ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານເຈົ້າແຂວງໄຊຍະບູລີ ໂອ້ລົມນັກສຶກສາ
ເວລາອອກຂ່າວ: 2018-11-14 10:38:32 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:



ໃນລະຫວ່າງທ້າຍເດືອນຕຸລາ ຜ່ານມານີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະ ບູລີ ໄດ້ໂອ້ລົມຕໍ່ນັກສຶກສາຂອງ ແຂວງໄຊຍະບູລີ ທີ່ຈະໄປສຶກສາ ຕໍ່ທີ່ສະຖາບັນການເມືອງ-ການ ປົກຄອງແຫ່ງຊາດ ທີ່ນະຄອນ ຫຼວງວຽງຈັນ. ປັດຈຸບັນຢູ່ທີ່ສະ ຖາບັນການເມືອງ-ການປົກ ຄອງແຫ່ງຊາດ ໄດ້ມີນັກສຶກສາ ທີ່ມາ ຈາກແຂວງໄຊຍະບູລີ ທັງ ໝົດ 35 ຄົນ, ຍິງ 7 ຄົນ, ໃນນີ້ ລະ ບົບອະນຸປະລິນຍາ ຊັ້ນສູງ 7 ຄົນ, ຍິງ 2 ຄົນ, ປະລິນຍາຕີ 24 ຄົນ, ຍິງ 5 ຄົນ, ປະລິນຍາໂທ 3 ຄົນ ແລະ ຊັ້ນສູງເລັ່ງລັດ 5 ເດືອນມີ 1 ຄົນ, ຈໍານວນນັກສຶກ ສາດັ່ງກ່າວແມ່ນມາຈາກບັນດາ ສໍານັກງານ, ອົງການ ແລະ ບັນ ດາເມືອງທົ່ວແຂວງ, ຕະຫຼອດໄລ ຍະຜ່ານມາ ນັກສຶກສາແມ່ນໄດ້ມີ ຄວາມບຸກບືນຫ້າວຫັນໃນການ ຄົ້ນຄວ້າຮໍ່າຮຽນ, ພົວພັນປະ ສານງານກັບບັນດາຄູ-ອາຈານ, ໝູ່ເພື່ອນໃນສະຖາບັນ ແລະ ມີ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າປະຕິບັດກົດ ລະບຽບຢ່າງເຂັ້ມງວດ, ເຂົ້າ ຮ່ວມຂະບວນການລວມທີ່ທາງ ສະຖາບັນໄດ້ຈັດຂຶ້ນ, ຄຽງຄູ່ກັນ ນັ້ນນັກສຶກສາຍັງໄດ້ສ້າງຕັ້ງ ( ອ່ານຕໍ່ໜ້າ 7 ) ກອງທຶນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ,ກອງທຶນດັ່ງກ່າວແມ່ນ ໄດ້ມາຈາກການປະກອບສ່ວນ ຂອງນັກສຶກສາພາຍໃນແຂວງ ຈໍານວນ 100.000 ກີບ ຕໍ່ຄົນ ຕໍ່ປີ, ເພື່ອປະກອບເປັນເງິນນະ ໂຍບາຍໃນການເຈັບເປັນຂອງ ນັກສຶກສາ, ທ່ານເຈົ້າແຂວງໄຊ ຍະບູລີ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ງານ ແລະ ຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວຂອງນັກສຶກສາ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກສຶກສາແຕ່ລະຄົນຈົ່ງສືບຕໍ່ຮັກສາມູນ ເຊື້ອຄວາມສາມັກຄີ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໂດຍສະເພາະ ແມ່ນເວລາເຈັບເປັນ, ເອົາໃຈໃສ່ ໃນການຄົ້ນຄວ້າຮໍ່າຮຽນ ເພື່ອ ນໍາເອົາຄວາມຮູ້ທີ່ຮໍ່າຮຽນມາ ນັ້ນໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງ, ເພື່ອຈະໄດ້ ພ້ອມກັນພັດທະນາແຂວງ ໄຊຍະ ບູລີໃຫ້ກ້າວໄປສູ່ຄວາມຈະເລີນ ຮັ່ງມີເທື່ອລະກ້າວ, ໂອກາດດັ່ງ ກ່າວນີ້ ທ່ານເຈົ້າແຂວງໄຊຍະ ບູລີ ກໍໄດ້ມອບເງິນສົດ ຈໍານວນ 10.000.000 ກີບ, ເພື່ອປະ ກອບສ່ວນເຂົ້າໃນກອງທຶນຂອງ ນັກສຶກສາຕື່ມອີກ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ