ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ລາວ - ສະຫະລັດອາເມຣິກາ ຂະຫຍາຍການຮ່ວມມືດ້ານສາທາລະນະສຸກ
ເວລາອອກຂ່າວ: 2018-11-16 18:08:53 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ໃນວັນທີ 9 ພະຈິກ 2018 ນີ້, ທ່ານ ຮສ ດຣ ບຸນກອງ ສີຫາ ວົງ ລັດຖະມົນຕີກະຊວງສາທາ ລະນະສຸກ ແລະ ທ່ານ ອີຣິກ ຮາ ແກນ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ສະຫະລັດອາ ເມຣິກາ ໄດ້ປຶກສາຫາລືກັນກ່ຽວ ກັບການຮ່ວມມຶືດ້ານສາທາລະ ນະສຸກລະຫວ່າງສອງປະເທດ. ສປປ ລາວ ແມ່ນຄູ່ຮ່ວມງານທີ່ ສໍາຄັນໃນຄວາມພະຍາຍາມລະ ດັບສາກົນຂອງວຽກງານຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດ ທີ່ເກີດຂຶ້ນ ແລະ ກຳລັງເກີດຂຶ້ນ ໃໜ່ ໂດຍສະເພາະພະຍາດໄຂ້ ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ ສາຍພັນໃໝ່, ການຕ້ານຕໍ່ຢາ ຂອງໄຂ້ມາເລເຣຍ, ໄຂ້ເລືອດ ອອກ, ໂລກເອດHIV/AIDS ແລະ ພະຍາດວັນນະໂລກປອດ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ກ່າວວ່າ: ສະຫະລັດອາເມຣິກາ ມີຄວາມມຸ້ງໝັ້ນທີ່ຈະສືບຕໍ່ເພີ່ມ ທະວີການຮ່ວມມືກັບລັດຖະບານ ແລະ ປະຊາຊົນລາວໃນຂົງເຂດ ສາທາລະນະສຸກ ແລະ ການພັດ ທະນາທີ່ຍືນຍົງ. ການຮ່ວມມື ດ້ານສາທາລະນະສຸກແມ່ນໜຶ່ງ ຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງ ການເຮັດວຽກຮ່ວມກັນຂອງພວກເຮົາ ແລະ ການເດີນທາງ ມາຢ້ຽມຢາມຂອງທ່ານຮອງ ລັດຖະມົນຕີ ຮາແກນ ແມ່ນອີກ ສັນຍານໜຶ່ງຢັ້ງຢືນວ່າການຮ່ວມ ມືດ້ານສາທາລະນະສຸກຂອງ ພວກເຮົາຈະສືບຕໍ່ຂະຫຍາຍຕົວ. ໃນໂອກາດນີ້ ທ່ານ ຮອງລັດ ຖະມົນຕີກະຊວງສາທາລະນະ ສຸກ ສ ອາເມຣິກາ ຍັງໄດ້ໄປ ຢ້ຽມຢາມໂຮງໝໍ ແລະ ຫ້ອງວິ ເຄາະການແພດຕ່າງໆ ໂຄງການ ເຝິກອົບຮົມທີ່ສະໜັບສະໜູນໂດຍ ລັດຖະບານສະຫະລັດອາເມຣິກາ ທີ່ຈັດຂຶ້ນໃຫ້ສໍາລັບວິຊາການ ດ້ານສາທາລະນະສຸກເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກ ງານປ້ອງກັນ, ຄົ້ນຫາ, ການ ກຽມຄວາມພ້ອມ ແລະ ຕອບໂຕ້ ຕໍ່ເຫດການສຸກເສີນດ້ານສາທາ ລະນະສຸກຂອງລາວ. ນອກຈາກຄວາມພະຍາຍາມ ຮ່ວມກັນໃນການຕໍ່ສູ້ກັບພະຍາດ ຕິດເຊື້ອແລ້ວລັດຖະບານສະຫະ ລັດອາເມຣິກາຍັງສະໜັບສະໜູນ ໂຄງການທີ່ກ່ຽວກັບສຸຂະພາບ ຕ່າງໆຢູ່ ສປປ ລາວ ເພື່ອສົ່ງ ເສີມດ້ານໂພຊະນາການ, ນໍ້າສະ ອາດ, ວິດຖ່າຍ ແລະ ສຸຂະອະ ນາໄມ, ສຸຂະພາບແມ່ ແລະ ເດັກ, ສະໜັບສະໜູນຄົນພິການ ແລະ ການລ້ຽງອາຫານໃນໂຮງຮຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ