ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງຫ້ອງການກອງພົນທີ 4 ດຳເນີນກອງປະຊຸມ ຄັ້ງທີ VI ຂອງຕົນ
ເວລາອອກຂ່າວ: 2019-01-28 09:26:38 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນວັນທີ 10 ມັງກອນ2019 ນິີ້, ໜ່ວຍສະຫະພັນແມ່ຍິງຫ້ອງ ການກອງພົນທີ 4 ໄດ້ເປີດກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງຕົນ ໂດຍເປັນປະທານຂອງ ພັນໂທ ຈັນແດງ ຂຸນຍຸລາດ ຄະນະພັກ ກອງພົນ ຫົວຫນ້າຫ້ອງການກອງ ພົນ, ມີຄະນະຫນ່ວຍສະຫະພັນແມ່ ຍິງ ແລະ ສະມາຊິກສະຫະພັນ ແມ່ຍິງພາຍໃນຫ້ອງການກອງ ພົນເຂົ້າຮ່ວມຢ່າງພ້ອມພຽງ. ພັນຕີ ນາງ ລຳທອງ ວອນ ມະນີ ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການກອງພົນທີ 4 ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວໃນໄລຍະຜ່ານມາ ຂອງໜ່ວຍສະຫະພັນແມ່ຍິງ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ເປັນຕົ້ນຄະນະໜ່ວຍ ສະຫະພັນແມ່ຍິງໄດ້ຖືສຳຄັນ ວຽກງານສຶກສາອົບຮົມການ ເມືອງແນວຄິດໃຫ້ເອື້ອຍນ້ອງ ສະຫະພັນແມ່ຍິງ ໂດຍນຳເອົາ ແນວທາງແຜນນະໂຍບາຍຂອງ ພັກກົດຫມາຍຂອງຂອງລັດຂໍ້ ກຳນົດກົດລະບຽບຂອງກອງ ທັບ ແລະ ບັນດາຂໍ້ກຳນົດກົດລະ ບຽບຕ່າງໆຂອງສູນກາງສະຫະ ພັນແມ່ຍິງວາງອອກຢ່າງເຂັ້ມ ງວດ, ນອກຈາກນັ້ນຍັງສຸມໃສ່ ການປູກຝັງ-ລ້ຽງສັດຍົກສູງນ້ຳ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງຊຸກຍູ້ໃຫ້ເອື້ອຍນ້ອງພາຍ ໃນໜ່ວຍເອົາໃຈໃສ່ວຽກງານ ປູກຝັງ-ລ້ຽງສັດ ເຊັ່ນ: ການປູກ ຜັກສວນຄົວ ແລະ ການລ້ຽງ ເປັດ, ລ້ຽງໄກ່, ລ້ຽງຫມູ ແລະ ແບ້ ເປັນຕົ້ນ ເຊິ່ງສາມາດສ້າງລາຍ ຮັບຈາກການປູກຝັງລ້ຽງສັດໄດ້ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະແມ່ຍິງພັນຊຸດ ໃຫມ່ໄດ້ຕາມລະດັບຄາດໝາຍ ເພື່ອສືບຕໍ່ຊີ້ນຳ-ນໍາພາໜ່ວຍສະ ຫະພັນແມ່ຍິງຫ້ອງການປະກອບ ສ່ວນເຂົ້າໃນວຽກງານຂອງກົມ ກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ເປັນກ້າວໆ. ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ