ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເມືອງທຸລະຄົມ ເປີດຂະບວນການ ການສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-01-28 09:12:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 933 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022, ກອງບັນຊາການທະ ຫານ ເມືອງທຸລະຄົມ ແຂວງ ວຽງຈັນ ໄດ້ເປີດຂະບວນການ ການກໍ່ສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ ໃນກຸ່ມ ເທສະບານ, ມີ 6 ບ້ານ: ບ້ານ ເກິນເໜືອ, ເກິນກາງ, ເກິນໃຕ້, ໂພນແຮ່, ນາໝາກ ແລະ ບ້ານ ບໍ່. ໂດຍການເປັນປະທານຂອງ ທ່ານ ກິຄຳ ວົງໄຊ ຮອງເຈົ້າ ເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳລວມ ແລະ ອະນຸກຳມະການ ພ້ອມ ດ້ວຍຫົວໜ້າກຸ່ມບ້ານ, ເລຂາພັກ ບ້ານ, ນາຍບ້ານ 6 ບ້ານເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນລົມ ໄຊ ຍະລາດ ຫົວໜ້າພະແນກການ ເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍ ການອະນຸມັດ ໃຫ້ກອງບັນຊາການທະຫານ ເມືອງທຸລະຄົມ ເປີດຂະບວນການ ການກໍ່ສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ ແລະ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ອະນຸ ກຳມະການກໍ່ສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງຢູ່ກຸ່ມເທສະບານເມືອງທຸລະຄົມ. ສະຫາຍ ພັນໂທ ເກດສະໜາ ສຸລິຍະວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ທຸລະຄົມ ໄດ້ຜ່ານຂໍ້ຕົກລົງ ຂອງ ກະຊວງປ້ອງກັນ ປະເທດ ວ່າດ້ວຍ ການກໍ່ສ້າງບ້ານ ແລະ ຄອບ ຄົວປ້ອງກັນຊາດເຂັ້ມແຂງ ພ້ອມ ທັງຜ່ານມາດຖານເງື່ອນໄຂການ ກໍ່ສ້າງບ້ານ ແລະ ຄອບຄົວປ້ອງ ກັນຊາດເຂັ້ມແຂງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ