ໂຮງຮຽນ 307 ເປີດຮຽນກົດລະບຽບພັກໃຫ້ມະຫາຊົນກ້າວໜ້າ
ເວລາອອກຂ່າວ: 2022-01-27 09:22:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ:
ໃນວັນທີ 7 ມັງກອນ 2022, ໂຮງຮຽນ 307 ໄດ້ເປີດຮຽນກົດ ລະບຽບພັກປະຊາຊົນປະຕິວັດລາວໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ, ຢູ່ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ພັນໂທ ສີເຟືອງ ແກ້ວບົວພອນ ເລຂາຄະນະພັກຮາກຖານໂຮງ ຮຽນ 307, ມີ ຕາງໜ້າຄະນະ ໜ່ວຍພັກ ແລະ ມະຫາຊົນຜູ້ກ້າວ ໜ້າເຂົ້າຮ່ວມ. .
ສະຫາຍ ຮ້ອຍເອກ ໄຊຊະນະ
ບຸນປະເສີດ ຫົວໜ້າຂະແໜງຈັດ ຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງ ຄະນະປະຈໍາພັກ ກົມໃຫຍ່ເສນາ ທິການກອງທັບ ວ່າດ້ວຍ ການ
ອະນຸມັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຮຽນສະໜັບສະໜູນແລ້ວ ເຂົ້າຮຽນກົດລະບຽບພັກ, ໂດຍອີງຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ທີ່ລະບຸໄວ້ໃນໝວດ 1 ມາດຕາ 2 ລະບຽບການຂະຫຍາຍພັກ.
ການເປີດຮຽນກົດລະບຽບ ພັກໃນຄັ້ງນີ້, ເພື່ອເປັນການຜັນ ຂະຫຍາຍມະຕິຂອງກອງປະຊຸມ
ໃຫຍ່ ຄັ້ງທີ XI ຂອງພັກເຂົ້າໃນ ວຽກງານຕົວຈິງຢ່າງເລິກເຊິ່ງ ໂດຍສະເພາະແມ່ນວຽກງານກໍ່
ສ້າງພັກໃຫ້ມະຫາຊົນກ້າວ ໜ້າ
ໄດ້ຮຽນຮູ້ຄວາມໝາຍ, ຄວາມ ສໍາຄັນ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງພັກ ລວມທັງ
ບັນດາຂໍ້ຫ້າມ, 3 ທິດນໍາ ແລະ 5 ຫຼັກການຂອງພັກ.
ທັງນີ້, ເພື່ອເຮັດໃຫ້ມະຫາຊົນ
ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນ, ທາດແທ້, ອຸດົມການຂອງພັກ ເພື່ອພ້ອມກັນສູ້ຊົນບຸກບືນສຸມ
ສະຕິປັນຍາເຫື່ອແຮງເຂົ້າໃນ
ການເຝິກຝົນຫຼໍ່ຫຼອມຕົນເອງ ຢ່າງຮອບດ້ານ, ເອົາໃຈໃສ່ຈັດ
ຕັ້ງປະຕິບັດຕາມກົດລະບຽບ ຂອງພັກຢ່າງຖືກຕ້ອງ ແລະ ເຂັ້ມງວດ.
ໂດຍ: ແກ່ນຕາ ສີລິລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ