ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານເຕັກນິກການທະຫານ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-25 09:55:46 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ພິທີສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ຢູ່ວິທະຍາ ຄານເຕັກນິກການທະຫານໄດ້ຈັດ ຂຶ້ນໃນວັນ ທີ 23 ມັງກອນ 2019 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຕີ ກິລະກອນ ບຸນ ນະຜົນ ກຳມະການຄະນະພັກກະ ຊວງ ປ້ອງກັນປະເທດ ຫົວຫນ້າ ກົມໃຫຍ່ເຕັກນິກກອງທັບ, ມີ ທ່ານ ພົນຈັດຕະວາ ລໍາພອນ ນົນ ຈັນທະວົງ ຫົວໜ້າກົມກໍ່ສ້າງຄຸ້ມ ຄອງຊັບສິນກົມໃຫຍ່ພະລາທິ ການກອງທັບ ມີຄະນະພັກ-ຄະນະ ອໍານວຍການວິທະຍາຄານ,ພະ ນັກງານນໍາພາບັນຊາ,ພະນັກ ງານຫລັກແຫລ່ງທົ່ວວິທະຍາ ຄານ ແລະ ອະດີດການນໍາຂອງ ວິທະຍາຄານ ເຂົ້າຮ່ວມ. ໃນພິທີ ທ່ານ ພົນຕີ ກິລະກອນ ບຸນນະຜົນ ໄດ້ຍົກໃຫ້ເຫັນປະຫວັດ ສາດແຫ່ງການກໍາເນີດກໍ່ສ້າງ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ທັບປະຊາຊົນລາວຕະຫລອດ ໄລຍະ 70 ປີຜ່ານມາ, ກອງ ທັບປະຊາຊົນລາວໄດ້ຮັບການ ສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ທີ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ແຂວງຫົວພັນ ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ ນໍາໂດຍກົງ, ນັບແຕ່ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະກິດອັນຫນັກ ຫນ່ວງຕໍ່ສູ້ກູ້ຊາດຕ້ານກັບຈັກກະ ພັດຮຸກຮານທັງແບບເກົ່າ ແລະ ໃຫມ່ທີ່ມີຈໍານວນພົນເຫນືອ ກວ່າ, ມີພາຫະນະອາວຸດທີ່ທັນ ສະໄຫມກວ່າ, ແຕ່ຍ້ອນນໍ້າໃຈຮັກ ຊາດ, ເດັດດ່ຽວຫນຽວແຫນ້ນ ຕໍ່ສູ້ບໍ່ຍອມຈໍານົນຂອງນັກປະຕິວັດຮຸ່ນກ່ອນ ໄດ້ເຮັດໃຫ້ກອງ ທັບເຮົາຍິ່ງຕີກໍຍິ່ງເຕີບໃຫຍ່ ເຂັ້ມແຂງ, ຍິ່ງຕີຍິ່ງໄດ້ຮັບໄຊຊະ ນະເປັນຂັ້ນໆມາ ກ້າວໄປເຖິງໄຊ ຊະນະລວມໃນການປະກາດເອ ກະລາດ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ຕະຫລອດໄລຍະ 70 ປີແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວ ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກ ແລະ ທຸລະກັນດານທີ່ສຸດນັ້ນ ພາຍໃຕ້ການນໍາພາຂອງພັກ, ບັນດາກຳລັງປະກອບອາວຸດປະ ຊາຊົນລາວ ໄດ້ເຮັດສໍາເລັດພາ ລະກິດປະຕິວັດອັນຍິ່ງໃຫຍ່ ແລະ ຫນັກຫນ່ວງທີ່ພັກມອບໝາຍໃຫ້, ສ້າງຜົນງານອັນດີເດັ່ນ, ວີລະ ກຳອັນລໍ້າເລີດປະດັບໄວ້ໃນຫນ້າ ປະຫວັດສາດຂອງຊາດຢ່າງສົມ ກຽດ, ສ້າງມູນເຊື້ອອັນດີງາມ ຫລາຍປະການໄວ້ໃຫ້ແກ່ກໍາລັງ ປະກອບອາວຸດປະຕິວັດສົມ ແລ້ວ ທີ່ເປັນກອງທັບວີລະຊົນຂອງຊາດ ລາວວີລະຊົນ ເຊິ່ງໄດ້ຮັບຄໍາສັນ ລະເສີນຈາກພັກ ແລະ ລັດວ່າ: " ກອງທັບຍາມໃດກໍນໍາຫນ້າໃນ ທຸກວຽກງານ, ເດັດດ່ຽວຜ່ານຜ່າ ອຸປະສັກ, ຕີເອົາຊະນະສັດຕູທຸກ ໂຕ,ສໍາເລັດທຸກຫນ້າທີ່, ສົມເປັນ ກຳລັງ ແກ່ນສານທີ່ເຂັ້ມແຂງຂອງ ການປະຕິວັດ, ເປັນເຄື່ອງມືອັນ ແຫລມຄົມຂອງພັກ. ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບຄົບຮອບ 70 ປີ ຍັງໄດ້ຍ້ອງຍໍຜົນງານ 5 ປີ ໃຫ້ ບຸກຄົນ ແລະ ກົມກອງລວມຫມູ່ ທົ່ວວິທະຍາຄານເຕັກນິກການ ທະຫານອີກດ້ວຍ, ໃນນັ້ນມີຜູ້ ໄດ້ຮັບຫຼຽນໄຊອິດສະຫລະຊັ້ນ II ຈໍານວນ 9 ສະຫາຍ, ຊັ້ນ III ຈໍານວນ 13 ສະຫາຍ, ໄດ້ ຮັບ ຫຼຽນໄຊແຮງງານຊັ້ນ II ຈໍານວນ 52 ສະຫາຍ ແລະ 5 ກົມກອງ, ຊັ້ນ III ຈໍານວນ 79 ສະຫາຍ ແລະ 3 ກົມກອງ, ໄດ້ຮັບຫຼຽນ ກາແຮງງານຈໍານວນ 78 ສະ ຫາຍ, ໄດ້ຮັບໃບຍ້ອງ ຍໍລັດຖະ ບານມີ 50 ສະຫາຍ ແລະ 7 ກົມ ກອງ, ໄດ້ຮັບຫຼຽນໄຊພິລາດອາດ ຫານຊັ້ນ II ມີ 11 ສະຫາຍ ແລະ 2 ກົມກອງ, ຊັ້ນ III ມີ 14 ສະຫາຍ, ໄດ້ຮັບໃບຍ້ອງຍໍກະຊວງປ້ອງ ກັນປະເທດມີ 17 ສະຫາຍ ແລະ ໄດ້ຮັບໃບຍ້ອງ ຍໍກົມໃຫຍ່ການ ເມືອງກອງທັບມີ 16 ສະຫາຍ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ