ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພກ ສະຫຼຸບວຽກງານການນຳພາ
ເວລາອອກຂ່າວ: 2022-01-28 09:01:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 527 | ຄວາມນິຍົມ:



ວັນທີ 18 ມັງກອນ 2022 ນີ້, ວິທະຍາຄານພະລາທິການກອງ ທັບ (ວພກ) ໄດ້ຈັດຕັ້ງກອງ ປະຊຸມສະຫຼຸບການນຳພາຂອງ ຄະນະບໍລິຫານງານພັກວິທະຍາ ຄານພະລາທິການກອງທັບ ປະ ຈຳປີ 2021 ແລະ ທິດທາງແຜນ ການນຳພາປະຈຳປີ 2022 ຂື້ນ, ໂດຍເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕະຂັນ ຫົວໜ້າການ ທະຫານວິທະຍາຄານພະລາທິ ການກອງທັບ, ມີບັນດາສະຫາຍຄະນະບໍລິຫານງານພັກວິທະຍາ ຄານ, ມີບັນດາສະຫາຍຄະນະ ຫ້ອງ 6 ຫ້ອງ, 2 ກອງພັນທີ່ເຮັດ ວຽກງານການເມືອງ ແລະ ພະ ແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ພັນ ເອກ ປອ ແສງທອງ ອຸ່ນນາງ ຫົວໜ້າຫ້ອງການເມືອງໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານການນຳພາ ຂອງຄະ ນະບໍລິຫານງານພັກວິທະຍາ ຄານ ໂດຍໄດ້ຍົກໃຫ້ເຫັນບັນຫາ ທີ່ພົ້ນເດັ່ນບົນພື້ນຖານແມ່ນປະຕິບັດວຽກງານປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍສະເພາະ ແມ່ນຖືເອົາວຽກງານສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເປັນບັນຫາສຳຄັນຄະນະພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ເປັນ ຕົ້ນແມ່ນຈັດຕັ້ງເຜີຍແຜ່ບັນດາ ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະ ບຽບຂອງພັກ, ກົດໝາຍຂອງ ລັດ ເພຶ່ອເຮັດໃຫ້ພະນັກງານ ສະມາຊິກພັກ ເຊຶ່ອໝັ້ນຕໍ່ການນຳ ພາຂອງພັກ, ມີຄຸນທາດການ ເມືອງໜັກແໜ້ນ, ມີຄວາມຈົ່ງຮັກ ພັກດີຕໍ່ປະເທດຊາດ, ມີຄຸນສົມ ບັດ, ສີນທຳປະຕິວັດ, ມີແນວຄິດ ອຸ່ນອຽນ-ທຸ່ນທ່ຽງ, ມີຄວາມຫ້າວ ຫັນໃນການປະຕິບັດໜ້າທີ່ວຽກ ງານ. ນອກນີ້, ຍັງໄດ້ເອົາໃຈໃສ່ ຊຸກຍູ້ດ້ານຂະບວນການຕ່າງໆ ເຊັ່ນ: ຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນ ການກໍ່ສ້າງກອງ 3 ປອດ, ຂະ ບວນການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງກົມກອງວັດທະນາທຳ-ນັກ ຮົບວັດທະນາທຳ. ວຽກງານກໍ່ ສ້າງປັບປຸງພັກໄດ້ເອົາໃຈໃສ່ປັບ ປຸງກໍ່ສ້າງຕາມ 5 ຫຼັກການ 3 ທິດ ນຳ ປັດຈຸບັນທົ່ວອົງຄະນະພັກມີ 6 ຄະນະພັກຮາກຖານຂຶ້ນກັບ, ມີ 39 ໜ່ວຍພັກໃນນັ້ນມີ 2 ໜ່ວຍ ພັກຮາກຖານ, ມີ 37 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ. ໄດ້ ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 24 ໜ່ວຍພັກ, ວຽກງານພະນັກງານໄດ້ປະກາດຍ້ອງຍໍເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ພະນັກງານສະມາ ຊິກພັກຜູ້ທີ່ມີເງື່ອນໄຂຄົບຖ້ວນ ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 03 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 11 ສະຫາຍ, ຍິງ 01 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ, ຍິງ 03 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 24 ສະຫາຍ, ຍິງ 2 ສະຫາຍ, ເລື່ອຊັ້ນ ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ທຽບຊັ້ນ ພັນຕີ 10 ສະຫາຍ, ຍິງ 04 ສະຫາຍ, ເລື່ອນ ທຽບຊັ້ນ ຮ້ອຍໂທ ຂຶ້ນ ທຽບຊັ້ນ ຮ້ອ ເອກ 10 ສະຫາຍ, ຍິງ 10 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ທຽບຊັ້ນ ຮ້ອຍໂທ 02 ສະ ຫາຍ, ຍິງ 01 ສະຫາຍ, ໄດ້ນຳ ສະເໜີຂັ້ນເທິງຢັ້ງຢືນຮັບຮອງ ເປັນກົມກອງ 3 ປອດ ປະເພດ I ມີ 6 ຄະນະພັກຮາກຖານ, ມີ 20 ໜ່ວຍພັກ, ປະເພດ II ມີ 8 ໜ່ວຍ ພັກ, ປະເພດ III ມີ 11 ໜ່ວຍພັກ, ຕີ ລາຄາແບ່ງປະເພດຄຸນທາດການ ເມືອງພາຍໃນພັກປະເພດດີເລີດ ໄດ້ 87,23%, ປະເພດ II ໄດ້ 9,34%. ໂດຍ: ບຸນມີ ເພັງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ