ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພະຈິກ 2018
ເວລາອອກຂ່າວ: 2018-11-14 21:49:58 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ກອງປະຊຸມລັດຖະບານສະໄໝ ສາມັນປະຈໍາເດືອນ ພະຈິກ 2018 ໄດ້ດໍາເນີນ ວັນທີ 12 ພະຈິກ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງ ນາຍົກລັດຖະມົນຕີ, ໂດຍມີບັນ ດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າ ຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ພ້ອມ ກັນສຸມໃສ່ພິຈາລະນາ, ປະກອບ ຄໍາເຫັນເຂົ້າໃສ່ 8 ເອກະສານ ສໍາຄັນທີ່ຈະນໍາສະເໜີຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 8 ທີ່ຈະ ໄຂຂຶ້ນໃນທ້າຍເດືອນ ພະຈິກ 2018 ເຊິ່ງມີເນື້ອໃນລາຍລະ ອຽດດັ່ງນີ້: 1. ບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານພົ້ນ ເດັ່ນໃນໄລຍະທີ່ຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າ ຂອງລັດຖະບານ. 2. ບົດລາຍງານກ່ຽວກັບສະ ພາບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ ປີ 2018 ແລະ ທິດທາງ ແຜນປີ 2019. 3. ບົດລາຍງານກ່ຽວກັບສະ ພາບການກໍ່ສ້າງ ແລະ ສ້ອມ ແປງຖະໜົນຫົນທາງໃນໄລຍະ ຜ່ານມາທີ່ເຫັນວ່າຄຸນະພາບຕໍ່າ, ມູນຄ່າການກໍ່ສ້າງສູງ ແລະ ແກ່ ຍາວເວລາໃນການກໍ່ສ້າງ. 4. ບົດລາຍງານກ່ຽວກັບຄຸ ນະພາບຂອງການບໍລິການປິ່ນຢູ່ ໂຮງໝໍ, ສຸກສາລາ ແລະ ທິດ ທາງແກ້ໄຂໃນຕໍ່ໜ້າ. 5. ບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານພັດທະ ນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ຕິດພັນກັບເປົ້າ ໝາຍພັດທະນາແບບຍືນຍົງ (SDGs) ແຕ່ປີ 2016-2018 ແລະ ທິດທາງແຜນການປີ 2019. 6. ບົດລາຍງານກ່ຽວກັບ ຄວາມພ້ອມໃນການສ້າງກົດ ໝາຍທີ່ຈະສະເໜີຜ່ານກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດຊຸດທີ VIII ແລະ ສະເໜີແຜນການສ້າງ ແລະ ປັບ ປຸງນິຕິກຳປີ 2019. 7. ບົດລາຍງານກ່ຽວກັບການ ເອີ້ນຊື່ຊົນເຜົ່າບຣູ. 8. ບົດລາຍງານກ່ຽວກັບຜົນ ການກວດກາຕາມຜົນການກວດ ສອບບົດສະຫຼຸບຂາດຕົວການຈັດ ຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ສົກປີ 2015-2016. ຕໍ່ບັນດາເອກະສານດັ່ງກ່າວ ນີ້, ກອງປະຊຸມເຫັນດີເປັນເອກະ ພາບຮັບຮອງເອົາ ແລະ ໄດ້ຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປ ປັບປຸງຕາມການປະກອບຄໍາຄິດ ຄໍາເຫັນຂອງສະມາຊິກລັດຖະ ບານເພື່ອໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ ແລະ ມີເຫດມີຜົນ ເພື່ອ ເປັນຂໍ້ມູນທີ່ເປັນລະບົບຄົບຊຸດນໍາ ສະເໜີກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ພິຈາລະນາຮັບຮອງ. ກອງປະຊຸມລັດຖະບານສະ ໄໝສາມັນປະຈໍາເດືອນ ພະຈິກ ຍັງຈະສືບຕໍ່ດໍາເນີນເປັນມື້ທີ 2 ໃນວັນທີ 19 ພະຈິກ 2018 ນີ້ ຕື່ມ, ເນື້ອໃນລາຍລະອຽດຈະ ແຈ້ງໃຫ້ຊາບຕາມທີຫຼັງ. ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ກໍາມະ ກອນ, ນັກຮຽນຮູ້ປັນຍາຊົນ, ປະ ຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດທີ່ ດຳລົງຊີວິດຢູ່ລາວ, ນັກທຸລະກິດ ພາກລັດ ແລະ ເອກະຊົນ ລວມ ທັງນັກທຸລະກິດຕ່າງປະເທດທີ່ ມາລົງທຶນຢູ່ລາວ ຈົ່ງພ້ອມກັນ ເຊີດຊູນໍ້າໃຈເປັນເຈົ້າປະເທດ ຊາດ, ສາມັກຄີເປັນຈິດໜຶ່ງໃຈ ດຽວ, ເດັດດ່ຽວຜ່ານຜ່າອຸປະສັກ ຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະ ຕິບັດວຽກງານສໍາຄັນຕ່າງໆທີ່ ລັດຖະບານວາງອອກໃຫ້ປາກົດ ຜົນເປັນຈິງ ເພື່ອຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ. ພ້ອມ ກັນນີ້, ໃຫ້ຍົກສູງສະຕິລະວັງຕົວ ຕໍ່ຜູ້ບໍ່ຫວັງດີ, ເພີ່ມທະວີຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຕ້ານກົນອຸບາຍຫັນ ປ່ຽນໂດຍສັນຕິຂອງອິດທິກໍາລັງ ປໍລະປັກໃນທຸກຮູບແບບ, ບໍ່ຖືກ ກົນອຸບາຍແບ່ງແຍກ, ຍຸແຍ່ໃສ່ ຮ້າຍປ້າຍສີຂອງພວກຄົນບໍ່ດີຢູ່ ພາຍໃນ ແລະ ຕ່າງປະເທດໂດຍ ຜ່ານຮູບແບຕ່າງໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ