ກອງພົນທີ 5 ສະຫຼຸບບັ້ນແຂ່ງຂັນ ປະຈຳປີ 2021
ເວລາອອກຂ່າວ: 2022-01-28 09:13:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ:
ໃນວັນທີ 20 ມັງກອນ 2022,
ກອງພົນທີ 5 ໄດ້ສະຫຼຸບບັ້ນ
ແຂ່ງຂັນ ປະຈຳປີ 2021 ແລະ ເປີດບັ້ນແຂ່ງຂັນ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ຫົວໜ້າການເມືອງ ກອງພົນທີ 5, ມີ ຄະນະພັກ-ຄະ
ນະບັນຊາ ຈາກອົງການ, ກົມ ກອງທົ່ວກອງພົນທີ 5 ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳກົດ ອີນສີນາ ຫົວໜ້າຫ້ອງການເມືອງ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບ ບັ້ນແຂ່ງຂັນ ປະຈຳປີ 2021 ແລະ ວຽກງານຂະບວນການທີ່ຈະຕ້ອງສຸມໃສ່ສືບຕໍ່ ໃນປີ 2022 ( ພາຍໃຕ້ຄຳຂວັນ: ຮັກ ຊາດ ແລະ ພັດທະນາ ) ເຊິ່ງ
ເນື້ອໃນຂອງບົດສະຫຼຸບໄດ້ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ
ບົດຮຽນທີ່ຖອດຖອນໄດ້, ຜ່ານ ການຈັດຕັ້ງແຂ່ງຂັນໃນ 1 ປີ ຜ່ານມາ. ໃນນີ້, ຄະນະພັກ-ຄະ ນະບັນຊາ ກອງພົນທີ 5 ໄດ້ເອົາ ໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ
ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ
V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ
ອົງຄະນະພັກກອງພົນ ຕິດພັນ
ກັບການປະຕິບັດທິດທາງແຜນ
ການລວມຂອງກອງພົນ ຕາມ
4 ໜ້າທີ່ໃຫຍ່ 26 ແຜນງານ
ຂອງຄະນະພັກກະຊວງປ້ອງກັນ ປະເທດວາງອອກ. ໃນນີ້, ຂະ
ບວນການທີ່ພົ້ນເດັ່ນຄະນະ
ພັກ-ຄະນະບັນຊາກອງພົນ
ທີ 5 ໄດ້ເອົາໃຈໃສ່ວຽກງານ
ຫັນລົງກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດ ຮອບດ້ານ ຊີ້ນຳພະນັກງານຫັນ ລົງກໍ່ສ້າງຮາກຖານ, ເຊິ່ງມີຈຳ ນວນ 88 ບ້ານ, 22 ກຸ່ມບ້ານ,
8 ຕົວເມືອງ ແລະ 1 ນະຄອນ
ຂອງແຂວງຈຳປາສັກ, 1 ເມືອງ
ຂອງແຂວງເຊກອງ, 1 ເມືອງ ຂອງແຂວງສາລະວັນ ເຫັນວ່າ ຮັບປະກັນໄດ້ໃນຂອບ ເຂດ 4
ແຂວງພາກໃຕ້ມີຄວາມສະຫງົບ ໂດຍພື້ນຖານຕິດພັນກັບວຽກ
ງານດັ່ງກ່າວ, ຄະນະພັກ-ຄະນະ ບັນຊາ ກອງພົນທີ 5 ຍັງສຸມໃສ່
ວຽກງານຂະບວນການດ້ານ ຕ່າງໆ ເຊັ່ນ: ວຽກງານປັບປຸງກໍ່
ສ້າງກຳລັງ ໃນນີ້, ສາມາດສ້າງ ສາມາຊິກພັກແຂງ ໄດ້ 90,11%;
ວຽກງານອົບຮົມ-ຫັດແອບຕີລາ
ຄາໄດ້97,36%; ວຽກງານຮັບ
ປະກັນພະລາທິການ ສາມາດ
ສ້າງແຫຼ່ງລາຍຮັບໄດ້ທັງໜົດ 3 ຕື້ກວ່າກີບ ແລະ ວຽກງານ
ຂະບວນການອື່ນໆ ເຫັນວ່າ ມີ
ການພັດທະນາຂຶ້ນທາງດ້ານປະ ລິມານ ແລະ ຄຸນນະພາບ.
ໂອກາດດັ່ງກ່າວ, ຍັງໄດ້ສະ ຫຼຸບຕີລາຄາການຈັດຕັ້ງປະຕິ ບັດຂະບວນການກໍ່ສ້າງກອງ 3
ປອດ ປອດໃສ ປອດໄພ ປອດຄະ
ດີ ປະຈຳປີ 2021 ແລະ ວາງທິດ ທາງແຜນການ ການກໍ່ສ້າງກອງ
3 ປອດ ປະຈໍາປີ 2022 ແລະ
ມອບໃບຢັ້ງຢືນກົມກອງ 3 ປອດ
ໃຫ້ອົງການ, ກົມກອງ ຈຳນວນ
87 ຫົວໜ່ວຍກົມ ກອງຕື່ມອີກ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ