ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຊູກຍູ້ ວຽກງານສຶກສາ ປກຊ-ປກສ ຢູ່ ທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2022-01-27 09:12:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 624 | ຄວາມນິຍົມ:



ວັນທີ 25 ມັງກອນ 2022 ນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຮອງ ປະທານຄະນະກຳມະການສຶກສາ ອົບຮົມວຽກງານ ປກຊ-ປກສ ສູນກາງ, ຮັກສາການຫົວໜ້າ ກົມໃຫຍ່ເສນາທິການກອງທັບ ລົງຊູກຍູ້ວຽກງານສຶກສາ ປກຊ-ປກສ ຢູ່ ກອງບັນຊາການທະ ຫານແຂວງອຸດົມໄຊ, ໂດຍມີ ສະ ຫາຍ ສົມຈິດ ປັນຍາສັກ ຮອງ ເລຂາພັກແຂວງຮອງເຈົ້າ ແຂວງ ອຸດົມໄຊ, ມີຄະນະພັກ-ຄະ ນະບັນ ຊາ 2 ກອງບັນຊາການທະ ຫານ-ຕຳຫຼວດ, ຫ້ອງວ່າການແຂວງ, ຄະນະຈັດຕັ້ງ, ຊາວໜຸ່ມ, ສຶກສາ ແລະ ກີລາ, ຖະແຫຼ່ງຂ່າວ ວັດທະ ນະທຳ ແລະ ການເງິນແຂວງ, ພະນັກງານວິຊາການຈາກກົມ ການທະຫານທ້ອງຖິ່ນ ແລະ ພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທະວີ ສຸ ລິວັນ ຫົວໜ້າພະແນກວິຊາສຶກ ສາປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບກົມການທະຫານທ້ອງ ຖິ່ນກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ວ່າດ້ວຍການ ແຕ່ງຕັ້ງຄະນະກໍາມະການສຶກ ສາອົບຮົມວຽກງານ ປກຊ- ປກສ ຂັ້ນ ສູນກາງ, ອີງຕາມມະ ຕິຕົກລົງຂອງກົມການເມືອງສູນ ກາງພັກ ວ່າດ້ວຍການສຶກສາ ອົບຮົມວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ໃນ ສະພາບການໃໝ່, ອີງຕາມດໍາ ລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການສຶກສາອົບຮົມວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ດັ່ງນັ້ນ, ອົງການຄຸ້ມຄອງການສຶກສາ ວຽກງານ ປກຊ-ປກສ ຂັ້ນສູນ ກາງ ຈິ່ງໄດ້ແນະນໍາໃຫ້ແຕ່ລະ ທ້ອງຖິ່ນນໍາໄປຈັດຕັ້ງຜັນຂະ ຫຍາຍ ແລະ ພ້ອມກັນປະຕິບັດຢູ່ ທ້ອງຖິ່ນຂອງຕົນຢ່າງແຂງແຮງ; ພ້ອມດຽວກັນນີ້ ສະຫາຍ ພັນ ເອກ ຄໍາເຜີຍ ໂສມພັນ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງອຸດົມໄຊ ກໍໄດ້ຂຶ້ນ ລາຍງານຫຍໍ້ກ່ຽວກັນການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ສຶກສາອົບຮົມວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຢູ່ ແຂວງອຸດົມໄຊໃນ 1 ປີຜ່ານມາ ເຫັນວ່າຄະນະສຶກສາອົບຮົມວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂັ້ນ ແຂວງ, ເມືອງ, 2 ກອງບັນຊາການທະຫານ-ຕໍາຫຼວດ ແມ່ນໄດ້ພ້ອມກັນເຄື່ອນ ໄຫວຕາມສິດ, ໜ້າທີ່, ພາລະບົດ ບາດຂອງຕົນ, ແບ່ງຄວາມຮັບຜິດ ຊອບໃຫ້ແຕ່ລະຂະແໜງການ, ແຕ່ລະພາກສ່ວນ ຢ່າງຈະແຈ້ງໃນ ການຈັດຕັ້ງສຶກສາອົບຮົມວິຊາ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ບັນດາໂຮງຮຽນທັງ ພາກລັດ ແລະ ເອກະຊົນໄດ້ 32 ແຫ່ງ, ມີນ້ອງນັກຮຽນເຂົ້າຮ່ວມ ຈໍາ ນວນ 9.487 ຄົນ, ສະເລ່ຍຜົນ ໄດ້ຮັບແມ່ນ 82%, ພ້ອມດຽວ ກັນນີ້ຜູ້ຕ່າງໜ້າແຕ່ລະພາກສ່ວນ ກໍໄດ້ຜັດປ່ຽນກັນຂຶ້ນປະກອບ ຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບໃນຕໍ່ໜ້າໃຫ້ມີຜົນສໍາເລັດ ເພີ່ມຂຶ້ນທາງດ້ານຄຸນນະພາບ ແລະ ປະລິມານ. ໃນຕອນທ້າຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຍັງໄດ້ ຍົກໃຫ້ເຫັນສະພາບການຂອງ ໂລກ ແລະ ພາກພື້ນທີສົ່ງຜົນກະ ທົບຕໍ່ປະເທດເຮົາ, ພ້ອມທັງເນັ້ນ ໜັກໃຫ້ເພີມທະວີສຶກສາອົບ ຮົມວຽກງານ ປກຊ-ປກສ ໃຫ້ ກ້ວາງຂວາງ, ເລິກເຊິ່ງ ແລະ ເຂົ້າ ເຖິງບັນດາກຸ່ມເປົ້າໝາຍພ້ອມຈັດ ຕັ້ງຜັນຂະຫຍາຍໜ້າທີ່ໃຫ້ແຕ່ລະ ພາກສ່ວນຢ່າງລະອຽດ, ພ້ອມ ກັນຊີ້ນຳ-ນຳພາຢ່າງໃກ້ຊິດຕິດ ແທດ, ຄະນະກຳມະການ ວຽກ ງານສຶກສາ ປກຊ-ປກສ ຈົ່ງເປັນ ໃຈກາງສ້າງແຜນການຕ່າງໆ ເພື່ອອຳນວນຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ຊັດເຈນ, ຈະແຈ້ງ, ລົງຊຸກຍູ້ຄະນະກຳມະການຂັ້ນ ຕ່າງໆ, ຕິດຕາມ, ກວດກາ ການ ຮຽນ-ການສິດສອນຂອງໂຄງ ການຫຼັກສູດຢູ່ແຕ່ລະໂຮງຮຽນ, ແຕ່ລະຂັ້ນໃຫ້ໄດ້ຕາມລະດັບ ຄາດໝາຍ, ເປັນເຈົ້າການສະຫຼຸບ ຕີລາຄາປະເມີນຜົນການຈັດຕັ້ງ ປະຕິບັດໃຫ້ຂັ້ນເທິງຮັບຊາບ, ເອົາໃຈໃສ່ປະຕິບັດຕາມສິດໜ້າ ທີ່ຂອງຕົນໃຫ້ຖຶກຕ້ອງສອດຄອງ ກັບສະພາບຕົວຈິງ, ພ້ອມກັນເຮັດ ສຳເລັດໜ້າທີຕາມການມອບ ໝາຍ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ