ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມເມືອງໂພນໂຮງ ຢ້ຽມຢາມທະຫານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2022-01-27 09:20:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 522 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022, ຊາວໜຸ່ມເມືອງໂພນໂຮງ ແຂວງ ວຽງຈັນ ນຳໂດຍ ທ່ານ ນາງ ຄຳໄຜ່ ສີລາປານີ ຫົວໜ້າຫ້ອງ ການຊາວໜຸ່ມເມືອງໂພນໂຮງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ພະນັກງານ-ນັກຮົບ ກອງບັນຊາການທະຫານເມືອງ ໂພນໂຮງ ທີ່ພວມປະຕິບັດໜ້າທີ່ຢູ່ຕາມເສັ້ນທາງລົດໄຟ ລາວ-ຈີນ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 73 ປີ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ດອກໄຟ ແລະ ແຜງ ຮັບ ພະລັງງານແສງອາທິດ (ໂຊລາເຊວ 1 ຊຸດ), ໝີ່ສໍາ ເລັດຮູບ, ນໍ້າດື່ມ ລວມມູນຄ່າ 1.500.000 ກີບ. ສະຫາຍ ນາງ ຄຳໄຜ່ ສີລາປານີ ໄດ້ກ່າວອວຍ ພອນໄຊອັນປະເສີດໃຫ້ພະນັກ ງານ-ນັກຮົບ ທີ່ເຮັດໜ້າທີ່ປະ ຈຳຢູ່ເສັ້ນທາງລົດໄຟ ລາວ-ຈີນ, ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ ຈົ່ງມີສຸຂະພາບພະລະນາໄມສົມ ບູນ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້, ສືບຕໍ່ ປ້ອງກັນເວນຍາມເສັ້ນທາງລົດ ໄຟ ລາວ-ຈີນ ໃນຂອບເຂດຄວາມ ຮັບຜິດຊອບໃຫ້ມີຄວາມສະຫງົບ ປອດໄພ. ສະຫາຍ ຮ້ອຍເອກ ແພງຕາ ຮຸ່ງເຮືອງ ຫົວໜ້າປະຈຳປ້ອມ ຍາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ຕາງໜ້າໃຫ້ພະນັກງານ-ນັກ ຮົບ ກ່າວສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ການອວຍ ພອນ, ຂອງຄະນະບໍລິຫານ ງານຊາວໜຸ່ມເມືອງ ທີ່ຍາມໃດ ກໍໄດ້ມີຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບ ແລະ ນຳ ເອົາເຄື່ອງອຸປະໂພກ-ບໍລິໂພກມາ ມອບໃຫ້ໃນຄັ້ງນີ້, ເປັນການກະ ຕຸກຊຸກຍູ້ໃຫ້ກຳລັງແຮງໃຈ. ພ້ອມ ທັງກ່າວອວຍພອນໄຊອັນປະເສີດ ຄະນະບໍລິຫານງານຊາວໜຸ່ມ ເມືອງຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ ວຽກງານໃຫ້ສຳເລັດຕາມການ ມອບໝາຍຂອງພັກ-ລັດຂັ້ນເທິງ ເປັນຢ່າງດີຕະຫຼອດໄປ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ