ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບບັນດາຄູ່ເຈລະຈາທີ່ສິງກະໂປ
ເວລາອອກຂ່າວ: 2018-11-16 18:21:17 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ໃນ​ວັນ​ທີ 14 ພະຈິກ 2018, ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ ລັດຖະມົນຕີ ​ແຫ່ງ ສປປ ລາວ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ລະດັບສຸດຍອດກັບບັນດາຄູ່ເຈ ລະຈາຂອງອາຊຽນ ເຊັ່ນ: ກອງ ປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດ ຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 20, ກອງປະ ຊຸມອາຫານທ່ຽງແບບເຮັດວຽກ ສໍາລັບຜູ້ນໍາອາຊຽນ ແລະ ແຂກ ຂອງປະທານ, ກອງປະຊຸມສຸດ ຍອດ ອາຊຽນ-ລັດເຊຍ ຄັ້ງທີ 3, ແລະ ກອງປະຊຸມສຸດຍອດອາ ຊຽນ-ຍີ່ປຸ່ນ ຄັ້ງທີ 21. ນອກ ຈາກນີ້, ຍັງມີການພົບປະສອງ ຝ່າຍກັບລັດເຊຍ ແລະ ສ.ເກົາ ຫລີ. ກອງປະຊຸມສຸດຍອດອາຫານ ເຊົ້າແບບບໍ່ເປັນທາງການອາ ຊຽນ-ອົດສະຕຣາລີ ໄດ້ຕີລາຄາ ສູງຕໍ່ຜົນສໍາເລັດຂອງກອງປະ ຊຸມສຸດຍອດ ອາຊຽນ-ອົດສະ ຕຣາລີ ສະໄໝພິເສດທີ່ໄດ້ຈັດ ຂຶ້ນໃນເດືອນມີນາ 2018 ທີ່ ຊິດ ນີ, ອົດສະຕຣາລີ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງ ການຜັນຂະຫຍາຍ 15 ຂໍ້ລິເລີ່ມ ທີ່ລັດຖະບານອົດສະຕຣາລີໄດ້ ປະກາດໃນໂອກາດກອງປະຊຸມ ສຸດຍອດສະໄໝພິເສດດັ່ງກ່າວ. ນອກນີ້, ສອງຝ່າຍ ໄດ້ເຫັນດີສືບ ຕໍ່ເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆເຊັ່ນ: ຄວາມໝັ້ນຄົງທາງຄອມ ພິວເຕີ, ການສົ່ງເສີມການອຳນວຍ ຄວາມສະດວກການຄ້າ, ການ ລົງທຶນ, ການບໍລິການ, ການ ທ່ອງທ່ຽວ,ການພັດທະນາ ແລະ ການເຂົ້າເຖິງແຫລ່ງທຶນສຳລັບ ວິສະຫະກິດຂະຫນາດນ້ອຍ ແລະ ກາງ (SMEs), ການຖ່າຍ ທອດເຕັກໂນໂລຊີໃໝ່, ນະວັດ ຕະກຳດ້ານການປະກອບການ ແລະ ການບໍລິການສຳລັບເຄືອ ຂ່າຍຕົວເມືອງອັດສະລິຍະ ແລະ ອື່ນໆ. ໃນໂອກາດນີ້, ສປປ ລາວ ໄດ້ສະເໜີໃຫ້ອົດສະຕຣາລີສືບ ຕໍ່ໃຫ້ການສະໜັບສະໜູນອາ ຊຽນໃນຂົງເຂດການສຶກສາ ແລະ ສະແດງຄວາມຂອບໃຈທີ່ ອົດສະຕຣາລີ ເຫັນດີຈະໃຫ້ການ ຊ່ວຍເຫລືອດ້ານການປະເມີນ ຄວາມຄືບໜ້າຂອງການຫລຸດ ຜ່ອນຄວາມແຕກໂຕນດ້ານການ ພັດທະນາພາຍໃນອາຊຽນ. ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 21 ໄດ້ສະແດງຄວາມ ຍິນດີຕໍ່ການສະເຫລີມສະຫລອງ ຄົບຮອບ 15 ປີ ແຫ່ງການເປັນ ຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ໃນປີ 2018 ແລະ ຢືນຢັນຄືນ ຄວາມໝາຍໝັ້ນຂອງທັງສອງ ຝ່າຍທີ່ຈະສືບຕໍ່ຮັດແໜ້ນການ ຮ່ວມມືເພື່ອຜົນປະໂຫຍດຮ່ວມ ກັນໃນໄລຍະຍາວ ໂດຍການຮັບ ຮອງເອົາວິໄສທັດຄູ່ຮ່ວມຍຸດທະ ສາດອາຊຽນ-ຈີນ 2030. ຜູ້ນຳ ອາຊຽນ ແລະ ຈີນ ໄດ້ສະແດງ ຄວາມເພີ່ງພໍໃຈຕໍ່ຄວາມຄືບໜ້າ ຫລາຍດ້ານໃນການການຈັດ ຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ຈີນ 2016-2020 ໃນ ໄລຍະປີຜ່ານມາ ແລະ ຊຸກຍູ້ ໃຫ້ເພີ່ມທະວີການຮ່ວມມືເພື່ອຈັດຕັ້ງປະຕິບັດແຜນປະຕິບັດງານ ດັ່ງກ່າວໃຫ້ມີປະສິດທິພາບຍິ່ງ ຂຶ້ນ.ນອກນີ້, ກອງປະຊຸມໄດ້ຮັບ ຊາບ​ຄວາມຄືບ​ຫນ້າ​ໃນ​ການຈັດ ຕັ້ງປະຕິບັດຖະແຫລງການວ່າ ດ້ວຍການປະພຶດຂອງບັນດາ ຝ່າຍໃນທະເລຈີນໃຕ້ (ດີໂອຊີ) ແລະ ໝາຍໝັ້ນທີ່​ຈະ​ເລັ່ງລັດ​ການ​ເຈລະຈາ​ກົດແຫ່ງການປະ ພຶດ ( ຊີໂອຊີ) ​ໃຫ້​ສຳ​ເລັດ​ພາຍ​ໃນ 3 ປີ. ຄຽງ​ຄູ່​ກັນ​ນີ້, ຍັງໄດ້ ສະແດງຄວາມຍິນດີຕໍ່ໝາກຜົນ ຂອງການຈັດຕັ້ງປະຕິບັດກິດຈະ ກຳສະເຫລີມສະຫລອງປີນະວັດ ຕະກຳ ອາຊຽນ-ຈີນ ປີ 2018 ນີ້ ແລະ ໄດ້ຮັບຮອງເອົາຖະແຫລງ ການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ກອງປະຊຸມ ເຫັນດີກຳນົດເອົາປີ 2019 ເປັນປີແລກປ່ຽນສື່​ມວນ​ຊົນ ອາ​ຊຽນ-ຈີນ ​ແລະ ເຫັນດີ ເພີ່ມທະວີການຮ່ວມມືໃນດ້ານ ຕ່າງໆທີ່ອາຊຽນ ແລະ ຈີນມີທ່າ ແຮງເຊັ່ນການພັດທະນາເຄືອ ຂ່າຍຕົວເມືອງອັດສະລິຍະ, ເສດ ຖະກິດດີຈີຕອນ, ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດແລະອື່ນໆ.ໃນ ໂອກາດດັ່ງກ່າວ, ຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີ ຕໍ່ການ ປະກາດຂອງຈີນທີ່ຈະປະກອບ ທຶນຈຳນວນ 10 ລ້ານ ໂດລາ ສະຫະລັດເຂົ້າໃນກອງທຶນການ ຮ່ວມມືອາຊຽນ-ຈີນ ເພື່ອຈັດ ຕັ້ງປະຕິບັດກິດຈະກຳຮ່ວມມື ຕ່າງໆໂດຍສະເພາະການສະ ໜອງທຶນການສຶກສາ ແລະ ການ ເຝິກອົບຮົມ ສຳລັບປີ 2019. ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 20ໄດ້ສະແດງ ຄວາມເພີ່ງພໍໃຈ ຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປະ ຕິບັດງານອາຊຽນ-ສ.ເກົາຫລີ 2016-2020,ໃນນີ້, ສອງຝ່າຍ ເຫັນດີສືບຕໍ່ຮັດແໜ້ນການຮ່ວມ ມືໃນຂົງເຂດການເມືອງ-ຄວາມ ໝັ້ນຄົງ, ການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງ ທ່ຽວ, ເຕັກໂນໂລຊີ ແລະ ນະວັດ ຕະກໍາທີ່ທັນສະໄໝ ແລະ ໂຄງ ການພັດທະນາຕົວເມືອງອັດສະ ລິຍະ.ອັນສຳຄັນແມ່ນກອງປະ ຊຸມເຫັນດີຕໍ່ຂໍ້ສະເໜີຂອງ ສ.ເກົາ ຫລີ ທີ່ຈະຈັດກອງປະຊຸມສຸດ ຍອດສະເຫຼີມສະຫຼອງການ ພົວ ພັນອາຊຽນ-ສ.ເກົາຫີຼ ຄົບຮອບ 30 ປີ ໃນປີ 2019 ທີ່ ສ.ເກົາ ຫລີ. ນອກນີ້, ກອງປະຊຸມໄດ້ສະ ແດງຄວາມຊົມເຊີຍຕໍ່ຄວາມພະ ຍາຍາມ ແລະ ຄຳໝາຍໝັ້ນໃນ ການປັບປຸງສາຍພົວພັນລະ ຫວ່າງສອງ ເກົາຫລີ ເພື່ອກ້າວ ໄປ ສູ່ການສ້າງແຫລມເກົາຫລີ ໃຫ້ເປັນພາກພື້ນທີ່ມີສັນຕິພາບ ແບບຍືນຍົງ ແລະ ເປັນເຂດປອດ ອາວຸດນິວເຄລຍ. ກອງປະຊຸມສຸດຍອດອາ ຊຽນ-ລັດເຊຍຄັ້ງທີ3ໄດ້ສະແດງ ຄວາມເພິ່ງພໍໃຈຕໍ່ການຮ່ວມມື ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໝາກຜົນການຈັດຕັ້ງປະຕິບັດກິດ ຈະກຳຕ່າງໆໃນແຜນປະຕິບັດ ງານອາ ຊຽນ-ລັດເຊຍ 2016- 2020, ແລະ ການຜັນຂະຫຍາຍ ຄຳຕົກລົງຕ່າງໆຂອງກອງປະ ຊຸມສະເຫີຼມສະຫລອງການພົວ ພັນອາຊຽນ-ລັດເຊຍຄົບຮອບ 20 ປີທີ່ ໂຊຈິ. ໝາກຜົນການ ຮ່ວມມືລະຫວ່າງອາຊຽນ-ລັດ ເຊຍ ຕະຫຼອດໄລຍະ 22​ ປີຜ່ານ ມາໄດ້ເປັນພື້ນຖານອັນຫນັກ ແຫນ້ນໃຫ້ການການເພີ່ມທະວີ ການພົວພັນຮ່ວມມື ໃຫ້ກ້າວຂື້ນ ສູ່ລະດັບໃໝ່ໃນຕໍ່ຫນ້າ. ໃນໂອ ກາດນີ້, ຜູ້ນຳອາຊຽນໄດ້ເຫັນ ດີຍົກລະດັບການພົວພັນອາ ຊຽນ-ລັດເຊຍຂຶ້ນເປັນຄູ່ຮ່ວມ ຍຸດທະສາດໂດຍຜ່ານການອອກ ຖະແຫລງການຮ່ວມອາຊຽນ-ລັດເຊຍວ່າດ້ວຍການເປັນຄູ່ ຮ່ວມຍຸດທະສາດ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ອອກຖະ ແຫລງການ ວ່າດ້ວຍການຮ່ວມ ມືດ້ານຄວາມໝັ້ນຄົງ ແລະການ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວ ສານ ເຊິ່ງເປັນຂົງເຂດທີ່ມີຄວາມ ສຳຄັນໃນການຮ່ວມມືໃນຍຸກ ປະຈຸບັນ. ເພື່ອເປັນການຊຸກຍູ້ ການຮ່ວມມືທາງເສດຖະກິດ, ຜູ້ນຳອາຊຽນ-ລັດເຊຍຍັງໄດ້ ເປັນສັກຂີພິຍານການລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ເລຂາທິການໃຫຍ່ອາ ຊຽນ ແລະ ຄະນະກຳມາທິການ ອົງການຮ່ວມມືເສດຖະກິດ ຢູເຣ ເຊຍເພື່ອສົ່ງເສີມການຮ່ວມມື ລະຫວ່າງອາຊຽນ ແລະ. ນອກ ນີ້, ໃນຕໍ່ໜ້າສອງຝ່າຍຍັງຈະສຸມ ໃສ່ການຮ່ວມມືດ້ານການຄຸ້ມ ຄອງໄພພິບັດ ເຊິ່ງເປັນຂົງເຂດ ທີ່ມີສອງຝ່າຍມີຄວາມສົນໃຈ ຮ່ວມ. ກອງປະຊຸມຍັງໄດ້ຊຸກຍູ້ ໃຫ້ບັນດາຂະແໜງການຮ່ວມມື ຕ່າງໆເພີ່ມທະວີການຮ່ວມມື ແລະ ປະສານງານ ແນໃສ່ເຮັດ ໃຫ້ກິດຈະກຳຮ່ວມມືໃນຂົງເຂດ ຕ່າງໆໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນຮູບປະທຳຍິ່ງໆຂຶ້ນ. ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21 ໄດ້ສະເຫຼີມສະ ຫລອງການພົວພັນຮ່ວມມືລະ ຫວ່າງອາຊຽນ ແລະ ຍີ່ປຸ່ນ ຄົບ ຮອບ 45 ປີໃນປີ 2018. ໃນໂອ ກາດນີ້, ກອງປະຊຸມໄດ້ອອກຖະ ແຫຼງການຮ່ວມຂອງກອງປະ ຊຸມສຸດຍອດອາຊຽນ-ຍີ່ປຸ່ນ ເພື່ອສະເຫຼີມສະຫລອງການ ພົວພັນ ຄົບຮອບ 45 ປີ ເຊິ່ງສະ ແດງເຖິງການຢໍ້າຄືນຄວາມ ໝາຍໝັ້ນອັນແຮງກ້າໃນການ ເສີມຂະຫຍາຍການຮ່ວມມື ແລະ ມິດຕະພາບລະຫວ່າງອາ ຊຽນ ແລະ ຍີ່ປຸ່ນໃນຕໍ່ຫນ້າເພື່ອ ນຳເອົາຜົນປະໂຫຍດຕົວຈິງມາ ສູ່ປະຊາຊົນຂອງທັງສອງຝ່າຍ. ກອງປະຊຸມເຫັນດີສືບຕໍ່ຮ່ວມມື ໃນຂົງເຂດຕ່າງໆທີ່ມີຄວາມສົນ ໃຈຮ່ວມເຊັ່ນ: ການຮ່ວມມືຕ້ານ ອາດຊະຍາກຳທາງອິນເຕີເນັດ, ການເຊື່ອມຈອດ, ການສຶກສາ, ວຽກງານສາທາລະນະສຸກ,ການ ຄຸ້ມຄອງໄພພິບັດ, ການແລກ ປ່ຽນຊາວໜຸ່ມ ແລະ ອື່ນໆ. ນອກນີ້,ກອງປະຊຸມຍັງຮັບຊາບ ການດັດແກ້ສັນຍາຄູ່ຮ່ວມມື ເສດຖະກິດຮອບດ້ານອາຊຽນ-ຍີ່ປຸ່ນ ແລະ ຮັບຊາບຄວາມຄືບ ໜ້າໃນການຮ່າງສັນຍາຮ່ວມ ມືດ້ານວິຊາການ ເພື່ອເພີ່ມທະວີ ການຮ່ວມມືດ້ານການພັດທະ ນາໃນຕໍ່ໜ້າ. ກອງປະຊຸມອາຫານທ່ຽງ ແບບເຮັດວຽກສຳລັບຜູ້ນຳອາ ຊຽນ ແລະ ແຂກຂອງປະທານ ໄດ້ແລກ ປ່ຽນຄຳຄິດຄຳເຫັນ ກ່ຽວກັບສະພາບການ ແລະ ທ່າ ອ່ຽງຂອງເສດຖະກິດໂລກ, ໃນ ນີ້ໄດ້ຮັບຊາບບັນດາບຸລິມະສິດ ທີ່ມີຄວາມສອດຄ່ອງກັນຂອງ ບັນດາອົງການຮ່ວມມືພາກພື້ນ ຕ່າງໆ ເຊັ່ນ ບູລິມະ​ສິດພາຍ​ໃຕ້​ການ​ເປັນ​ປະທານ​ກຸ່ມປະ​ເທດຈີ 7 ​ຂອງ​ກາ​ນາ​ດາໃນ​ປີ 2018, ກໍຄື ຂອງກຸ່​ມອາ​ເປັກ​ພາຍໃຕ້ ການເປັນປະທານຂອງ​ຊີ​​ເລ​ໃນ​ປີ 2019, ເຊິ່ງ​ລ້ວນ​ແຕ່​ເນັ້ນ​ໃສ່ ການ​ຊຸກຍູ້​ການ​ເຕີບ​ໂຕທາງ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງຂອງບັນ ດາປະເທດຕ່າງໆໃນທົ່ວໂລກ. ໃນທ່າມກາງທີ່ສະພາບເສດຖະ ກິດໂລກຍັງ​ຜັນ​ແປ​ຢ່າງ​ສັບສົນ, ກອງປະຊຸມ​ເຫັນ​ວ່າ​​ ການ​ຮ່ວມມື ​ແລະ ການ​ແລກປ່ຽນ​ດ້ານ​ການ​ຄ້າລະຫວ່າງ​ບັນດາ​ປະ​ເທດ​ຕ່າງໆໃນ​ໂລກ ໂດຍຜ່ານ ການ ຄ້າເສລີຫລາຍຝ່າຍ ຍັງເປັນທ່າ ອ່ຽງລວມທີ່ເໝາະສົມກັບສະ ພາບຄວາມເປັນຈິງເພື່ອຊ່ວຍ ໃຫ້ປະເທດຕ່າງໆບໍ່ວ່ານ້ອຍ ຫລືໃຫຍ່ໄດ້ມີໂອກາດທີ່ເທົ່າ ທຽມກັນໃນການພັດທະນາ, ການເຂົ້າເຖິງຕະຫລາດ, ການ ເຕີບໂຕທາງດ້ານເສດຖະກິດກໍ່ຄື ການຫລຸດຜ່ອນຄວາມທຸກຍາກ. ເນື້ອໃນ: ຂປລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ