ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖານທູດ ສປ ຈີນ ປະຈຳ ສປ ລາວ ມອບເຄື່ອງຮັບໃຊ້ຫ້ອງການໃຫ້ກົມພົວພັນຕ່າງປະເທດ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2018-11-14 21:36:06 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີທີ່ຈະມາເຖິງໃນມໍ່ໆ ນີ້, ວັນທີ 12 ພະຈິກ 2018 ນີ້ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ເຊິ່ງນໍາໂດຍ ພັນເອກ ພິເສດ ເສີນຢົງຈິ້ງ ທີ່ປຶກສາທູດ ປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະໄດ້ ນໍາເອົາເຄື່ອງຮັບໃຊ້ຫ້ອງການ ມາມອບໃຫ້ກົມພົວພັນຕ່າງປະ ເທດ ແລະ ຫ້ອງວ່າການກະຊວງ ປ້ອງກັນປະເທດ ລວມມູນຄ່າທັງໝົດ 3 ແສນຢວນ ສະກຸນເງິນ ສປ ຈີນ, ໂດຍຕາງໜ້າກ່າວຮັບ ຂອງ ທ່ານ ພົນຈັດຕະວາ ແກ່ນ ຈັນ ນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ພ້ອມດ້ວຍຄະ ນະ. ໂອກາດດັ່ງກ່າວ ທ່ານ ພົນ ຈັດຕະວາ ແກ່ນຈັນ ນັນທະລັງສີ ກໍໄດ້ກ່າວສະແດງຄວາມຂອບ ໃຈມາຍັງທີ່ປຶກສາທູດປ້ອງກັນ ຊາດ ສປ ຈີນ ທີ່ເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງວຽກ ງານຫ້ອງການຢູ່ພາຍໃນກົມ ແລະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ມາມອບໃຫ້ໃນຄັ້ງນີ້ ເຊິ່ງຈະເປັນ ການປະກອບສ່ວນປັບປຸງການ ເຮັດວຽກງານໃຫ້ນັບມື້ດີຂຶ້ນ ທັງ ເປັນການປະກອບສ່ວນອັນສໍາ ຄັນເຂົ້າໃນການເພີ່ມທະວີສາຍ ພົວພັນມິດຕະພາບ, ຄວາມສາ ມັກຄີ ແລະ ການຮ່ວມມືລະ ຫວ່າງສອງຊາດ ແລະ ສອງ ກອງທັບ ລາວ-ຈີນ ປະຈຳ ສປປ ລາວ ທີ່ມີມູນເຊື້ອອັນດີງາມມາ ແລ້ວນັ້ນໃຫ້ນັບມື້ນັບມີຄວາມ ແໜ້ນແຟ້ນກ້າວເຂົ້າສູ່ລວງເລິກ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາ ເອົາເຄື່ອງທີ່ມອບໃຫ້ໃນຄັ້ງນີ້ນໍາ ໃຊ້ເຂົ້າໃນວຽກງານລວມຫ້ອງ ການໃຫ້ເກີດຜົນປະໂຫຍດສູງ ສຸດ. ໂອກາດນີ້ ກົມພົວພັນຕ່າງ ປະເທດກໍໄດ້ມອບໃບສົມມະນາ ຄຸນໃຫ້ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ເພື່ອ ເປັນການຈາລຶກຜົນງານທີ່ໄດ້ປະ ກອບສ່ວນມອບເຄື່ອງຮັບໃຊ້ ຫ້ອງການໃນຄັ້ງນີ້ອີກດ້ວຍ. ໂດຍ: ສົມພອນ ສີສຸມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ