ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ຮັບຟັງການເຜີຍແຜ່ກົດໝາຍ
ເວລາອອກຂ່າວ: 2018-11-14 21:33:13 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ໃນວັນທີ 7 ພະຈິກ 2018 ນີ້, ກອງພົນທີ 2 ໄດ້ຮັບຟັງການ ລົງມາເຜີຍແຜ່ກົດໝາຍຂອງພະ ແນກຍຸຕິທໍາແຂວງໄຊຍະບູລີ ເຊິ່ງນໍາພາໂດຍທ່ານ ອາເມຊົງ ເຢຍເລັ່ງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ໄຊຍະບູລີ ພ້ອມດ້ວຍວິຊາການ ຈາກພະແນກການ ຂະແໜງການ ດັ່ງກ່າວ ໂດຍການເປັນກຽດເຂົ້າ ຮ່ວມຮັບຟັງຂອງ ທ່ານ ພົນຈັດ ຕະວາ ພັນແສງ ບຸນພັນ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະພັກ-ຄະນະ ບັນ ຊາ, ຄະນະຫ້ອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງຂັ້ນ ນໍາ-ຂັ້ນບັນຊາໃນທົ່ວອົງການ ແລະ ກົມກອງຮາກຖານທີ່ຂຶ້ນ ກັບເຂົ້າຮ່ວມຮັບຟັງຢ່າງພ້ອມ ພຽງ. ໂອກາດນີ້ ບັນດາສະຫາຍວິ ຊາການຈາກຂະແໜງການທີ່ ກ່ຽວຂ້ອງກໍໄດ້ຜັດປ່ຽນກັນຂຶ້ນ ເຜີຍແຜ່ກົດໝາຍຕ່າງໆ ເຊິ່ງ ລວມມີລັດຖະທໍາມະນູນແຫ່ງ ສປປ ລາວ, ບາງມາດຕາຂອງ ກົດໝາຍວ່າດ້ວຍຄອບຄົວ, ບາງ ມາດຕາຂອງກົດໝາຍວ່າດ້ວຍຂໍ້ ຜູກພັນໃນສັນຍາ ແລະ ນອກສັນ ( ອ່ານຕໍ່ໜ້າ 7 ) ຍາ ແລະ ບາງມາດຕາຂອງກົດ ໝາຍອາຍາ ພ້ອມກັນນັ້ນໃນ ຕອນທ້າຍກໍໄດ້ມີການຖາມ-ຕອບຂໍ້ຂອງໃຈຂອງບັນດາສະ ຫາຍທີ່ເຂົ້າຮ່ວມຮັບຟັງຕື່ມອີກ. ການເຜີຍແຜ່ກົດໝາຍໃນຄັ້ງ ນີ້ກໍເພື່ອແນໃສ່ເຮັດໃຫ້ບັນດາສະ ຫາຍພະນັກງານຫຼັກແຫຼ່ງຂັ້ນນໍາ ຂັ້ນບັນຊາໃນທົ່ວອົງການ, ກົມ ກອງທີ່ຂຶ້ນກັບກອງພົນທີ 2 ຮັບ ຮູ້ເຊື່ອມຊຶມ ແລະ ນໍາເອົາກົດ ໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ລົງໄປເຜີຍແຜ່ໃຫ້ພະນັກງານ-ນັກຮົບຢູ່ກົມກອງ ກໍຄືສະມາຊິກ ໃນຄອບຄົວຂອງຕົນໄດ້ຮັບຮູ້ ຢ່າງທົ່ວເຖິງ ເພື່ອແນໃສ່ເຮັດໃຫ້ ກົດໝາຍດັ່ງກ່າວໄດ້ຮັບການຈັດ ຕັ້ງປະຕິບັດໃຫ້ມີຜົນສັກສິດຖືກ ຕ້ອງ ແລະ ເຂັ້ມງວດ. ໂດຍ: ຄຳພັນ ຄອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ