ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ເປີດກອງປະຊູມສ່ອງແສງວຽກງານຮອບດ້ານປະຈຳເດືອນ ຕູລາ ປີ 2018
ເວລາອອກຂ່າວ: 2018-11-14 10:40:39 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ກົມໃຫຍ່ເສນາທິການກອງ ທັບໄດ້ຈັດກອງປະຊຸມສ່ອງແສງ ວຽກງານພັກ-ວຽກງານການ ເມືອງປະຈຳເດືອນຕຸລາ ໃນວັນ ທີ 12 ພະຈິກ 2018 ນີ້, ທີ່ສູນ 14 ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນຈັດຕະວາ ສິງ ສະຫວັດ ພົມມະສັກ ຄະນະພັກ ອົງການກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ເຊິ່ງມີຄະນະພັກຈາກກົມນ້ອຍ, ຮອງກົມ, ຫ້ອງການ, ພະແນກ ການ, ຄະນະພັກຮາກຖານໜ່ວຍ ພັກເຂົ້າຮ່ວມ ກອງປະຊຸມໄດ້ເປີດໂອກາດ ໃຫ້ແຕ່ລະພາກສ່ວນກົມກອງ ລາຍງານສະພາບຈຸດພິເສດພາຍ ໃນກົມກອງຂອງຕົນໂດຍລວມທີ່ ກ່ຽວຂ້ອງກັບວຽກງານວິຊາສະ ເພາະ ແລະໜ້າທີ່ການເມືອງຂອງ ແຕ່ລະກົມກອງ ໂດຍສຸມໃສ່ວຽກ ງານການເມືອງ, ນຳພາແນວຄິດ, ເສີມຂະຫຍາຍບົດບາດການນຳ ພາຂອງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ແລະ ກະກຽມ ວຽກງານດ້ານຕ່າງໆຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີທີ່ຈະ ມາເຖິງຢ່າງເປັນຂະບວນຟົດຟື້ນ ກວ້າງຂວາງ ແລະ ມີບັນຍາ ກາດ, ຊຸກຍູ້ຂະບວນກີລາ-ສິລະ ປະ-ວັນນະຄະດີ, ອອກແຮງ ງານເພີ່ມພູນຜະລິດຜົນ, ພ້ອມ ທັງການບູລະນະການຈັດຕັ້ງພັກ ຂັ້ນຮາກຖານຢູ່ບັນກົມກອງທີ່ ຂຶ້ນກັບໃຫ້ມີປອດໃສ, ເຂັ້ມແຂງ, ໜັກແໜ້ນ ສ້າງກົມກອງ 3 ປອດ ປອດໃສ, ປອດໄພ, ປອດຄະດີ, ປະຕິບັດລະບອບການດຳເນີນຊີ ວິດການເມືອງພາຍໃນພັກບໍ່ໃຫ້ ຂາດເສຍເງິນບຳລຸງພັກ ແລະ ຫຼັກການຄຸ້ມຄອງວຽກງານສະຖິ ຕິໂຄສະນາຂະຫຍາຍພັກ, ວຽກ ງານກວດກາປ້ອງກັນພັກໃຫ້ ເປັນປົກກະຕິ. ໂອກາດນີ້ສະຫາຍຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງ ສືບເອົາໃຈໃສ່ການປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ, ການກວດ ກາຕີລາຄາແບ່ງປະເພດສະມາ ຊິກພະນັກງານໃຫ້ຖືກຕ້ອງຮັດ ກຸມຢຶດໝັ້ນໃນ 5 ຫຼັກການ 3 ທິດນຳຂອງພັກ, ເຮັດໃຫ້ການກໍ່ ສ້າງພັກມີຄຸນະພາບດີຂຶ້ນຢ່າງ ຈະແຈ້ງສືບຕໍ່ປະຕິບັດຕາມແຜນ ການການກໍ່ສ້າງພະນັກງານສືບ ທອດປ່ຽນແທນ, ການຊັບຊ້ອນ, ຄຸ້ມຄອງພະນັກງານໃຫ້ຖືກຕາມ ເງື່ອນໄຂມາດຖານຄວາມຮູ້-ຄວາມສາມາດຕົວຈິງຂອງພະ ນັກງານ, ເອົາໃຈໃສ່ປະຕິບັດນະ ໂຍບາຍດ້ານຕ່າງໆໃຫ້ແທດ ເໝາະ ເພື່ອເປັນການກະຕຸກຊຸກ ຍູ້ການປະຕິບັດໜ້າທີ່ຂອງບຸກ ຄົນໃຫ້ມີປະສິດທິຜົນສູງ, ສືບຕໍ່ ສຶກສາອົບຮົມການເມືອງ, ນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບຢູ່ກົມກອງຮາກຖານໃຫ້ມີ ຄວາມໜັກແໜ້ນ, ຈັດຕັ້ງເຊື່ອມ ຊຶມບັນດາເອກະສານ, ມະຕິ ຕ່າງໆຂອງພັກ-ລັດ ໂດຍສະ ເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງອົງຄະນະພັກກະ ຊວງປ້ອງກັນປະເທດວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານໃຫ້ ແຂງແຮງ ແລະ ນຳໄປຈັດຕັ້ງ ຜັນຂະຫຍາຍໃຫ້ເປັນຮູບປະທຳ ເທື່ອລະກ້າວ. ໂດຍເແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ