ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກສູນ 206 ເປີດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນ
ເວລາອອກຂ່າວ: 2019-02-15 09:36:09 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໜ່ວຍພັກ ສູນ 206 ເປີດ ກອງປະຊຸມໃຫຍ່ຄັ້ງທີ I ຂອງ ຕົນໃນວັນທີ 8 ກຸມພາ 2019 ນີ້, ໂດຍການເຂົ້າຮ່ວມເປັນ ປະທານຂອງ ພັນເອກ ຄຳຕາ ວົງວັນດີ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ສະ ມາຊິກພັກສົມບູນ ສຳຮອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ພັນໂທ ສົມໃຈ ເທບ ພະໂສ ລັດ ເລຂາໜ່ວຍພັກໄດ້ຕີລາຄາ ຄືນບົດບາດການນຳພາຕໍ່ຂົງ ເຂດວຽກງານຕ່າງໆທີ່ປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ກະຊວງປ້ອງກັນປະ ເທດວາງອອກ ຖືເອົາ 5 ຫຼັກການ 3 ທິດນຳຂອງພັກໃນການປັບ ປຸງກໍ່ສ້າງພັກໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານເປັນ ໄມຫຼາວັດແທກຄຸນທາດການ ເມືອງຂອງສະມາຊິກພັກ, ເອົາ ໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ສະມາຊິກພັກໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດສາ ມາດເຄື່ອນໄຫວເຮັດສຳເລັດໜ້າ ທີ່ການເມືອງຕາມການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ເປັນຢ່າງ ດີ ຕິດພັນກັບການປັບປຸງກໍ່ສ້າງ ພັກດ້ານການເມືອງແນວຄິດ ດ້ານການຈັດຕັ້ງໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ, ຜ່ານການເຄື່ອນໄຫວວຽກງານ ຕົວຈິງສາມາດແບ່ງຄຸນນະພາບ ສະມາຊິກພັກແຂງຮອບດ້ານ ແລະ ແຂງກວມເອົາ 90-94%, ກາງ ແລະ ອ່ອນກວມເອົາ 6-10%, ນອກນີ້ຄະນະໜ່ວຍພັກຍັງເອົາ ໃຈໃສ່ຊີ້ນຳຕິດຕາມກວດກາຮັບ ປະກັນໃຫ້ພະນັກງານສະມາຊິກ ພັກ-ນັກຮົບໃຫ້ກິນເຂົ້າສາມຄາບ ອາຫານ 3 ເຍື່ອງຂຶ້ນໄປ, ຊີ້ນຳ- ນຳພາພະນັກງານສະມາຊິກພັກ ເຮັດວຽກງານແກ້ໄຂຊີວິດການ ເປັນຢູ່ ບົນພື້ນຖານຈິດໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍອາໄສທ່າແຮງບົ່ມຊ້ອນ ຂອງກົມກອງ ໃນນີ້, ມີງົວລ້ຽງ 4 ໂຕ, ເປັດ-ໄກ່ 1 ພັນກວ່າໂຕ, ກົບ 3.000, ມີໜອງປາ 1 ໜອງ ປ່ອຍປາແລ້ວ 2 ພັນກວ່າໂຕ ແລະ ບໍລິການອື່ນໆສາມາດສ້າງ ລາຍຮັບເຂົ້າກົມກອງໄດ້ທັງໝົດ 100 ກວ່າລ້ານກີບ ສະເລ່ຍໃສ່ ຫົວຄົນແມ່ນ 1.000.000-1.500.000 ກີບຕໍ່ຄົນຕໍ່ປີ. ກອງປະຊຸມຍັງໄດ້ປ່ອນບັດຄັດ ເລືອກເອົາພັນໂທ ສົມໃຈ ເທບ ພະໂສລັດ ເປັນເລຂາໜ່ວຍພັກ, ພັນຕີ ສີພັນ ທຳນິຈິດ ເປັນຮອງ ເລຂາ ແລະ ພັນໂທ ວົງເພັດ ແກ້ວ ນໍ່ລິນ ເປັນກຳມະການກວດກາ ພ້ອມນີ້ຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສະມາຊິກພັກສົມບູນ ແລະ ສຳຮອງເພື່ອເປັນຕົວແທນ ໃຫ້ແກ່ສະມາຊິກພັກໄປຮ່ວມ ກອງ ປະຊຸມຂອງຄະນະພັກຂັ້ນເທິງ ໄດ້ຕາມຄາດໝາຍ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ