງເຝິກ ອົບຮົມຝ່າຍຣັດເຊຍ ແລະ ຢ້ຽມ ຢາມ ທີ່ພັກຊ່າງແສງ ແລະ ພະລາ ຂອງ ຝ່າຍລາວອີກດ້ວຍ. ໂດຍ: ສົມພອນ ສີສຸມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ