ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ ແລະ ຕິດຕາມກວດກາວຽກງານອົບຮົມ - ຫັດແອບຢູ່ກອງພັນ 564
ເວລາອອກຂ່າວ: 2018-11-14 08:56:12 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:



ໃນວັນທີ 7 ພະຈິກ 2018ນີ້ ທ່ານພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດ ກາວຽກງານອົບຮົມຫັດແອບຢູ່ ກອງພັນ 564 ທີ່ຂຶ້ນກັບກອງພົນ ທີ 4 ໂດຍການຕ້ອນຮັບຂອງພັນ ໂທ ແສງດາວ ສານດົງ ຫົວໜ້າ ການເມືອງກອງພັນ 564 ພ້ອມ ດ້ວຍພະນັກງານ-ນັກຮົບພາຍ ໃນກົມກອງ. ໂອກາດນີ້, ພັນໂທ ແສງດາວສານດົງ ໄດ້ລາຍງານສະພາບ ໃນການຈັດຕັ້ງປະຕິບັດໜ້າທີ່ວິ ຊາສະເພາະໄລຍະທີ່ຜ່ານມາໃຫ້ ທ່ານ ສຸວອນ ເລື່ອງບຸນມີ ໄດ້ຮັບ ຊາບວ່າ: ຄະນະພັກ-ຄະນະບັນ ຊາກອງພົນທີ 546 ໄດ້ເພີ່ມທະ ວີຄວາມເປັນເຈົ້າການໃນການ ຈັດຕັງປະຕິບັດໜ້າທີ່ວິຊາສະ ເພາະໃນນັ້ນປະສານສົມທົບ ເຄື່ອນໄຫວເຂົ້າໃນວຽກງານ ກຽມພ້ອມສູ້ຮົບຕະຫຼອດ 24 ໂມງຊົ່ວ ແລະ ເອົາໃຈໃສ່ໃນການ ຊ່ວຍຜູ້ປະສົບໄພພິບັດທາງທຳ ມະຊາດຢູ່ແຂວງອັດຕະປື, ສຸມ ໃສ່ສຶກສາອົບຮົມການເມືອງ ແນວຄິດແກ່ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງເຮັດໃຫ້ພະນັກ ງານ-ນັກຮົບພາຍໃນກົມກອງມີ ແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີ ແນວຄິດຫຼັກໜັ້ນດີເຊື່ອໜັ້ນຕໍ່ ການນຳພາຂອງພັກ ມີຄວາມ ຮັບຜິດຊອບສູງຕໍ່ການຈັດຕັງປະ ຕິບັດໜ້າທີ່ວຽກງານຂອງຕົນ, ມີນ້ຳໃຈຮັກຊາດ, ຮັກລະບອບ ໃໝ່ມີຄວາມສາມັກຄີພາຍ-ໃນ ພາຍນອກ, ເອົາໃຈໃສ່ຕໍ່ວຽກ ງານອົບຮົມຫັດແອບ, ເຕັກນິກ ວິຊາສະເພາະຢ່າງເປັນປົກກະ ຕິເພື່ອຮັບປະກັນເຄື່ອນໄຫວໄດ້ ທຸກເວລາ. ໂອກາດດັ່ງກ່າວ ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບຈົງສືບຕໍ່ເປັນ ເຈົ້າການເຂົ້າໃນວຽກງານອົບ ຮົມຫັດແອບຢ່າງເປັນປະຈຳຕໍ່ ເນື່ອງລຽນຕິດເພື່ອສ້າງໃຫ້ໄດ້ ພະນັກງານຜູ້ທີ່ດີເດັ່ນ, ຜູ້ທີ່ມີ ຄວາມສາມາດ, ຜູ້ທີ່ຫ້າວຫັນຕໍ່ ໜ້າທີ່ວຽກງານ ແລະ ເອົາໃຈໃສ່ ປົກປັກຮັກສາພາຫະນະເຕັກນິດ ວັດຖຸຂອງກົມກອງຢ່າງເປັນປະ ຈຳ, ຫັນເອົາພະນັກງານລົງກໍ່ ສ້າງຮາກຖານບໍ່ໃຫ້ຂາດເຮັດ ເປັນປົກກະຕິເອົາໃຈໃສ່ຈັດຕັ້ງ ເຝິກແອບຮໍ່າຮຽນ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ຂໍ້ກຳນົດກົດລະບຽບຂອງກົມ ກອງ, ຈັດຕັ້ງປະຕິບັດໜ້າທີ່ວຽກ ງານ, ໃນຂອບເຂດຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100%, ຈາກນັ້ນສະຫາຍຫົວ ໜ້າກົມໃຫຍ່ເສນາທິການກອງ ທັບພ້ອມດ້ວຍຄະນະໄດ້ລົງ ເຄື່ອນໄຫວຢ້ຽມຢາມ ແລະ ກວດ ກາເບິ່ງພາຫະນະຢູ່ກອງພັນ 617 ລົດຕັງຍານເກາະ ແລະ ກອງພັນ 634 ປືນໃຫຍ່ທີ່ຂຶ້ນກັບ ກອງພົນທີ 4 ເຊິ່ງຢູ່ແຕ່ລະກົມ ກອງທ່ານໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະກົມກອງຈົງພ້ອມ ກັນເອົາໃຈໃສ່ຂຸ້ນຂຽວໃນການ ເຝິກແອບຮໍ່າຮຽນທາງດ້ານສິນ ລະປະຍຸດ-ຢຸດທະວິທີ ແລະ ການ ປະຕິບັດຕົວຈິງ, ວິຊາສະເພາະ ຢ່າງເປັນປະຈຳຕໍ່ເນື່ອງລຽນຕິດ ເພື່ອສ້າງໃຫ້ໄດ້ພະນັກງານ-ນັກຮົບທີ່ມີຄວາມຫ້າວຫັນຕໍ່ໜ້າ ທີ່ວຽກງານມີຄວາມຈົງຮັກພັກດີ ຕໍ່ການຈັດຕັ້ງຂັ້ນເທິງ,ເອົາໃຈ ໃສ່ປະຕິບັດລະບຽບວິໄນຂອງ ກອງທັບໃຫ້ເຂັ້ມງວດກວ່າເກົ່າ, ເພື່ອພ້ອມກັນສ້າງຜົນງານຂ່ຳ ນັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວຄອບຮອບ 70 ທີ່ຈະມາເຖິງໃນມໍ່ນີ້ໃຫ້ເຕັມໄປ ດ້ວຍເນື້ອໃນ ແລະ ຄວາມໝາຍ ຄວາມສຳຄັນຢ່າງເລິກເຊິ່ງ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ