ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົດແກ້ວ ອິນທະກຸມມານ ຮ່ວມສົມທົບທຶນຈາກການຂາຍເສື້ອກີລາສ້າງໂຮງຮຽນຢູ່ອຸດົມໄຊ
ເວລາອອກຂ່າວ: 2018-11-19 10:09:14 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 139589256 | ຄວາມນິຍົມ:



ນອກຈາກສ້າງຜົນງານໃນ ດ້ານກີລາມາເປັນອັນດັບຕົ້ນໆ ແລ້ວສາວລົດແກ້ວ ອິນທະກຸມ ມານ ນັກແລ່ນສາວຜູ້ທີ່ໄປເຂົ້າ ຮ່ວມການແຂ່ງຂັນຢູ່ໃສກໍຕ້ອງມີ ລາງວັນຕິດໄມ້ຕິດມືກັບມາຍັງ ເປັນຜູ້ໜຶ່ງທີ່ມັກຈະປະກອບສ່ວນ ເຂົ້າໃນການເຄື່ອນໄຫວຊ່ວຍ ເຫຼືອສັງຄົມ ໂດຍສະເພາະຮ່ວມ ລະດົມທຶນໃນໂຄງການການກຸ ສົນຕ່າງໆ. ຫຼ້າສຸດກໍໄດ້ປະກາດຈະມອບ ລາຍໄດ້ສ່ວນໜຶ່ງທີ່ໄດ້ຈາກການ ຂາຍເສື້ອກີລາປະກອບສ່ວນ ຊ່ວຍເຫຼືອສ້າງອາຄານຮຽນຢູ່ ໂຮງຮຽນ ມສ ບ້ານກັດ ເມືອງ ໄຊ ແຂວງອຸດົມໄຊ ໂດຍລະບຸວ່າ ນອກຈາກຈະໄດ້ເສື້ອໃສ່ຫຼິ້ນກີລາ ແລ້ວຍັງຈະໄດ້ເຮັດບຸນນຳອີກ. ທັງນີ້, ໂຄງການຊ່ວຍເຫຼືອ ສ້າງອາຄານຮຽນຂະໜາດ 8x21 ແມັດ ເປັນອາຄານຊັ້ນ ດຽວ ມີ 3 ຫ້ອງຮຽນພ້ອມດ້ວຍ ເຟີນິເຈີຄົບຊຸດຢູ່ໂຮງຮຽນ ມສ ບ້ານກັດ ເມືອງໄຊ ແຂວງອຸດົມ ໄຊ ນີ້ ເປັນໂຄງການລະດົມທຶນ ໂດຍທາງເຟສບຸກ ເພຈຢາກ ແຕ້ມ & ຢາກເວົ້າ ເຊິ່ງເລີ່ມຂຶ້ນ ຕັ້ງແຕ່ທ້າຍປີ 2017 ຜ່ານມາ. ສຳລັບເສື້ອອອກກຳລັງກາຍທີ່ ລົດແກ້ວ ນຳເອົາມາຂາຍນັ້ນ ເປັນເສື້ອທີ່ມີໂລໂກ້ຂໍ້ຄວາມ LKCoaching RunforLife ເຊິ່ງເປັນສັນຍາລັກສອນແລ່ນແກ່ ຜູ້ທີ່ມີຄວາມສົນໃຈ.ຖ້າຫາກໃຜມີ ຄວາມປະສົງຢາກປະກອບສ່ວນ ໃນການຊ່ວຍເຫຼືອສ້າງອາຄານ ຮຽນຂອງໂຮງຮຽນ ມສ ບ້ານ ກັດ ສາມາດເຂົ້າເບິ່ງລາຍລະ ອຽດຈາກໂພສຂອງລົດແກ້ວ ແລະ ອ່ານໂພສໂຄງການລະ ດົມທຶນຂອງ ເພຈຢາກແຕ້ມ & ຢາກເວົ້າ ເພື່ອຮ່ວມປະກອບ ສ່ວນໂດຍກົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ