ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ກໍ່ສ້າງອານຸສອນສະຖານຄຸກກັກຂັງບັນດາທ່ານຜູ້ນຳ
ເວລາອອກຂ່າວ: 2019-05-24 09:04:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ໃນວັນທີ 23 ພຶດສະພາ 2019 ນີ້ກົມວິທະຍາສາດ-ປະ ຫວັດສາດການທະຫານໄດ້ຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບກໍ່ສ້າງອະນຸ ສອນສະຖານຄຸກກັກຂັງບັນດາ ທ່ານຜູ້ນຳແນວລາວຮັກຊາດ ຂອງລັດຖະບານຫຸ່ນຂາຍຊາດ ຢູ່ໃນຄ້າຍໂພນເຄັງ ໂດຍພາຍໃຕ້ ການເປັນປະທານຂອງສະຫາຍ ພົນຕີ ທອງລອຍ ສີລິວົງ ກະມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະຮັບຜິດຊອບມາ ຈາກຫ້ອງວ່າການກະຊວງປ້ອງ ກັນປະເທດ, ຄະນະຮັບຜິດຊອບ ຫໍພິພິທະພັນ ໄກສອນ ພົມວິຫານ ຄະນະກົມໂຄສະນາອົບຮົມ, ກົມ ກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ ພະລາທິການກອງທັບ, ມີພະນັກ ງານປະຕິວັດອາວຸໂສ-ບຳນານ (ພະຍານ ປະຫວັດສາດ) ເຂົ້າ ຮ່ວມ. ໃນກອງປະຊຸມຄັ້ງນີ້ແມ່ນເພື່ອ ເຜີຍແຜ່ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການ ແຕ່ງຕັ້ງຄະນະຮັບຜິດຊອບກໍ່ ສ້າງອະນຸສອນສະຖານຄຸກກັກ ຂັງບັນດາທ່ານຜູ້ນຳແນວລາວ ຮັກຊາດຂອງລັດຖະບານຫຸ່ນ ຂາຍຊາດຢູ່ໃນຄ້າຍໂພນເຄັງ ແລະ ປຶກສາຫາລືດ້ານບັນດາໜ້າ ວຽກຕ່າງໆທີ່ພົວພັນເຖິງການ ກໍ່ສ້າງໂຄງການດັ່ງກ່າວ ແຕ່ລະ ພາກສ່ວນກໍໄດ້ປະກອບຄຳຄິດ ຄຳເຫັນຢ່າງກົງໄປກົງມາ ເພື່ອ ເຮັດໃຫ້ໂຄງການກໍ່ສ້າງດຳ ເນີນໄປຢ່າງມີປະສິດທິພາບ, ພ້ອມນີ້ບັນດາທ່ານຍັງໄດ້ລົງສຳ ຫຼວດເບິ່ງພື້ນທີ່ຕົວຈິງນຳອີກ, ຈຸດປະສົງຂອງການກໍ່ສ້າງອະນຸ ສອນສະຖານດັ່ງກ່າວກໍເພື່ອຮັກ ສາມູນມໍລະດົກປະຫວັດສາດ ໃນສະໄໝການຕໍ່ສູ້ປົດປ່ອຍ ຊາດ, ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືກ ສາ ແລະ ຮັບຮູ້ເຂົ້າໃຈເຖິງໂທດ ກຳອັນໂຫດຮ້າຍປ່າເຖື່ອນຂອງ ຈັກກະພັດ ແລະ ລູກມືຂາຍຊາດ ພ້ອມດຽວກັນນັ້ນກໍໄດ້ຮຽນ ຮູ້ເຖິງຄຸນງາມຄວາມດີຂອງບັນ ດາຜູ້ນຳເຮົາໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ແລະ ລູກມືຂາຍ ຊາດໃນເມື່ອກ່ອນ. ໃນຕອນທ້າຍພິທີປະທານຍັງ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ເຮັດວຽກຢ່າງມີແຜນການ, ໂດຍ ໃຫ້ວິຊາການປະສານສົມທົບຕົວ ຈິງໃຫ້ເປັນເອກະພາບດ້ານຮູບ ຮ່າງຂອງຄຸກກັກຂັງແຕ່ກ່ອນມາ ຈຳລອງໃຫ້ແທດເໝາະຄ້າຍຄື ຕົວຈິງ ແລະ ຈົ່ງຕັ້ງໜ້າເຮັດສຳ ເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍ ໃຫ້. ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ