ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກທີ 5 ຫ້ອງເສນາທິການທະຫານແຂວງເຊກອງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ
ເວລາອອກຂ່າວ: 2018-11-15 19:08:23 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ໃນວັນທີ 9 ພະຈິກ 2018 ນີ້, ໜ່ວຍພັກທີ 5 ທີ່ຂຶ້ນກັບຄະ ນະພັກຮາກຖານຫ້ອງເສນາທິ ການທະຫານແຂວງເຊກອງ ໄດ້ ສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ, ໂດຍການເປັນປະ ທານຂອງ ພັນໂທ ແສງເພັດ ພິວັນນ້ອຍ ຮອງເລຂາຄະນະ ພັກຮາ ກຖາ ນ ຫ້ອງເສນາ ທິ ການ, ມີບັນດາຄະນະໜ່ວຍພັກ ຮາກຖານອ້ອມຂ້າງ, ອົງການ ຈັດຕັ້ງຊາວໜຸ່ມ-ແມ່ຍິງ ພ້ອມ ດ້ວຍພະນັກງານສະມາຊິກພັກ ສົມບູນ-ສຳຮອງເຂົ້າຮ່ວມ. ພັນຕີ ທອງຈັນ ຍອຍມານິດ ເລຂາໜ່ວຍພັກທີ 5 ຫົວໜ້າການ ເມືອງກອງຮ້ອຍ 102 ທະຫານ ແຂວງເຊກອງ ໄດ້ຍົກໃຫ້ເຫັນ ດ້ານດີທີ່ຕັ້ງໜ້າ ແລະ ຂໍ້ຄົງຄ້າງ ບາງດ້ານຂອງພະນັກງານສະ ມາຊິກພັກ ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຮອບດ້ານ. ເຊິ່ງໃນໄລຍະທີ່ຜ່ານມາຄະນະ ໜ່ວຍພັກທີ 5 ໄດ້ພ້ອມກັນເອົາ ໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກຢ່າງຕໍ່ເນື່ອງ ໂດຍ ປະຕິບັດຕາມຂໍ້ກຳນົດ-ກົດລະ ບຽບຂອງພັກ ແລະ ຂອງກອງ ທັບວາງອອກຢ່າງຖືກຕ້ອງເຂັ້ມ ງວດ, ກຳແໜ້ນຕໍ່ແນວທາງ ປ່ຽນແປງໃໝ່ຂອງພັກພ້ອມທັງ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດເຮັດໃຫ້ພະນັກ ງານ, ສະມາຊິກພັກພາຍໃນໜ່ວຍ ມີແນວຄິດຫຼັກໝັ້ນ, ອຸ່ນອຽນ ທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກຢ່າງຕັ້ງໜ້າໂດຍຖືເອົາ ບັນດາເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະ ຊວງປ້ອງກັນ ປະເທດວາງອອກ ເພື່ອເປັນບ່ອນອີງໃຫ້ແກ່ການ ຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍເຂົ້າໃນໜ້າທີ່ການເມືອງ ຂອງພັກປັບປຸງດ້ານແບບແຜນ ຊີ້ນຳ-ນຳພາ ແລະ ບັນຊາໄປ ຕາມແບບແຜນຫຼັກການລວມ ສູນປະຊາທິປະໄຕເຮັດວຽກ ເປັນໝູ່ຄະນະຍຶດໝັ້ນໃນການ ປັບປຸງກໍ່ສ້າງພັກຕາມ 5 ຫຼັກ ການ 3 ທິດນຳຂອງພັກ. ນອກ ນັ້ນຄະນະໜ່ວຍຍັງໄດ້ຫັນເອົາ ກຳລັງລົງກ່ສ້າງຮາກຖານການ ເມືອງຕາມຄວາມຮັບຜິດຊອບ ຂອງໜ່ວຍ ໂດຍເລີ່ມຈາກການ ນຳພາ, ການສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ສະມາ ຊິກພັກ, ພະນັກງານ-ນັກຮົບ ໃຫ້ມີສະຕິລະວັງຕົວສູງຕໍ່ກົນອຸ ບາຍທຳລາຍມ້າງເພຮອບດ້ານ ຂອງກຸ່ມຄົນບໍ່ຫວັງດີ, ມີສະຕິຕໍ່ ການຈັດຕັ້ງ, ຕໍ່ກົດລະບຽບຂອງ ພັກ-ກົດໝາຍຂອງລັດ ແລະ ປະຕິບັດບັນດາຂໍ້ກຳນົດ 7 ລະ ບອບ 18 ວຽກຂອງກອງທັບ ວາງອອກໃຫ້ເຂັ້ມງວດ. ພ້ອມ ກັນນັ້ນຜູ້ແທນກອງປະຊຸມຍັງ ໄດ້ພ້ອມກັນເອກະພາບກຳນົດ ເອົາແຜນການສູ້ຊົນໃນ 5 ປີຕໍ່ ໜ້າ ແລະ ປ່ອນບັດຄັດເລືອກ ເອົາຄະນະໜ່ວຍພັກຊຸດໃໝ່ໄດ້ ຕາມຄາດໝາຍ. ໃນໂອກາດດັ່ງກ່າວ ພັນໂທ ແສງເພັດ ພິວັນນ້ອຍ ກໍໄດ້ເນັ້ນ ໜັກໃຫ້ຄະນະໜ່ວຍຊຸດໃໝ່ຈົ່ງ ພ້ອມກັນເອົາໃຈໃສ່ໃນການຊີ້ ນຳ-ນຳພາ, ບັນຊາໃຫ້ຖືກຕ້ອງ ສອດຄ່ອງໄປຕາມແນວທາງນະ ໂຍບາຍຂອງພັກ, ພະນັກງານ ສະມາຊິກແຕ່ລະສະຫາຍຕ້ອງ ເພີ່ມທະວີຄວາມເປັນເຈົ້າການ ໃນການເຝິກຝົນຫຼໍ່ຫຼອມກໍ່ສ້າງ ຕົນເອງໃຫ້ກາຍເປັນພະນັກງານ ທ່ີມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ, ມີແບບແຜນໃນການຊີ້ ນຳ-ນຳພາ, ເອົາໃຈໃສ່ສຶກສາ ຄົ້ນຄວ້າຮໍ່າຮຽນ ແລະ ເຊື່ອມ ຊຶມຕໍ່ທິດສະດີມາກ-ເລນິນ, ກຳ ແໜ້ນຕໍ່ແນວທາງນະໂຍບາຍກໍ່ ຄືກົດລະບຽບຂອງພັກໃຫ້ໜັກ ແໜ້ນເລິກເຊິ່ງຍົກສູງຄວາມຮັບ ຜິດຊອບທາງດ້ານການເມືອງ, ກ້າເຮັດ, ກ້າຮັບຜິດຊອບ ແລະ ກ້າຕັດສິນບັນຫາຜ່ານຜ່າບັນດາ ອຸປະສັກຕ່າງໆ ເພື່ອເຮັດສຳເລັດ ໜ້າທີ່ການເມືອງຂອງພັກທີ່ໄດ້ ກຳນົດໄວ້ໃຫ້ປາກົດຜົນເປັນຈິງ. ພ້ອມກັນສືບຕໍ່ໃນການສ້າງຂະ ບວນການຮອບດ້ານເພື່ອຂໍ່ານັບ ຮັບຕ້ອນ 2 ວັນປະຫວັດສາດຄື: ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ແລະ ວັນ ສ້າງຕັ້ງກອງບັນຊາການທະ ຫານແຂວງເຊກອງ ຄົບຮອບ 35 ປີທີ່ຈະມາເຖິງນີ້ໃຫ້ມີບັນ ຍາກາດຟົດພື້ນມ່ວນຊື່ນ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ