ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊັນສັນຍາຮັບເໝົາກໍ່ສ້າງທາງເບຕົງເຂົ້າກອງຮ້ອຍທະຫານຊາຍແດນ 111
ເວລາອອກຂ່າວ: 2018-11-14 21:39:43 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ:



ພິທີເຊັນສັນຍາຮັບເໝົາໂຄງ ການກໍ່ສ້າງເສັ້ນທາງເຂົ້າກອງ ຮ້ອຍທະຫານຊາຍແດນ 111 ທະ ຫານແຂວງຜົ້ງສາລີ ໄດ້ຈັດ ຂຶ້ນໃນວັນ ທີ 6 ພະຈິກນີ້ 2018 ນີ້, ໂດຍ ການເຂົ້າຮ່ວມຂອງ ທ່ານ ພົນ ຈັດຕະວາ ສິງສະຫວັດ ພົມມະ ສັກ ຄະນະພັກອົງການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີ ພັນເອກ ວຽງ ໄຊ ໄຊສະໝອນ ຫົວໜ້າກົມຊ່າງ ແສງ ແລະ ທ່ານ ເຫຼັກ ສຸກສັນ ປະທານບໍລິສັດທະວີໄຊກໍ່ສ້າງ ຂົວ-ທາງເຄຫາສະຖານຈຳກັດ ເຂົ້າຮ່ວມ. ໂຄງການທີ່ສ້າງເສັ້ນທາງດັ່ງ ກ່າວໂດຍແມ່ນກົມຊ່າງແສງເປັນ ເຈົ້າຂອງໂຄງການ ແລະ ບໍລິສັດ ທະວີໄຊ ກໍ່ສ້າງຂົວ-ທາງເຄຫາ ( ອ່ານຕໍ່ໜ້າ 7 ) ສະຖານຈໍາກັດຜູ້ດຽວເປັນຝ່າຍ ຮັບເໝົາກໍ່ສ້າງມີລວງຍາວ 665 ແມັດລວມມູນຄ່າທັງໝົດ 3.000.000.000 ກີບ ໂດຍ ແມ່ນທຶນຂອງລັດຖະບານ ແລະ ຈະກໍ່ສ້າງຕາມມາດຖານເຕັກນິກ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ. ການກໍ່ສ້າງເສັ້ນທາງດັ່ງກ່າວ ກໍເພື່ອອໍານວຍຄວາມສະດວກໃນ ການສັນຈອນໄປມາຂອງພະນັກ ງານ-ນັກຮົບ ແລະ ທັງເປັນການ ປະຕິບັດຕາມທິດນຳຂອງຂັ້ນ ເທິງໃນການກໍ່ສ້າງສະຖານທີ່ ຄ້າຍຄູຂອງທະຫານໃຫ້ມີຄວາມ ແໜ້ນໜາຖາວອນ ແລະ ຈົບ ງາມ. ໃນພິທີ ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງກໍໄດ້ລົງ ນາມໃນສັນຍາກໍ່ສ້າງຢ່າງເປັນ ທາງການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ