ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວຢູ່ສະຫະພັນນັກຮົບເກົ່າ ນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2019-01-24 11:35:27 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2019 ນີ້ ທີ່ຫ້ອງປະຊຸມຫ້ອງວ່າ ການນະຄອນຫຼວງວຽງຈັນ ໄດ້ ຈັດພິທີມອບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວໃຫ້ ແກ່ອະດີດນາຍທະຫານສະຫະ ພັນນັກຮົບເກົ່ານະຄອນຫຼວງ ວຽງຈັນຂຶ້ນ, ໂດຍພາຍໃຕ້ການ ເປັນປະທານຂອງ ພັນໂທ ບຸນທອນ ໄຊສົງຄາມ ຄະນະບໍລິ ຫານງານ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ປະທານສະຫະ ພັນນັກຮົບເກົ່ານະຄອນຫຼວງ ວຽງຈັນ ເປັນກຽດເຂົ້າຮ່ວມ ຂອງ ພັນເອກ ເຂັມພອນ ພີມມະວົງ ຄະນະບໍລິຫານງານ, ຮອງປະທານກວດກາ, ຫົວໜ້າ ກົມກວດກາ ສະຫະພັນນັກຮົບ ເກົ່າແຫ່ງຊາດລາວພ້ອມດ້ວຍ ຄະນະບໍລິຫານງານສະຫະພັນ ນັກຮົບ ເກົ່າ 9 ເມືອງ ແລະ ສະມາຊິກສະຫະພັນນັກຮົບເກົ່າ ຕະຫຼອດຮອດພະນັກງານວິ ຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ພັນຕີ ສອນໃຈ ຄຳມະວົງແກ້ວ ຄະນະບໍລິຫານ ງານ, ຮອງປະທານສະຫະພັນນັກ ຮົບເກົ່ານະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກ ທີ 2856/ກປທ ລົງວັນທີ 8 ສິງຫາ 2018 ວ່າດ້ວຍການປະ ດັບຫຼຽນກາລະນຶກ 70 ປີ ກອງ ທັບປະຊາຊົນລາວ ໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 70 ປີ( 20/01/1949-20/01/2019) ໃຫ້ແກ່ອະ ດີດນາຍທະຫານ ສະຫະພັນນັກ ຮົບເກົ່ານະຄອນຫຼວງວຽງຈັນ ຜູ້ ທີ່ມີຄຸນງາມຄວາມດີ ໃນການ ປະກອບສ່ວນເຂົ້າໃນພາລະກິດ ປະຕິວັດຕໍ່ສູ້ປົດປ່ອຍປະເທດ ຊາດ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນດ້ວຍ ຄວາມພິລາດອາດຫານມີນ້ຳໃຈ ເດັດດ່ຽວໜ່ຽວແໜ້ນບໍ່ຍອມຈຳ ນົນໃຫ້ແກ່ສັກດີນາ ແລະ ພວກ ລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຍ້ອນຄຸນງາມຄວາມດີດັ່ງ ກ່າວ ເພື່ອຈາລຶກບຸນຄຸນ ແລະ ຮັກສາມູນເຊື້ອອັນສຳຄັນນັ້ນ ກອງທັບປະຊາຊົນລາວຈຶ່ງໄດ້ ມອບຫຼຽນກາໄວ້ໃຫ້ເປັນທ່ີລະ ນຶກ ໃຫ້ແກ່ສະຫະພັນນັກຮົບ ເກົ່ານະຄອນຫຼວງວຽງຈັນທັງ ໝົດ 2.894 ໜ່ວຍ. ເປັນກຽດຂຶ້ນກ່າວມອບ ໂດຍພັນເອກ ເຂັມພອນ ພີມ ມະວົງ ພ້ອມທັງກ່າວຍ້ອງຍໍຊົມ ເຊີຍຕໍ່ບັນດາອະດີດນາຍທະ ຫານທີ່ໄດ້ຮັບຫຼຽນກາ 70 ປີ ກອງທັບໃນຄັ້ງນີ້ ແລະ ຮຽກ ຮ້ອງໃຫ້ຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນອົງອາດກ້າ ຫານ ແລະ ສືບຕໍ່ປະກອບສ່ວນ ນຳອຳນາດການປົກຄອງໃນ ການປົກປັກຮັກສາສ້າງສາພັດ ທະນາປະເທດຊາດ ເປັບແບບ ຢ່າງທີ່ດີໃຫ້ແກ່ລູກຫຼານເປັນເຈົ້າ ການໃນການປະຕິບັດຄຳຂວັນ 3 ດີ 6 ຮັກສາ ຂອງນັກຮົບເກົ່າ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ໂດຍ: ທີດແກ່ນສີ ແກ່ນປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ