ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການປົກຄອງແຂວງຈຳປາສັກ ຢ້ຽມຢາມອວຍພອນ ກອງພົນທີ 5
ເວລາອອກຂ່າວ: 2022-01-27 09:24:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 699 | ຄວາມນິຍົມ:



ໃນວັນທີ 25 ມັງກອນ 2022 ນີ້, ສະຫາຍ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ຄະນະນຳ ພາກລັດ ແລະ ເອກ ກະຊົນ, ນັກທຸລະກິດຍິງໝຸ່ມໄດ້ ເຄື່ອນໄຫວຢ້ຽມຢາມອວຍພອນ ຄະນະນຳ ກອງພົນທີ 5 ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ ໂດຍ ການຕ້ອນຮັບຂອງ ສະຫາຍ ພັນໂທ ຄຳກົດ ອີນສີນາ ຫົວໜ້າ ຫ້ອງການເມືອງກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພັນ ໂທ ຄຳກົດ ອີນສີນາ ໄດ້ລາຍງານ ຫຍໍ້ ກ່ຽວກັບພາລະບົດບາດ ສິດ ໜ້າທີ່ ແລະ ເຂບເຂດຄວາມຮັບ ຜິດຊອບຂອງກົມກອງໃນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ. ຈາກນັ້ນ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມ ຂອບໃຈຕໍ່ຄະນະພັກ-ຄະນະບັນ ຊາ ກອງພົນທີ 5 ທີ່ໄດ້ໃຫ້ການ ຕ້ອນຢ່າງອົບອຸ່ນພ້ອມທັງຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ໄຊ ຊະນະທີ່ກົມກອງຍາດໄດ້ຕະຫຼອດ ໄລຍະ 73 ປີ ຜ່ານມາ ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ເຮັດໃຫ້ ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ. ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງ ມາຍັງຄະນະພັກ-ຄະນະບັນຊາ ກອງພົນທີ 5 ໃຫ້ສືບຕໍ່ຮັກສາມູນ ເຊື້ອຄວາມສາມັກຄີລະຫວ່າງ ກອງທັບ ກັບ ປະຊາຊົນໃຫ້ມີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ສືບ ຕໍ່ກຳແໜ້ນເຊື່ອມຊຶມເຜີຍແຜ່ ແນວທາງນະໂຍບາຍຂອງພັກ ຂອງລັດ ເປັນຕົ້ນແມ່ນການປະ ຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງ ປ້ອງ ກັນປະເທດວາງອອກ, ມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ຄັ້ງທີ V ແລະ ມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກກອງ ພົນຄັ້ງທີ VI ພ້ອມກັນຈັດຕັ້ງຜັນ ຂະຫຍາຍ ໃຫ້ເປັນຮູບປະທຳ, ເພີ່ມທະວີ ວຽກງານຫັນລົງກໍ່ສ້າງຮາກ ຖານການເມືອງ ພັດທະນາຊົນ ນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໃນການກໍ່ສ້າງກຳ ລັງປ້ອງກັນຊາດ ເພື່ອເຮັດໃຫ້ ຂອບເຂດກົມກອງຕັ້ງທັບມີ ຄວາມສະຫງົບປອດໄພ ໂດຍ ພື້ນຖານ ແລະ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ, ສະຫາຍ ໄດ້ຕາງໜ້າໃຫ້ຄະນະພັກ ອົງ ການປົກຄອງແຂວງຈຳປາສັກ ອວຍພອນຄະນະພັກ-ຄະນະບັນ ຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 5 ຈົ່ງມີສຸ ຂະພາບເຂັ້ມແຂງ ສືບຕໍ່ປະຕິບັດ ໜ້າທີ່ ທີ່ພັກ-ລັດ, ປະຊາຊົນມອບ ໜາຍໃຫ້ມີຜົນສໍາເລັດ ໂອກາດ ດັ່ງກ່າວ ຍັງໄດ້ນຳເອົາເຄື່ອງອຸ ປະໂພກ-ບໍລິໂພກ ລວມມູນຄ່າ 35.740.000 ກີບ ມອບໃຫ້ ກອງພົນທີ 5 ຕື່ມອີກ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ