ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງແຂວງຫຼວງນ້ຳທາພົບປະໂອ້ລົມພະນັກງານບຳນານ
ເວລາອອກຂ່າວ: 2019-01-24 11:36:47 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ເພື່ອຫວນຄືນມູນເຊື້ອຄຸນງາມ ຄວາມດີຂອງພະນັກງານປະຕິວັດ ອາວຸໂສນໍານານເນ່ືອງໃນໂອ ກາດວັນສ້າງຕັ້ງກອງທັບ ຄົບ ຮອບ 70 ປີ ໃຫ້ ມີເນື້ອໃນຄວາມ ຫມາຍຄວາມສຳຄັນຢ່າງເລິກ ເຊິ່ງໃນວັນທີ 16 ມັງກອນ 2019 ນີ້, ທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ລົງຢ້ຽມຢາມພົບ ປະໂອ້ລົມພະນັກງານປະຕິວັດ ອາວຸໂສບໍານານຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ມີທ່ານ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ກໍາມະການພັກ ແຂວງ ເລຂາພັກ ຫົວໜ້າການທະ ຫານກອງບັນຊາການທະຫານແຂວງຫຼວງນໍ້າທາ, ບັນດາສະ ຫາຍຄະນະພັກກອງ ບັນຊາການ, ຕະຫຼອດຮອດພະນັກງານປະຕິ ວັດອາວຸໂສບໍານານເຂົ້າຮ່ວມ. ທ່ານເຈົ້າແຂວງໆຫຼວງນໍ້າທາ ກໍໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຄວາມຮູ້ບຸນຄຸນຢ່າງ ສູງຕໍ່ຜົນງານ ແລະ ຄຸນງາມ ຄວາມດີຂອງບັນດາສະຫາຍທີ່ ໄດ້ເສຍສະຫຼະເລືອດເນື້ອໃນ ພາລະກິດປະຕິວັດ ເພື່ອປົກປັກ ຮັກສາ ແລະ ສ້າງ ສາພັດທະນາ ປະເທດຊາດໃນເມື່ອກ່ອນ, ພ້ອມ ທັງຍົກໃຫ້ເຫັນສະພາບການໃນ ພາກພື້ນ ແລະ ໃນໂລກ ພ້ອມ ນັ້ນກໍໄດ້ເນັ້ນຫນັກ ຫຼາຍບັນຫາ ທີ່ສຳຄັນເປັນຕົ້ນແມ່ນການປົກ ປັກຮັກສາ ແລະ ເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດຂອງ ກອງທັບປະຊາຊົນລາວ, ວີລະ ຊົນ, ເພີ່ມຄວາມສາມັກຄີກັບປະ ຊາຊົນລາວບັນດາເຜົ່າໃຫ້ເປັນ ປຶກແຜ່ນແຫນ້ນໜາເອົາໃຈໃສ່ ສຶກສາອົບຮົມການ ເມືອງແນວຄິດໃຫ້ປະຊາຊົນບັນດາເຜົ່າເຫັນ ແຈ້ງຕໍ່ກົນອຸບາຍເລ່ຫຼ່ຽມຂອງ ກຸ່ມ ຄົນບໍ່ດີ, ຕ້ານ ແລະ ສະກັດ ກັ້ນການເຄື່ອນໄຫວໂຄສະນາບິດ ເບືອນຕໍ່ແນວທາງນະໂຍບາຍ ຂອງພັກ-ກົດຫມາຍຂອງລັດ ເພື່ອສ້າງຄວາມແຕກແຍກມູນ ເຊື້ອຄວາມສາມັກຄີຂອງປະຊາ ຊົນບັນດາເຜົ່າ, ພວກເຮົາຄົນຮຸ່ນຫຼັງຈະສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາກົມກອງ ກໍຄືທ້ອງຖິ່ນແຂວງຫຼວງນໍ້າທາ ໃຫ້ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບ, ຊີ້ນໍາ-ນຳພາປັບປຸງກໍ່ສ້າງ ກໍາລັງໃຫ້ເຂັ້ມແຂງໃນທຸກດ້ານ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ