ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຳເລັດກອງປະຊຸມວຽກງານປ້ອງກັນຊາດປະຈຳປີ 2021
ເວລາອອກຂ່າວ: 2022-01-27 09:14:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ:



ກອງປະຊຸມວຽກງານປ້ອງ ກັນຊາດປະຈຳປີ 2021 ໄດ້ດຳ ເນີນມາເປັນເວລາ 2 ວັນ ທີ່ເຕັມ ໄປດ້ວຍບັນຍາກາດຟົດຟື້ນ ແລະ ຄວາມຮັບຜິດຊອບສູງຂອງບັນ ດາສະຫາຍຜູ້ແທນ ກອງປະຊຸມ ດັ່ງກ່າວສຳເລັດລົງ ຕາມຈຸດປະ ສົງຄາດໝາຍ ໃນວັນທີ 26 ມັງກອນ 2022 ນີ້. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບຄືນ ຜ່ານການດຳເນີນກອງປະຊຸມ ໃນໄລຍະ 2 ວັນຜ່ານມາ ໂດຍວາ ລະດຳເນີນກອງປະຊຸມຜູ້ເຂົ້າ ຮ່ວມ ໄດ້ພ້ອມກັນຄົ້ນຄວ້າຕີລາ ຄາຄືນສະພາບການທີ່ສົ່ງຜົນ ກະທົບຕໍ່ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດໃນປີ 2021 ທີ່ຜ່ານມາ ກໍຄືການເຄື່ອນ ໄຫວປັບປຸງກໍ່ສ້າງກຳລັງທາງ ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດໜ້າທີ່ ຂອງບັນດາອົງການ, ກົມກອງ ທ້ອງຖິ່ນ, ການຍົກສູງບົດບາດ ການນໍາພາຂອງພັກ, ການປະຕິ ບັດໜ້າທີ່ຂອງບັນດາການຈັດ ຕັ້ງ, ເວົ້າສະເພາະແມ່ນການປະ ຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍໄດ້ສຸມໃສ່ຄົ້ນ ຄວ້າປະກອບຄຳຄິດເຫັນໃສ່ເນື້ອ ໃນຕ່າງໆຂອງກອງປະຊຸມ ເຊິ່ງ ຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ ທີ່ເຮັດສຳເລັດ, ຈຸດອ່ອນທີ່ຍັງ ຄົງຄ້າງ, ວິທີການແກ້ໄຂ ແລະ ເອກະພາບຕໍ່ທິດທາງວຽກງານ ຈຸດສຸມໃນປີ 2022 ເພື່ອສືບ ຕໍ່ກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນ ສະໄໝ. ພ້ອມນີ້ຍັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກ ພື້ນ ກໍຄືປະເທດເຮົາທີ່ພວມຜັນ ແປໄປຢ່າງສັບຊ້ອນ, ແລະ ບັນ ຫາທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ ໜ້າ ເພື່ອເປັນແນວທາງໃນການ ຈັດຕັ້ງປະຕິບັດວຽກງານຈຸດ ສຸມໃນປີ 2022 ເປັນຕົ້ນແມ່ນ ການສະກັດກັ້ນ ແລະ ຕ້ານທຸກ ກົນ ອຸບາຍຫັນປ່ຽນໂດຍສັນຕິຂອງ ພວກອິດທິກຳລັງປໍລະປັກທີ່ຫວັງ ຈະທັບມ້າງລະບອບໃໝ່ຂອງ ພວກເຮົາ ເປັນເຈົ້າການໃນການ ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກສັກສາລະບອບໃໝ່ປະ ຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນ ຄົງຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງ, ມີຄວາມສະຫງົບປອດ ໄພຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງ ກຳລັງຫັນລົງກໍ່ສ້າງຮາກຖານ ການ ເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ, ບັນດາຈຸດ ສຸມຂອງກະຊວງ, ສົມທົບແໜ້ນ 3 ດ້ານ ໄປພ້ອມໆກັນ ( ດ້ານ ການເມືອງ, ເສດຖະກິດ ແລະ ການທະຫານ ) ປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ພ້ອມກັນຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບ ຕ້ານທຸກການເຄື່ອນໄຫວຂອງ ສັດຕູຢ່າງທັນການ, ສຸມໃສ່ແກ້ໄຂ ເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມ ບໍ່ສະຫງົບ ດ້ວຍມາດຕະການ ແກ້ໄຂຄ່ອງແຄ້ວ ເກັບກຳສະ ພາບປະຊາຊົນຈັດຕັ້ງກໍາລັງ ປະຈໍາຢູ່ການແຕ່ລະບ້ານ, ປັບ ປຸງອົງການປົກຄອງຂັ້ນຮາກ ຖານໃຫ້ໜັກແໜ້ນ ເຂັ້ມແຂງ ຕັ້ງໜ້າສຶກສາອົບຮົມການເມືອງ- ແນວຄິດ, ອົບຮົມທາດແທ້ມູນເຊື້ອ ກອງທັບປະຕິວັດ, ກອງທັບ ປະຊາຊົນໃນເງື່ອນໄຂໃໝ່ການ ສຶກສາອົບຮົມການເມືອງ-ແນວ ຄິດຕ້ອງແຫຼມຄົມ, ເຮັດດ້ວຍ ຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍ, ລະບຽບ ກົດໝາຍຂອງພັກ-ລັດ ຢ່າງເລິກ ເຊິ່ງ, ແທດເຖິງ ແລະ ສ້າງໃຫ້ ມີການປ່ຽນແປງຢ່າງແທ້ຈິງ, ພ້ອມນັ້ນກໍຊຸກຍູ້ຂະບວນການ ຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນ ບຸນສໍາຄັນຕ່າງໆຂອງຊາດ ໃຫ້ ມີຂະບວນການກວ້າງ ຂວາງ ແລະ ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ຕັ້ງ ໜ້າປັບປຸງກໍ່ສ້າງກອງທັບໃຫ້ ເຂັ້ມແຂງຮອບດ້ານ, ເພີ່ມທະວີ ການນໍາພາຂອງພັກຕໍ່ກໍາລັງ ປະກອບອາວຸດຕິດພັນກັບການ ສ້າງ ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ, ໃຫ້ ກາຍເປັນກົມກອງວັດທະນະທຳ, ນັກຮົບວັດທະນະທໍາໃຫ້ມີຄຸນ ນະພາບ ເເລະ ສ້າງພະນັກງານ ສືບທອດປ່ຽນແທນໃຫ້ຄົບເງື່ອນ ໄຂມາດຖານ3 ຮຸ່ນ, ເອົາໃຈໃສ່ ຄົ້ນຄວ້າໂຄງການ-ຫຼັກສູດການ ຮຽນ-ການສອນ, ໃຫ້ແກ່ໂຄງ ການກໍ່ສ້າງ-ບໍາລຸງຢູ່ບັນດາສະ ຖາບັນການສຶກສາ, ວຽກງານ ອົບຮົມ-ຫັດແອບ, ປັບປຸງລະບຽບ ແບບແຜນຂອງກອງທັບ ໃຫ້ ມີຄຸນນະພາບຕິດແທດກັບໜ້າ ທີ່ການເມືອງຂອງກອງທັບ ໃນ ໄລຍະໃໝ່, ພ້ອມນັ້ນການລະດົມ ພົນ ແລະ ການແກ້ ໄຂຈໍານວນພົນ ແມ່ນໃຫ້ປະຕິບັດຖືກຕ້ອງຕາມ ລະບຽບຫຼັກການ ແລະ ຂໍ້ກໍານົດ ຂອງກອງທັບ, ຄຽງຄູ່ກັນນັ້ນ ກໍເອົາໃຈໃສ່ສ້າງພະລາທິການ ກັບທີ່ເປັນຕົ້ນແມ່ນຮັບປະກັນໃຫ້ ໄດ້ດ້ານສະບຽງອາຫານ, ການ ຈັດຕັ້ງລ້ຽງດູທັບ, ຮັບປະກັນ ເງິນເດືອນ-ເງິນກິນ, ດ້ານເຄື່ອງ ນຸ່ງຫົ່ມ, ນ້ຳມັນເຊື້ອໄຟ, ຢາປົວ ພະຍາດ, ການຈັດຊື້-ຈັດຫາ, ວຽກງານຂົນສົ່ງ, ຍູ້ແຮງການ ຜະລິດ ແລະ ຂະຫຍາຍເຂດຜະລິດ ກະສິກໍາ ຂັ້ນກະຊວງ ແລະ ຂອງ ບັນດາກົມກອງ ເພື່ອຍົກລະດັບ ຊີວິດການເປັນຢູ່ຂອງທະຫານ ໃຫ້ດີຂຶ້ນ, ທັງຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງ, ເປັນເຈົ້າການປົກ ປັກຮັກສາ ແລະ ບົວລະບັດຜັດ ເຊັດພາຫະນະເຕັກນິກ, ອາວຸດ- ກະສູນໃຫ້ດີ, ປັບປຸງຄືນລະບົບ ສາງຄັງເກັບມ້ຽນເອກະສານ ນິຕິກໍາໃນການຄຸ້ມຄອງ-ນໍາໃຊ້ ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນ ນະພາບ ແລະ ຕິດຕາມແຜນການ ດັດແປງພາຫະນະ-ເຕັກນິກ, ຜະລິດເຄື່ອງອາໄຫຼ່, ສ້ອມແປງ ພາຫະນະໃຫ້ສໍາເລັດຕາມແຜນ ການ, ຕ້ອງເຊື່ອມຊຶມກໍາແໜ້ນ ແລະ ປະຕິບັດແນວທາງການຕ່າງ ປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມື ກັບກອງທັບ ຂອງບັນດາປະເທດ ອ້າຍນ້ອງ, ເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃກ້ຄຽງ ແລະ ໃນໂລກ ເພື່ອປະກອບສ່ວນເຂົ້າ ໃນການເສີມສ້າງສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື ກັບພາກພື້ນ ແລະ ສາກົນ ທັງໝົດ ນີ້ກໍ ເພື່ອເປັນທິດທາງໃຫ້ແກ່ ບັນດາສະຫາຍນໍາໄປຈັດຕັ້ງປະ ຕິບັດຢູ່ບັນດາກົມກອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຕັ້ງ ໜ້າບຸກບືນ ເປັນເຈົ້າການໃນການ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິ ບັດແຜນ ວຽກຈຸດສຸມໃນປີ 2022 ໃຫ້ສໍາ ເລັດຕາມແຜນການ, ເຮັດໃຫ້ທຸກ ຂົງເຂດວຽກງານມີການຫັນປ່ຽນ ທີ່ກ້າວໜ້າ ແລະ ໂດດເດັ່ນ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ