ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ຈັດກອງປະຂຸມອະນຸກຳມະການສ້າງຂະບວນການຕ້ອນຮັບ 70 ປີ
ເວລາອອກຂ່າວ: 2018-11-15 19:44:04 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງ ປະຊຸມອະນຸກຳມະການວຽກງານ ສ້າງຂະບວນການຕ້ອນຮັບວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄລຍະທີ II ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານພົນຈັດຕະວາ ຄຳຫລ້າ ພັນ ໄຊຍະສຸກ, ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວ ໜ້າການເມືອງ ວປກ, ມີຄະນະ ພັກ-ຄະນະບັນຊາ, 4 ກົມ, 1 ຫ້ອງ ການ, 3 ຄະນະວິຊາຄູ, 3 ຄະນະ ຮັບຜິດຊອບນັກສືກສາ, ພ້ອມ ດ້ວຍຄະນະອະນຸກຳມະການ ວຽກງານດັ່ງກ່າວເຂົ້າຮ່ວມ. ໂອກາດດັ່ງກ່າວແຕ່ລະພາກ ສ່ວນກໍໄດ້ຜັດປ່ຽນກັນຂຶ້ນລາຍ ງານຜົນສຳເລັດຂອງການກະ ກຽມວຽກງານຂະບວນການ ແລະ ການຈັດຕັ້ງປະຕິບັດໃນ ໄລຍະທີ່ຜ່ານມາແມ່ນ: ການຈັດ ຕັ້ງເປີດຂະບວນການແຂ່ງຂັນ, ການດຳເນີນຊີວິດການເມືອງ, ການປູກຕົ້ນໄມ້ໃຫ້ເປັນປ່າ, ການ ເຝິກແອບແຂ່ງຂັນກີລາທັງພາຍ ໃນ ແລະ ພາຍນອກ, ການເຝິກ ແອບແຂ່ງຂັນສີລະປະວັນນະຄະ ດີທັງພາຍໃນ-ພາຍນອກ, ຈັດຕັ້ງ ຖາມຕອບຄວາມຮູ້ຮອບຕົວຂອງ ອົງການຈັດຕັ້ງມະຫາຊົນ,ຈັດຕັ້ງ ເຝິກແອບຫັດກາຍວິຊາທະຫານ, ການຈັດຕັ້ງຂະບວນການອອກ ແຮງງານແດງອານາໄມທົ່ວ ຄ້າຍຄູ, ການປະດັບປະດາພາຍ ໃນ ວປກ ຕິດທຸງຊາດ-ທຸງພັກ, ທຸງທີວ, ຄຳຂວັນ ແລະ ການຈັດ ຕັ້ງເຝິກແອບສວນສະໜາມກ້ອນ ກອງທັບລາວອິດສະຫຼະຕາມ ແຜນການທີ່ໄດ້ວາງໄວ້. ຈຸດປະ ສົງຂອງກອງປະຊຸມກໍເພື່ອເປັນ ການລາຍງານຄືນກ່ຽວກັບການ ຫ້າງຫາກະກຽມການຈັດຕັ້ງປະ ຕິບັດໃນການສ້າງຂະບວນການ, ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີບັນຍາ ກາດເບີກບານມ່ວນຊື່ນ ແລະ ມີ ຄວາມໝາຍເລິກເຊິ່ງ, ຖືເອົາ ການເຄື່ອນໄຫວວຽກງານວັດ ທະນະທຳ, ສິລະປະວັນນະຄະດີ, ກີລາກາຍະກຳເພື່ອປຸກລະດົມ, ຊຸກຍູ້ຂະບວນການແຂ່ງຂັນສ້າງ ຜົນງານດ້ານຕ່າງໆຂໍ່ານັບຮັບ ຕ້ອນວັນປະຫວັດສາດສຳຄັນ ຂອງພັກ, ຂອງຊາດ ແລະ ຂອງ ກອງທັບ ໃຫ້ຟົດຟື້ນແຂງແຮງ, ເພື່ອແນໃສ່ສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ບັນດາ ອົງການ, ກົມກອງໄດ້ມີເວລາ ຫ້າງຫາກະກຽມປັບປຸງ, ເຝິກ ຊ້ອມບັນດາລາຍການຕ່າງໆ ຂອງຕົນໃຫ້ມີຄວາມຮັບປະກັນ ທາງດ້ານເນື້ອໃນ, ຈຳນວນພົນ ແລະ ກຳນົດເວລາຕໍ່ການເຂົ້າ ຮ່ວມການແຂ່ງຂັນ. ຕອນທ້າຍທ່ານປະທ່ານຍັງໄດ້ ຊີ້ນຳໃຫ້ແຕ່ລະພາກສ່ວນກະ ກຽມລາຍລະອຽດຄວາມພ້ອມ ຂອງບັນດາໜ້າວຽກທີ່ຈະໄດ້ສືບ ຕໍ່ຈັດຕັ້ງປະຕິບັດເຊັ່ນ: ການ ເຄື່ອນໄຫວປາຖະກະຖາວັນສ້າງ ຕັ້ງກອງທັບ, ການສຳມະ ນາວິ ທະຍາສາດ, ການແຂ່ງຂັນກີລາ ກາຍະກຳທັງພາຍໃນ-ພາຍ ນອກ, ການຫັດແອບລາຍການ ສິລະປະ ເພື່ອສະແດງຮັບໃຊ້ໃນ ໂອກາດສຳຄັນຕ່າງໆ, ການເຝິກ ແອບສວນສະໜາມຂອງກ້ອນ ກອງທັບລາວອິດສະຫຼະ, ການ ອານາໄມຂອບເຂດຮັບຜິດຊອບ, ການຈັດຕັ້ງກະກຽມຕ້ອນຮັບ ການມາອວຍພອນຂອງພາກ ສ່ວນຕ່າງໆ, ວຽກງານປ້ອງກັນ ຄວາມສະຫງົບ, ການປະດັບປະ ດາຕາມອາຄານສະຖານທີ່ຄ້າຍ ຄູ, ກະກຽມການເຕົ້າໂຮມມິດ ຕີ້ງ ແລະ ງານລ້ຽງສະເຫຼີມສະ ຫຼອງ 70 ປີ. ໂອກາດດຽວກັນ ນີ້ສະຫາຍປະທານຍັງໄດ້ເນັ້ນ ໜັກໃຫ້ແຕ່ລະພາກສ່ວນເອົາໃຈ ໃສ່ກວດກາຄືນໝາກຜົນການປະ ຕິບັດຂໍ້ແຂ່ງຂັນໃນໄລຍະໜຶ່ງ ແລະ ສືບຕໍ່ສ້າງຕາຕະລາງເຄື່ອນ ໄຫວກິດຈະກຳທີ່ຍັງຄົງຄ້າງໃຫ້ ສອດຄ່ອງ ແລະ ສຳເລັດຜົນ, ສືບຕໍ່ຊີ້ນຳປຸກລະດົມຈັດຕັ້ງປະຕິ ບັດຢ່າງຫັດກຸມ, ມີການປະຊຸມ ສະຫຼຸບຖອດຖອນບົດຮຽນ. ທັງ ນີ້ກໍເພື່ອເຮັດໃຫ້ບັ້ນແຂ່ງຂັນສ້າງ ຜົນງານຂໍ່ານັບຮັບຕ້ອນວັນສຳ ຄັນດັ່ງກ່າວເປັນຂະບວນຟົດຟື້ນ ແລະ ມີເນື້ອໃນຄວາມໝາຍ ຄວາມສຳຄັນເລິກເຊິ່ງ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ